ໜຸ່ມນ້ອຍ ແຂວງຈໍາປາສັກ ນິຍົມ ດົມກາວ
2008.09.18
“ກໍຍັງມີ ບັນຫາໃໝ່ ບ່ອນວ່າ ເດັກນ້ອຍ ອາຍຸ ປະມານ 15-16 ປີ ນີ້ແລະ ເຂົາເຈົ້າ ດົມກາວ ທາຢາງຣົຖ. ມັນສີ່ ເປັນຣົຖນິຍົມ ແນວໃດ ກ່າບໍ່ເຂົ້າໃຈ ແຕ່ວ່າ ສ່ວນຫລາຍ ມັນກໍຢູ່ ໃນກຸ່ມໄວລຸ້ນ ອີ່ສັງ ຕ່າງໆ ນີ້ແຫລະ.”
ເຈົ້າໜ້າທີ່ ລາວວ່າ ເມື່ອພົບເຫັນ ເດັກນ້ອຍ ດົມກາວ ຜູ້ທີ່ມີ ສຸຂະພາບ ດ້ານປະສາດເຊື່ອມເສັຽ ແດ່ແລ້ວ ກໍແຈ້ງ ຕໍ່ຜູ້ປົກຄອງ ແລະ ຄູສອນ ໂຮງຮຽນ ເພື່ອໃຫ້ນໍາ ເອົາເດັກ ໄປປິ່ນປົວ ຊື່ງການປິ່ນປົວນັ້ນ ໂດຍມາກ ກໍໃຊ້ເວລາ ປະມານ 90 ວັນ:
“ແຕ່ວ່າ ທາງວິຊາການແພດ ຂອງເຮົາ ກໍມີຄວາມຈໍາເປັນຢູ່ ເພາະວ່າ ສໍາລັບ ຢານໍາໃຊ້ ປິ່ນປົວ ພວກດົມກາວ ມັນກໍຍັງ ບໍ່ທັນມີເທື່ອ. ສ່ວນຫລາຍແລ້ວ ເຮົາກໍປົວ ໄປຕາມ ອາການ ຂອງການສະແດງອອກຂອງຜູ້ປ່ວຍ ຄືວ່າ ຄ້າຍໆ ໂຣກຈິດ ເຮົາກໍປົວໄປ ຕາມອາການ ຂອງມັນ ທີ່ສະແດງອອກ.
ຄົນຕິດຢາເສບຕິດ ປະເພດ ດົມກາວທາຢາງຣົຖ ນີ້ ກໍຄືກັນກັບ ຕິດຢາເສບຕິດ ປະເພດອື່ນໆ. ເມື່ອສູບ ເອົາກິ່ນ ຢາງກາວ ເຂົ້າໄປແລ້ວ ເຮັດໃຫ້ເຂົາເຈົ້າ ມີຄວາມຮູ້ສືກ ແບບບໍ່ຫ່ວງ ບໍ່ໃຍ ນໍາອີ່ຫຍັງໝົດ, ແຕ່ວ່າ ຜົນສະທ້ອນ ຈາກດົມກາວນີ້ ກໍຄື ເຮັດໃຫ້ ສະໝອງເຊື່ອມເສັຽ ກາຍເປັນຄົນເສັຽຈິດ ສຸຂະພາບອອ່ນແອ ບໍ່ມັກ ເຮັດວຽກ ເຮັດງານ. ທາງການລາວ ກໍວ່າ ເຣື້ອງນີ້ ໄດ້ປືກສາ ກັບພໍ່ແມ່ ຂອງເດັກນ້ອຍ ທີ່ຕິດດົມກາວ ນີ້ຕລອດ ເພາະວ່າ ມັນສ້າງບັນຫາ ໃຫ້ຄອບຄົວ ແລະ ໃຫ້ສັງຄົມ.