ລາວປູກຝິ່ນຫລາຍຂື້ນ
2009.03.23
ຮັຖບານລາວ ໄດ້ເລີ້ມຫ້າມ ແລະປາບປາມ ການປູກຝິ່ນ ນັບຕັ້ງແຕ່ ປີ 2002 ແຕ່ທາງພາກເໜືອ ເຂດຫ່າງໄກສອກ ຫລີກຂອງລາວ ເກີດມີຕົ້ນຝິ່ນ ຮຸ່ງເຮືອງຂື້ນ ມາອີກ.
ຊາວກະສິກອນ ໃນເຂດພູດອຍ ຢູ່ແຂວງ ຫລວງນ້ຳທາ, ເຊັ່ນດຽວກັນ ກັບແຂວງ ຫົວພັນ ພາກັນກັບມາ ປູກຝິ່ນອີກ ຍ້ອນວ່າ ຣາຄາຢາຝິ່ນ ໄດ້ເພີ້ມທະວິ ສູງຂື້ນຮອດ 1,400 ໂດລາ ຕໍ່ກິໂລ ໃນຂະນະທີ່ ຣາຄາສິນຄ້າ ປະເພດອື່ນ ຕົກຕໍ່າລົງ. ອັນນີ້ສະແດງ ໃຫ້ເຫັນວ່າ ການປູກຝິ່ນ ຢູ່ລາວ ກັບມີເພີ້ມຫລາຍ ຂື້ນມາອີກ.
ສະຫະຣັຖ ແລະ ອົງການປາບປາມ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຫລື UNODC ໄດ້ຊຸກຍູ້ຊົດ ຊ່ອຍໃຫ້ລາວ ຍຸຕິການປູກຝິ່ນ ຈົນໃນປີ 2006 ຫົວໜ້າອົງການ UNODC ທ່ານ Antonio Maria Costa ໄດ້ອອກປະກາດ ຢ່າງໜ້າພາກພູມ ໃຈວ່າຫລັງຈາກ 3 ປີທີ່ ລາວ ເລີ້ມຢຸດປູກຝິ່ນ ຊຶ່ງລາວ ເຄີຍຜລິດ ຢາຝິ່ນຮອດ 100 ຕັນຕໍ່ປີ ໄດ້ເປັນ ຄືປະເທດໄທ ຄື ເປັນປະເທດ ທີ່ປອດຢາຝິ່ນ ຢ່າງເປັນທາງການ.
ແຕ່ເຖິງປີ 2008 ອົງການ UNODC ສາຂາບາງກອກ ໄດ້ລາຍງານ ເມື່ອເດືອນກ່ອນວ່າ ຈາກການສຳຣວດ ຢາຝິ່ນ ຍອມຮັບວ່າ ປະຣິມານ ຢາຝິ່ນ ໃນພູມີພາກ ນີ້ມີ ຫລາຍຂື້ນ ຈົນໜ້າເປັນຫ່ວງ.
ໃນເຂດ ທາງພາກເໜືອ ຂອງພະມ່າ ຊາວກະສິກອນ ໄດ້ຮ້ອງຂໍໃຫ້ ທາງການ ອະນຸຍາດ ປູກຢາຝິ່ນ ຄືນອີກຍ້ອນວ່າ ພືດປູກຊົດເຊີຍ ເຊັ່ນໃບຊາ ແລະຢາງພາລາ ຣາຄາຕົກຮອດ 50 ສ່ວນຮ້ອຍ ສ່ວນຣາຄາຝິ່ນ ກັບເພີ້ມຂື້ນຮອດ ສອງເທົ່າ. Afghanistan ຍັງເປັນປະເທດ ທີ່ຜລິດ ຢາເສບຕິດ ຫລາຍທີ່ສຸດ ໃນໂລກ ຮອງລົງມາ ແມ່ນພະມ່າ ຄາດວ່າຮອດ 410 ຕັນ ໃນປີ 2008.
ເຖິງຢ່າງໃດ ກໍຕາມ ການຜລິດ ຢາເສບຕິດ ຈາກສາມຫລ່ຽມຄຳ ຄາດວ່າຈະທະວີ ຂື້ນຢ່າງສູງ ພາຍໃນປີ ຕໍ່ໄປນີ້.