ຢາເສບຕິດ ຂ້າມແດນ
2009.04.15
ການລັກລອບ ນໍາຢາເສບຕິດ ຂ້າມຊາຍແດນ ໃນປັດຈຸບັນ ນີ້ເປັນການຍາກ ທີ່ຈະກໍາຈັດ ຫລືແກ້ໃຂໃຫ້ ລຸດໜ້ອຍ ລົງໄດ້. ທັງນີ້ກໍເປັນ ຍ້ອນການມີ ເຄື່ອຂ່າຍທີ່ຄວບ ຄຸມພື້ນທີ່ຂອງ ກຸ່ມພວກຄ້າ ຢາເສບຕິດ ທັງພາຍໃນ ແລະພາຍນອກ ແລະນັ້ນຄື ສາເຫດສໍາຄັນ ທີ່ເຮັດໃຫ ການຈັບກຸມ ເປັນໄປໄດ້ ຂ້ອນຂ້າງລໍາບາກ.
ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ຢາເສບຕິດ ແລະອາສຍາກັມ ສະຫະປະຊາຊາດ UNODC.
ກຸ່ມເປົ້າເປັນ balloon ທີ່ວ່າຈໍາກັດ ເຂດໃດແລ້ວຈະ ອອກໄປເຂດອຶ່ນ ອັນນີ້ມັນເປັນ ລັກສະນະ ແນັດເວິກ ຂອງອາສຍາກັມ ຂ້າມຊາດ ທີ່ພໍ່ຄ້າຕ່າງໆ ເຂົາໄຊ້ຜົນ ປໂຍດຈາກຕົວນີ້ ຖ້າວ່າຄວບຄຸມ ເຄັ່ງຄັດ ມັນກໍຈະໄປ ເສັ້ນທາງ ອຶ່ນເພື່ອລໍາລຽງ ຫລືວ່າສົ່ງ ໄປຕາມທີ່ ລູກຄ້າຕ້ອງການ.
ອີກຢ່າງນຶ່ງ ຊາວບ້ານທີ່ຢູ່ ເຂດຫ່າງໄກ ຕາມພູເຂົາ ກໍຍັງລັກລອບ ປູກແລະຂາຍ ໃຫ້ກຸ່ມພໍ່ຄ້າ ຢາເສບຕິດ ຊຶ່ງຈະໄດ້ທັງ ເງິນແລະມີໄວ້ ສູບເອງອີກດ້ວຍ.
ບັນຫາດັ່ງກ່າວ ທາງ UNODC ພ້ອມທັງ ໜ່ວຍງານກ່ຽວຂ້ອງ ຂອງລາວກໍ ພະຍາຍາມ ແກ້ໃຂຢູ່ ໃນຂະນະນີ້. ການທີ່ຈະໃຫ້ ຊາວບ້ານ ຈໍານວນນຶ່ງ ເຊົາປູກຝີ່ນນັ້ນ ເປັນເລື່ອງທີ່ຍາກ ເພາະພວກເຂົາ ຢູ່ກັບຝີ່ນ ມາໂດຍຕລອດ ຊຶ່ງທາງໜ່ວຍ ງານກ່ຽວຂ້ອງ ອັນຮວມທັງ ຂອງຝ່າຍລາວ ກໍພະຍາຍາມ ຫາທາງຊ່ວຍ ເຫລືອຢ່າງເຕັມທີ່
ການປູກຝີ່ນ ເປັນປູກພືດ ອຸສຫາຫະກັມ ພືດທີ່ເປັນ ສີນຄ້າຊນິດອຶ່ນ ເປັນສາລີ ຜັກ ຈາກນັ້ນກໍມີ ເລື່ອງຊ່ວຍເຫລືອ ທາງດ້ານ ສາທາຣະນະສຸກ ເປັນເລື່ອງ ການແພດ ເປັນເລື່ອງ ການສຶກສາ ການຈັດ ໃຫ້ຂະເຈົ້າ ເຂົ້າເຖິງໂຮງຮຽນ ມີໂຮງຮຽນໃຫ້ ແລະມີຖນົນ.
ລາວມີຊາຍແດນ ຕິດກັບ ໄທ ພະມ່າ ຈີນ ວຽດນາມ ແລະ ກໍາພູຊາ ຊຶ່ງກຸ່ມພໍ່ຄ້າ ອາສຍາກັມ ຂ້າມຊາດ ຫລືກຸ່ມພໍ່ຄ້າ ຫາຣາຍໄດ້ ສ່ວນຕົວ ມັກຈະໄຊ້ ເປັນທາງຜ່ານ ເພາະສ່ວນໃຫຍ່ແລ້ວ ກໍເປັນປະເທດ ທີ່ກົດໝາຍ ຍັງບໍ່ຮັດກຸມ ເພື່ອກະທໍາຜິດ ກົດໝາຍ ແລະຍັງຍາກ ທີ່ຈະຄວບຄຸມ ເຈົ້າໜ້າທີ່ກ່າວ.