ວັນຕ້ານ ຢາເສບຕິດ ສາກົນ

ທາງການລາວ ສລອງ ວັນຕ້ານ ຢາເສບຕິດ ສາກົນ ດ້ວຍການຈັດ ກິຈກຳ ປະເພດ ຕ່າງໆຂື້ນ ໃນທົ່ວປະເທດ.
ຊິດນີ ຣາຍງານ
2008.06.26

ເນື່ອງ​ໃນ​ໂອກາດ ວັນ​ຕ້ານ​ ຢາ​ເສບ​ຕິ​ດ ສາກົນ ​ໃນ​ມື້​ວັນ​ທີ 26 ​ເດືອນ​ມີ​ຖຸນາ ສປປລາວ ຊື່​ງ​ເປັນ​ປະ​ເທດ​ນື່ງ ທີ່ກຳລັງ​ ປະ​ເຊີນ ກັບ​ບັນຫາ​ ຢາ​ເສບ​ຕິດ ​ແລະ​ ກຳລັງ​ ພາກັນ ​ປາບ​ປາມ ​ຢູ່​ໃນ​ເວລາ​ນີ້ ​ໄດ້​ພາກັນ​ຈັດ​ ກິ​ຈກຳ ​ຕ່າງໆຂື້ນ ​ໃນທົ່ວປະ​ເທດ​ ເພື່ອປະກອບສ່ວນ​ ໃນ​ວັນ​ສຳຄັນ ​ດັ່ງກ່າວ, ດັ່ງ​ທ່ານ ຢົ້ງ ຈັນທະ​ລົງ​ສີ ​ໂຄສົກ​ກະຊວງ ການ​ຕ່າງປະ​ເທດ​ລາວ ກ່າ​ວ ກ່ຽວ​ກັບ​ ເຣື້ອງ​ນີ້ ວ່າ:

ໄດ້​ຈັດ​ ພິທີ​ ຢູ່​ນະຄອນຫລວງ ທຳລາຍ​ ຢາ​ເສບ​ຕິດ ກໍ່​ຄື​ ຢູ່​ແຂວງ​ ຕ່າງໆ ກໍ່​ໄດ້​ຈັດ ​ພິທິ ຄື​ກັນ​ ແລະ ​ກໍ່​ອົງການ​ ສາກົນ ​ຄົບ​ຖ້ວນ ​ເຂົ້າຮ່ວມ ​ພິທີ ​ສລູບ​ຜົລ ນື່ງປີ​ ທີ່​ຜ່ານ​ມາ ​ແລະ​ ກໍ່​ໄດ້​ແຈ້ງ ​ໃຫ້​ພວກ​ເພີ່ນ​ຊາບ​ວ່າ ກ່ຽວ​ກັບ ​ແຜນການ​ຕໍ່​ໄປ ພວກ​ເຮົາ​ ຊີ່​ເຮັດ​ຫຍັງ​ແດ່ ​ກ່ຽວ​ກັບ ​ບັນຫາ​ ຢາ​ເສບ​ຕິດ

ກິ​ຈກຳ ທີ່​ທາງ​ການ​ລາວ ​ໄດ້​ກະທຳ ​ຂື້ນ ​ໃນ​ທົ່ວ​ປະ​ເທດ ​ໃນ​ວັນ​ຕ້ານ ​ຢາ​ເສບ​ຕິດ​ ສາກົນ ນັ້ນ ກໍ່​ແມ່ນ​ວ່າ ​ໃນບາງ​ແຂວງ​ ກໍ່​ມີ​ ການ​ຈູດ​ເຜົາ ຢາ​ເສບ​ຕິດ ທີ່​ທາງ​ການ ​ສະ​ສົມ​ ຢືດມາ​ ໄດ້ ​ເພື່ອ​ເປັນ​ການ​ສົ່ງ ​ສັນຍານ​ ໃຫ້​ກຸ່ມ​ຄ້າ ​ແລະ ​ເສບ​ຢາ​ເສບຕິດ​ ວ່າ ຣັຖບານ​ລາວ ຈະ​ທຳ​ ທຸກ​ຢ່າງ​ ເພື່ອຕ້ານ​ພັຍ​ ທີ່​ຈະ​ເກີດ​ຈາກ​ຢາ​ເສບ​ຕິດ ​ໃນ​ກຸ່ມ​ຊຸມ​ຊົນ ​ໃນ​ລາວ ນອກຈາກ​ນັ້ນ ບາງ​​ແຂວງ ​ກໍ່​ມີ​ ການ​ແຂ່ງຂັນ ​ກິລາ ​ເພື່ອຄວາມ​ສາ​ມະ​ຄີ ​ແລະ ​ກໍ່​ເພື່ອສຸ​ຂພາບ ​ໃນ​ກຸ່ມ​ ເຍົາວະ​ຊົນ ວັຍ​ລຸ້ນ ຊື່​ງ​ເປັນ​ກຸ່ມ ​ທີ່​ຍັງ​ມີ​ ການ​ສ່ຽງ​ ໃນ​ບັນຫາ​ ຢາ​ເສບ​ຕິດ​ ໃນ​ລາວ, ຊັກ​ຊວນ ​ໃຫ້​ກຸ່ມ ​ດັ່ງກ່າວ ຫລີ້ນ​ກິລາ ​ໃຊ້​ເວລາຫວ່າງ ​ໃຫ້​ເກີດ​ປະ​ໂຍດ ​​ແທນ​ການ​ ໄປ​ມົ້ວ​ສຸມ ​ເສບ​ຢາ​ເສບ​ຕິດ​ ແລະ ​ສີ່​ງມືນ​​ເມົາ ​ປະ​ເພດ​ ຕ່າງໆ.

