ຢາບ້າຣະບາດ ໃນກຸ່ມວັຍລຸ້ນ ນັກຮຽນ ນັກສືກສາ
2009.01.29
ເຈົ້າຫນ້າທີ່ ປາບປາມ ຢາເສດບຕິດ ລາວ ທ່ານນື່ງ ຜູ້ທີ່ບໍ່ ປະສົງອອກຊື່ ໃຫ້ການວ່າ ໃນປັດຈຸບັນ ມີການແຜ່ ຣະບາດ ຂອງຢາບ້າ ໃນກຸ່ມ ນັກຮຽນ ນັກສືກສາ ວັຍລຸ້ນ ແລະກຸ່ມ ກັມມະກອນ ໃນລາວ ຢ່າງໃຫຍ່ຫລວງ ເປັນເພາະ ຣາຄາຖືກ ແລະຫາໄດ້ງ່າຍ ກຸ່ມວັຍລຸ້ນ ສ່ວນໃຫຍ່ ອາຍຸ ຣະຫວ່າງ 15-18 ປີ. ດັ່ງທ່ານກ່າວໃນຕອນນື່ງວ່າ--
ແມ່ນແລ້ວ ຕົວນີ້ ກຳລັງຣະບາດ ຢູ່ໃນລາວ ກັມມະກອນ ກໍ່ແມ່ນ ນັກຮຽນ ກໍ່ແມ່ນ ມັນກໍ່ມີ ຫລາຍປັດຈັຍ ອັນທີ່ນື່ງ ກໍ່ແມ່ນຍ້ອນ ຣາຄາມັນ ຖືກຢາອັນ ອື່ນກໍ່ແພງແລະ ກໍ່ຊອກ ຊື້ ໄດ້ງ່າຍເພາະ ຕົວນີ້ມັນ ຣະບາດຫລາຍ ມັນມີຫລາຍ.
ນອກຈາກກຸ່ມ ດັ່ງກ່າວແລ້ວ ທ່ານວ່າ ຍັງມີກຸ່ມ ຜູ້ປູກຝີ່ນ ທີ່ເຊົາປູກຝີ່ນ ແລ້ວຫັນມາ ເສບຢາເສບຕິດ ປະເພດ ຢາບ້ານແທນ ການສູບຝີ່ນ ເພາະຣາຄາ ມັນຖືກແລະ ຫາໄດ້ງ່າຍ ແທນທີ່ຈະ ສູບຝີ່ນດັ່ງ ທີ່ເຄີຍເປັນມາ. ກ່ຽວກັບການ ປາບປາມ ກຸ່ມເສບ ແລະຂາຍຢາ ເສບຕິດ ທ່ານກ່າວວ່າ--
ດຽວນີ້ ກໍ່ໄດ້ປາບ ໃນຫລາຍຫມູ່ ໂຮງຮຽນ ສ່ວນໃຫຍ່ ຢູ່ໃນເຂດ ຊົນນະບົດ ຕ່າງແຂວງ ໃນເຂດ ໃນເມືອງພວກ ເຮົາກໍ່ມີ ການໂຄຊນະ ມີການຕ້ານ ຫລາຍແລ້ວແຕ່ ໃນຊົນນະບັດ ກໍ່ມີຫນ່ວຍ ງານຈຳນວນ ນື່ງກຳລັງ ດຳເນີນງານຢູ່.
ໃນທີ່ສຸດ ທ່ານບອກວ່າ ເປັນການຍາກ ທີ່ທາງການ ຈະສາມາດ ປາບປາມ ບັນຫາ ຢາເສບຕິດ ໃຫ້ຫມົດໄດ້ ເພາະຍັງມີ ປະຊາຊົນ ເປັນຈຳນວນ ຫລາຍທີ່ຍັງ ບໍ່ເລີກ ແລະຍັງຕີດຢາ ເສບຕິດ ຢູ່ໃນລາວ ທີ່ບໍ່ເປີດເຜີຍ ອີກທັງ ຍັງມີພໍ່ຄ້າ ຢາເສບຕິດ ທີ່ມີກຸ່ມ ອິດທິພົລ ຢູ່ເບືອ້ງຫລັງ ໃນການຫວັງ ຜລົປະໂຍດ ຈາກເຫດການ ດັ່ງກ່າວຢູ່.