ຜູ້ຄ້າ ຢາເສບຕິດ ຊາວລາວ 2 ຄົນ ຖືກຈັບ
2008.06.30
ເມື່ອທ້າຍ ສັປດາ ຜ່ານມານີ້ ເຈົ້າໜ້າທີ່ ຕຳຣວດ ກອງເມືອງ ແຂວງມຸກດາຫານ ປະເທດໄທ ໄດ້ຈັບ ຄົນລາວ 2 ຄົນ ຢູ່ທ່າເຮືອ ເທດສະບານ ເມືອງມຸກດາຫານ ພ້ອມຂອງກາງ ຫຼັງຈາກ ທີ່ໄດ້ມີ ເບາະແສ ວ່າ ຈະມີຄົນລັກລອບ ຂົນຢາ ເສບຕິດ ຜິດກົດໝາຍ ເຂົ້າປະເທດ.
ຜູ້ຕ້ອງຫາ ຜູ້ນຶ່ງ ມີຊື່ວ່າ ທ້າວກິ່ງ ຍາຕຣາ ອາຍຸ 31ປີ ເປັນຄົນ ບ້ານທົ່ງສີເມືອງ ເມືອງສອງຄອນ ແຂວງສວັນນະເຂດ ມີຂອງກາງ ຢາບ້າ ຕິດໂຕ ກວ່າ 1300 ເມັດ. ອີກຜູ້ນຶ່ງ ແມ່ນນາງ ລິນດາ ສຸກສຸຕະ ອາຍຸ 33 ປີ ຢູ່ບ້ານໜອງຍໍ ເມືອງສອງຄອນ ແຂວງສວັນນະເຂດ ມີຂອງກາງ ຢາບ້າຕິດໂຕ ກວ່າ 1900 ເມັດ.
ຫຼັງຈາກ ຖືກຈັບໄດ້ ຜູ້ຕ້ອງຫາ ທັງສອງ ຮັບສາລະພາບ ວ່າ ມີນາຍທຶນ ເປັນຄົນລາວ ວ່າຈ້າງ ໃຫ້ນຳເອົາ ຢາບ້າ ໄປສົ່ງໃຫ້ ລູກຄ້າ ຢູ່ ບາງກອກ. ທັງສອງ ຈຶ່ງຖືກ ເຈົ້າໜ້າທີ່ ຕຳຣວດ ຄວບຄຸມຕົວ ພ້ອມຂອງກາງ ເພື່ອສົ່ງຟ້ອງສານ ດຳເນີນ ຄະດີຕໍ່ໄປ.
ເຈົ້າໜ້າທີ່ ສັງກັດໜ່ວຍ ສະເພາະກິດ ຂອງໄທ ເປີດເຜີຍວ່າ ຜູ້ຕ້ອງຫາ ລັກລອບ ຂົນຢາບ້າ ເຂົ້າເມືອງ ທີ່ຜິດກົດໝາຍ ມີຫຼາຍຂື້ນ ແຫ່ງມີ ການຈັບກຸມຫຼາຍ ກໍແຫ່ງມີຜູ້ລັກລອບ ຫຼັ່ງໄຫຼເຂົ້າມາ.
ບາງຄັ້ງ ຜູ້ຕ້ອງຫານັ້ນ ແມ່ນຫາກໍ ພົ້ນໂທດ ອອກຈາກ ຄຸກ ມາບໍ່ໄດ້ ເຖິງເດືອນ ກໍມາຖືກຈັບໃໝ່ ກໍມີ ແລະ ບາງຄົນ ເຂົ້າອອກຄຸກ ໃນຄະດີ ດຽວກັນ 2-3 ເທື່ອ ກໍມີເຊັ່ນກັນ.