ທ່ານ ຢົ້ງ​ ກ່າວ​ກ່ຽວ ກັບ​ຄວາມພຍາ​ຍາມ​ ຂອງຣັຖບານ ​ໃນ​ການ​ລົບ​ລ້າງ ບັນຫາ​ ຢາ​ເສບ​ຕິດ ​ໃນ​ລາວ​ວ່າ:

“ພວກ​ເຮົາ ​ພະຍາ​ຍາມ ​ຫມົ​ດທຸກ​ສີ່​ງທຸກ​ຢ່າງ ​ເພື່ອບໍ່​ໃຫ້ ​ກາຍ​ເປັນ​ປະ​ເທດ ທາງ​ຜ່ານ ​ເຮົາ​ກໍ່​ໄດ້ ​ເອົາ​ໃຈ​ໃສ່ ​ໃນ​ການ​ສະກັ​ດກັ້ນ ສືບ​ຂ່າວ ປາບປາມ ນອກຈາກ​ນັ້ນ ພວກ​ເຮົາ​ ຍັງ​ໄດ້ຣະດົມ ​ໃຫ້​ປະຊາຊົນ ​ມີ​ສ່ວນ​ຮ່ວມ.”

ລາຍ​ງານ ​ຄັ້ງລ້າ​ສຸດ ຈາກ​ຫ້ອງການ ​ຕ້ານ​ຢາ​ເສບ​ຕິດ​ ຂອງ​ສະຫາຣັຖ ຫລື DEA ຣະບຸ​ ວ່າ ທາງ​ການສະຫາຣັຖ​ ສ​ແດງ​ຄວາມ​ຊົມ​ຊື່ນ ​ເຖີງຄວາມພຍາ​ຍາມ ​ຂອງຣັຖບານ​ລາວ ທີ່​ຈະ​ລົບ​ລ້າງ ​ບັນຫາ​ຢາ​ເສບ​ຕິດ ​ໃນ​ລາວ ​ໂດຍສ​ເພາະ ການ​ຫລຸດ ຈຳນວນ​ ພື້ນ​ທີ່​ ໃນ​ການ​ປູກ​ຝີ່ນ ການ​ຕ້ານ​ ຂະບວນການ​ຄ້າ​ຢາ​ເສບ​ຕີ​ດ ​ແລະ ​ການ​ໃຫ້​ການ​ບຳບັດ​ ແກ່​ຜູ້​ທີ່​ ຕິດ​ຢາ​ເສບ​ຕິດ ​ແຕ່​ບັນຫາ ​ຢາ​ເສບ​ຕິດ ​ໃນ​ລາວ ອາດ​ຈະ​ບໍ່ສີ້​ນສຸດ​ລົງ ​ໂດຍ​ງ່າຍ ​ເພາະ​ລາວ ຍັງ​ເປັນ​ ທາງ​ຜ່ານ ທີ່​ສຳຄັນ ​ຂອງຂະບວນການ​ຄ້າ ​ຢາ​ເສບ​ຕິດ​ຢູ່ ​ໃນ​ເວລາ​ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.