ປະຊາຊົນ ແຂວງຫົວພັນ ປູກຝິ່ນ ຄືນໃໝ່ ເພື່ອແກ້ໄຂ ຄວາມທຸກຈົນ

ແຂວງຫົວພັນ ເປັນແຂວງນຶ່ງ ຂອງລາວ ທີ່ຢູ່ໃກ້ ເຂດຊອກຫລີກ ແລະຫ່າງໄກ ສຳພັດມີ ປະຊາຊົນ ເປັນຊົນຊາດ ຊົນເຜົ່າ ຫລາຍ ແລະ ຍັງທຸກຈົນ ຂາດເຂີນ. ດັ່ງ ເຈົ້າໜ້າທີ່ ແຂວງຫົວພັນ ທ່ານນຶ່ງ ໄດ້ຊີ້ແຈງວ່າ:
ອາວະຣີ ຣາຍງານ
2008.06.23

“​ແຂວງຫົວພັນ ເປັນແຂວງ ຢູ່ພູດອຍ ຫ່າງໄກ ຊອກຫລີກ ສະນັ້ນເງື່ອນໄຂ ໃນການພັທນາ ຊຶ່ງໄປຊ້າແລະ ພື້ນຖານ ໂຄງການຮ່າງ ນັ້ນ ຍັງບໍ່ທັນຮັບປະກັນການພັທນາເສຖກິດສັງຄົມ; ບັນດາເຜົ່າ ຍັງມີແນວຄິດດັ່ງເດີມ ການຫັນປ່ຽນອາຊີບຈາກອັນເກົ່າມາເປັນອັນໃໝ່ໂດຍສະເພາະຈາກ ການຜລິດກະແຈກກະຈາຍ ມາເປັນການຜລິດ​​ ເປັນສິນຄ້າ ຍັງມີຂອບເຂດຈຳເປັນ.”

ຍ້ອນຄວາມ​ທຸກຈົນ ດັ່ງນັ້ນ ປະຊາຊົນລາວ ແຂວງຫົວພັນ ຫລາຍຄອບຄົວຈຶ່ງພາກັນ ປູກຝິ່ນຄືນໃໝ່ ຫລັງຈາກ ຢຸດມາ ເປັນເວລາສອງສາມປີ. ​ຄະນະກັມມະການຄວບຄຸມ ແລະ ກວດກາຢາເສບຕິດແຫ່ງຊາດລາວ ​​ໄດ້ສຳຣວດເບິ່ງ ການປູກຝິ່ນ ຢູ່ແຂວງຫົວພັນ ເມື່ອບໍ່ດົນຜ່ານມາ; ຜົນປະກົດວ່າ ຊາວລາວໃນແຂວງນັ້ນ ເຖິງ 628 ຄອບຄົວ ໃນ 104 ບ້ານໄດ້ພາກັນ ປູກຝິ່ນຄືນໃໝ່; ພື້ນທີ່ ປູກຝິ່ນເພິ້ມຂື້ນຈາກ 181 ​ເຮັກຕາຣ໌ ເມື່ອປີກາຍ ຂື້ນເປັນ 310 ​ເຮັກຕາຣ໌ ໃນປີນີ້.

ທາງການລາວ ໄດ້ປະກາດລົບລ້າງ ການປູກຝິ່ນ ຢ່າງສິ້ນເຊີງ ເມື່ອສອງສາມປີກ່ອນແຕ່ເມື່ອປີກາຍ ຫ້ອງການຢາເສບຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ຣາຍງານ ວ່າ ຊາວລາວຜູ້ເຊົາປູກຝິ່ນໄດ້ພາກັນ ລັກປູກຝິ່ນ ຄືນຫລາຍ ​​ເພາະການຊ່ວຍເຫລືອ ໃນໂຄງການປູກພືດຢ່າງອື່ນ ແທນຝິ່ນ ກໍບໍ່ມີຢ່າງພຽງພໍ ແລະ ບໍ່ທົ່ວເຖິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.