ໂຄງການ ຊ່ວຍຊາວລາວ ເຊົາປູກຝິ່ນ

ທາງການລາວ ຈະເອົາຕົວຢ່າງໄທ ໃນການຈັດຕັ້ງ ໂຄງການ ຊ່ວຍຊາວລາວ ຜູ້ປູກຝິ່ນ ໃຫ້ເຊົາປູກຝິ່ນ ແລ້ວໃຫ້ຫັນ ໄປປູກພຶດ ຢ່າງອື່ນແທນ.
ອາວະຣີ
2009.03.02

ເມື່ອຕົ້ນເດືອນ ກຸມພາ ທີ່ຜ່ານມາ ທ່ານ ສຸບັນ ສຣິດທິຣາຊ ຣັຖມົນຕຣີ ປະຈຳ ສຳນັກງານ ປະທານ ປະເທດ ສປປລາວ ໄດ້ໄປຢ້ຽມຢາມ ສູນພັທນາ ບ້ານໜອງຫອຍ ຊຶ່ງເປັນໂຄງການ ພັທນາຂອງ ອົງກະສັດໄທ ໃນການຊ່ວຍເຫລືອ ຊົນເຜົ່າ ສ່ວນນ້ອຍຊາວໄທ ໃນພາກເໜືອ ໃຫ້ຢຸດຕິການ ປູກຝິ່ນ ແລ້ວປ່ຽນໄປປູກ ພືດຢ່າງອື່ນແທນ. ຫລັງຈາກ ຢ້ຽມຢາມແລ້ວ ທ່ານ ສຸບັນ ສຣິດທິຣາຊ ກ່າວວ່າ ຖ້າປະເທດລາວ ມີໂຄງການ ພັທນາ ແບບນີ້ ປະຊາຊົນລາວ ຈະບໍ່ພຽງແຕ່ ຢຸດຕິການ ປູກຝິ່ນ ເທົ່ານັ້ນ ແຕ່ພວກເຂົາຈະ ມີຊີວິດການ ເປັນຢູ່ດີຂື້ນ.

ທ່ານ ສຸບັນ ສຣິດທິຣາຊ ຍອມຮັບວ່າ ຊາວລາວຫລາຍໆຄົນ ທີ່ເຊົາ ປູກຝິ່ນແລ້ວ ໄດ້ຫັນໄປປູກຝິ່ນ ຄືນໃໝ່ ໃນຣະຍະ ປະມານສອງປີທີ່ ຜ່ານມາ. ສຸດທ້າຍ ທ່ານ ສຸບັນ ສຣິດທິຣາຊ ເວົ້າວ່າ ທາງການລາວຢາກ ຈັດຕັ້ງໂຄງການ ພັທນາແບບໄທ ຂື້ນຢູ່ ແຂວງອຸດົມໄຊ ຊຶ່ງເປັນແຂວງທີ່ ມີຊົນເຜົ່າ ສ່ວນນ້ອຍ ອາໃສຢູ່ຫລາຍ ແລະກໍຍັງປູກຝິ່ນ ຫລາຍຢູ່. ໃນໂຄງການນີ້ ຣັຖບານລາວ ຢາກຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນ ລາວເຊົາປູກຝິ່ນ ແລ້ວປ່ຽນໄປປູກ ພືດສິນຄ້າ ແນວອື່ນແທນ.

ເມື່ອປະມານ 30 ປີກ່ອນ ພາກເໜືອຂອງໄທ ກໍເປັນເຂດນຶ່ງ ທີ່ປູກແລະ ຜລິດຝິ່ນຫລາຍ ແຕ່ອົງກະສັດໄທ ໄດ້ຈັດຕັ້ງ ໂຄງການພັທນາ ຂື້ນປັດຈຸບັນ ມີເຖິງ 38 ແຫ່ງເພື່ອຊ່ວຍໃຫ້ ຊາວໄທເຊົາ ປູກຝິ່ນ ແລະກໍປະກົດ ວ່າໂຄງການນີ້  ໄດ້ຮັບຜົນສຳເຣັດ ເປັນຢ່າງດີ ການປູກ ຝິ່ນຢູ່ໄທໃນ ປັດຈຸບັນ ເກືອບວ່າ ບໍ່ມີແລ້ວ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.