ຫລວງພຣະບາງ ຈັບ ຜູ້ຄ້າ ຢາເສພຕິດ
2009.03.13
ທາງກາຣແຂວງ ຫລວງພຣະບາງ ເອົາມາຕກາຣ ປາບປາມ ຂບວນກາຣຄ້າ ຢາເສພຕິດ ຢ່າງເຂັ້ມງວດ ໂດຽສະເພາະແຕ່ ຕົ້ນ ປີ 2009 ນີ້ ມາຈົນສາມາດ ຈັບຄຸມຕົວຜູ້ ຕ້ອງຫາໄດ້ ທັງໝົດ 12 ຄົນ ພ້ອມກັບຫລັກຖານ ທີ່ມີຢາ ເສພຕິດໃນຄອບ ຄອງສຳຫລັບ ໃຊ້ແລະຂາຍຕໍ່ ດັ່ງເຈົ້າໜ້າທີ່ ຫ້ອງກາຣ ປາບປາມຢາ ເສພຕິດ ປະຈຳແຂວງ ທ່ານໜື່ງ ໄດ້ກ່າວວ່າ:
“3 ເດືອນຕົ້ນປີນີ້ ພວກມີໄວ້ໃນ ຄອບຄອງ ມີຜູ້ຕ້ອງຫາ 9 ຄົນ ແລະຄະດີ ຄ້າຂາຍ ຜູ້ຕ້ອງຫານີ້ 3 ຄົນ ໃນນັ້ນຜູ້ຍີງ 1 ຄົນ ກໍກຳລັງ ດຳເນີນຄະດີຢູ່ ສົ່ງຄຸມຂັງ ຖືວ່າຊ່ວງໃດ ມີງົປມານ ພຽງພໍ ໄດ້ເຄື່ອນໄຫວ ກໍຖືວ່າໄດ້ ຂໍ້ມູລຫລາຍ”
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ ຊີ້ແຈງເພີ່ມວ່າ ກາຣລົງເຄື່ອນໄຫວ ເພື່ອຕິດຕາມ ຫາຈັບຄຸມຕົວ ກຸ່ມຄົນທີ່ກ່ຽວຂ້ອງ ກັບຄະດີ ຢາເສພຕິດ ຕ່າງໆຍັງມີ ກາຣຈຳກັດ ຍ້ອນຂາດແຄນ ງົປມານ ສະນັ້ນຈື່ງ ສາມາດຈັບໄດ້ ແຕ່ພາຄສ່ວນ ນ້ອຍໆເທົ່ານັ້ນແລະ ໃນເມື່ອຈັບໄດ້ ກໍຕ້ອງໄດ້ ປັນໃໝແລະ ສົ່ງເຂົ້າຄຸກ, ແຕ່ສະເພາະ ຣາຍໃຫຍ່ໆນັ້ນ ຍັງບໍ່ທັນ ສາມາດ ຕິດຕາມໄດ້ ແລະໂດຽ ສະເພາະຈຳພວກ ທີ່ມີເສັ້ນສາຍ ແລະອິທທິພົລ ພໍສົມຄວນນັ້ນ.
ພ້ອມດຽວກັນນັ້ນ ທ່ານກໍວ່າ ໄດ້ຮັບຄວາມ ຮ່ວມມືຈາກ ບັນດາ ເຍົາວະຊົນ ຊາວໜຸ່ມ ພາຍໃນແຂວງ ເປັນຢ່າງດີ ໃນກາຣ ໂຄສະນາເຜີຽແພ່ ຂໍ້ມູລກ່ຽວກັບ ຜົລຮ້າຍຕ່າງໆ ຂອງຢາເສພຕິດ ທີ່ຮ້າຍແຮງ ດັ່ງກ່າວນີ້ນັ້ນ. ພ້ອມດຽວກັນນີ້ ທ່ານກໍຊີ້ແຈງ ເຖີງພາຄສ່ວນ ນັກທ່ອງທ່ຽວ ທີ່ເຂົ້າມາໃນ ເມືອງຫລວງພຣະບາງ ຕື່ມວ່າ:
“ພວກນີ້ເຂົາເຈົ້າ ມີແຕ່ວ່າ ເສພເລັກໆນ້ອຍໆ ເສພຊົ່ວຄາວ ແລ້ວກໍໜີໄປ ມີຜູ້ໄປລັກ ໄປບໍຣິກາຣ ໃຫ້ພວກເຮົາ ຈັບຄາໜັງຄາ ເຂົາໄດ້ ມັນເລັກໆນ້ອຍໆ ນະໂຍບາຍ ໃຫ້ເຂົາຊ໋ະ”
ເຖີງຢ່າງໃດ ກໍຕາມ ໃນຣະຍະ ຜ່ານມາ ທາງແຂວງ ຫລວງພຣະບາງ ກໍໄດ້ຮັບ ຜົລສະທ້ອນ ຈາກບັນຫາ ຢາເສພຕິດ ດັ່ງ ກ່າວນີ້ເຊັ່ນກັນ ດັ່ງຕົວຢ່າງທີ່ ເກີດມີກາຣ ທະເລະວິວາທ ກາຣຂີ້ລັກ ງັດແງະ ຈາກພວກຊາວໜຸ່ມ ທີ່ເສພຢາເສພຕິດ ແລະກໍ ຮວມໄປເຖີງກຸ່ມ ນັກທ່ອງທ່ຽວ ບາງຄົນທີ່ບໍ່ ເຄົາຣົພກົດໝາຍ ຊື່ງທາງເຈົ້າ ໜ້າທີ່ກ່ຽວຂ້ອງ ກໍໄດ້ພຍາຍາມ ແກ້ໄຂໄປຕາມ ຂັ້ນຕອນ!