ຢາເສພຕິດຍັງເປັນໄພ ຕໍ່ວັຍລູ້ນໃນວຽງຈັນ
2010.03.22
ບັນຫາຢາເສບຕິດ ຢູ່ໃນ ນະຄອນຫລວງ ວຽງຈັນ ຍັງໜັກຫນ່ວງຢູ່ ແລະ ເປັນໄພຂົ່ມຂູ່ ຕໍ່ໄວຫນຸ່ມຫລາຍ ທີ່ສຸດ, ຕາມການເປີດເຜີຽ ຂອງ ທ່ານ ພັນເອກ ບຸນທ່ຽງ ຈັນທະມຸງຄຸນ ຫົວໜ້າກອງບັນຊາການ ປ້ອງກັນຄວາມສງົບ ນະຄອນຫລວງ. ທ່ານວ່າ ໃນປີຜ່ານມາ ຈໍານວນຊາວຫນຸ່ມ ໃນນະຄອນຫລວງ ໄດ້ຕົກເປັນເຫຍື່ອ ຂອງຢາເສບຕິດ 580 ຄົນ ໃນນັ້ນມີຜູ້ຍິງ 43 ຄົນ.
ທ່ານ ບຸນທ່ຽງ ກ່າວວ່າ ມັນບໍ່ແມ່ນເລື້ອງ ທໍັມມະດາທີ່ພວກເຮົາ ຈະສ້າງຄວາມສງົບ ໃຫ້ໄດ້ແບບງ່າຍໆ ແລະ ກໍາຈັດສິ່ງຫຍໍ້ທໍ້ຕ່າງໆ ເຊັ່ນການຂີ້ລັກ ປຸ້ນຈີ້ຊິງຊັບ ມົ້ວສຸມໄພສັງຄົມ ການເກີດອຸບປະຕິເຫດ ການອາລະວາດ ຕີກັນ ແລະອື່ນໆ ຊື່ງມາຈາກ ໄພສັງຄົມ. ໃນປີ 2009 ຜ່ານມາ ນະຄອນຫລວງ ວຽງຈັນ ສາມາດມ້າງຄະດີ ຢາເສບຕິດໄດ້ເຖິງ 134 ກໍຣະນີ ຍຶດຂອງກາງໄດ້ 21,600 ກ່ວາເມັດ ຊາແຫ້ງອັດແທ່ງ 26 ແທ່ງ ແລະສິ່ງເສບຕິດອື່ນໆ 600 ກ່ວາກິໂລ.
ທ່ານວ່າ ເຖິງວ່າຈະຈັບ ຫລືຍຶດຢາເສບຕິດ ໄດ້ຫລາຍປານໃດກໍດີ ແຕ່ສະພາບສັງຄົມ ມົ້ວສຸມຢູ່ໃນ ນະຄອນຫລວງ ຍັງເປັນໄພຂົ່ມຂູ່ໜັກ ຕໍ່ສັງຄົມ. ພວກພໍ່ຄ້າຢາບ້າ ໃຊ້ຍານພາຫານະ ຂົນສົ່ງ ແລະ ຈໍາຫນ່າຍຢາເສບຕິດ ແບບບໍ່ຄົງທີ່ ໂດຍອາໃສໂຣງແຮມ ເຮືອນພັກ ແລະສະຖານທີ່ ການສືກສາ ເພື່ອຫລົບຫລີກ ການກວດຄົ້ນຂອງ ເຈົ້າໜ້າທີ່. ໃນລະຍະຜ່ານມາ ນະຄອນຫລວງວຽງຈັນ ແລະ ຫລາຍຫົວເມືອງໃຫ່ຽ ໃນທົ່ວປະເທດ ສາມາດປິ່ນປົວ ບໍາບັດຜູ້ຕິດ ຢາເສບຕິດ ໄດ້ຫລາຍພໍສົມຄວນ ໂດຍການຊ່ວຍເຫລືອ ຈາກຕ່າງປະເທດ. ແຕ່ວ່າອີງແຕ່ການ ຊ່ວຍເຫລືອນີ້ ມັນກໍບໍ່ມີ ຕລອດໄປ ແລະ ບໍ່ເປັນປົກກະຕິ ຫລືບໍ່ພຽງພໍ. ຖ້າຫາກວ່າ ສະພາບທີ່ເປັນຢູ່ນີ້ ມີຕລອດໄປ ຜູ້ເຄີຽປູກຝິ່ນ ກໍຈະກັບຄືນມາ ປູກຝິ່ນອີກ ຜູ້ເສພກໍກັບຄືນມາອີກ ຜູ້ເຄີຽກິນຢາບ້າ ຢາເຮຣວນ ກໍຈະກັບຄືນມາ ເຮັດຄືເກົ່າ.