ທາງການລາວວ່າ ບໍ່ເຄີຍບອກ ຍິງຊາວອັງກິດ

ເຈົ້າໜ້າທີ່ລາວ ກ່າວວ່າ ທາງການລາວ ບໍ່ເຄີຍບອກ ຍິງສາວ ຊາວອັງກິດ ທີ່ຖືກຕູ່ຫາ ຄະດີ ຄ້າເຮໂຣອິນ ຢູ່ລາວນັ້ນວ່າ ຖ້າບໍ່ຢາກຖືກ ປະຫານຊີວິດ ນາງຕ້ອງໃຫ້ການ ຕໍ່ສານ ວ່ານາງບໍ່ໄດ້ ຖືກຂົ່ມຂືນ ຢູ່ຄຸກລາວ.
ອາວະຣີ
2009.05.19

ເມື່ອວັນອາທິດ ວັນທີ່ 10 ເມສາ ສັປດາທີ່ຜ່ານມາ ວິທຍຸເອເຊັຍເສຣີ ຂອງພວກເຮົາ ອອກຂ່າວໂດຍອີງ ຕາມບົດຣາຍງານ ຂອງໜັງສືພິມ The Mail On Sunday ທີ່ນະຄອນຫລວງ ລອນດອນ ປະເທດອັງກິດ ວ່າ ເຈົ້າໜ້າທີ່ທາງ ການລາວບອກນາງ Samantha Orobator ຍິງສາວຊາວອັງກິດ ທີ່ຖືກຕູ່ຫາ ຄະດີ ຄ້າເຮໂຣອິນ ຢູ່ລາວນັ້ນວ່າ: ຖ້ານາງບໍ່ຢາກ ຖືກປະຫານ ຊີວິດ ນາງຕ້ອງໃຫ້ການ ຕໍ່ສານວ່າ ນາງບໍ່ໄດ້ຖືກ ຂົ່ມຂືນ ຢູ່ຄຸກລາວ ແຕ່ຢ່າງໃດ.

ແຕ່ຕໍ່ມາເມື່ອ ສັປດາທີ່ແລ້ວ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ສປປລາວ ໄດ້ກ່າວ ປະຕິເສດ ຕໍ່ຣາຍງານ ຂ່າວດັ່ງກ່າວ ແລະກ່າວຢ້ຳວ່າ ຂ່າວນັ້ນເປັນຂ່າວ ທີ່ເສກສັນ ປັ້ນແຕ່ງຂື້ນ ບໍ່ມີມູນ ຄວາມຈິງ ເຈົ້າໜ້າທີ່ທາງ ການລາວບໍ່ເຄີຍ ບອກໃຫ້ນາງ Orobator ໃຫ້ເວົ້າຫລືໃຫ້ ຣາຍງານຕໍ່ສານ ແນວໃດຈັກເທື່ອ.

ກ່ຽວກັບ ຄະດີນີ້ ເມື່ອສັປດາກ່ອນ ທາງການລາວ ກຳນົດຈະດຳເນີນ ຄະດີ ນາງ Orobator ພາຍໃນສັປດາ ທີ່ຜ່ານມາ ແຕ່ຈົນເຖິງ ວັນຈັນ ວັນທີ່ 18 ເມສາ ນີ້ ສານລາວກໍຍັງ ບໍ່ທັນເລິ້ມ ພິຈາຣະນາ ຄະດີນີ້ເທື່ອ.

ອົງການກຸສົນ Reprieve ທີ່ອັງກິດ ຫວັງວ່າການ ດຳເນີນຄະດີ ນາງ Orobator ນີ້ອາດຈະມີຂື້ນ ໃນສັປດານີ້. ແຕ່ໂຄສົກ ຫ້ອງການຕ່າງ ປະເທດ ຂອງອັງກິດ ບໍ່ຍອມເປີດເຜີຍ ລາຍຣະອຽດ ເວົ້າພຽງແຕ່ວ່າ ຄະດີນີ້ ຖືເປັນຄວາມລັບ.

ເມື່ອທ້າຍໆສັປດາ ທີ່ແລ້ວ ນາງ Jane Orobator ແມ່ຂອງນາງ Samantha Orobator ໄດ້ເຂົ້າພົບ ລູກສາວ ຢູ່ຄຸກລາວ ເປັນຄັ້ງທຳອິດ ໃນຣະຍະເກືອບ ນຶ່ງປີທີ່ ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.