ຢາເສບຕິດ ເຮັດໃຫ້ເກີດ ປະກົດການ ຫຍໍ້ທໍ້

ບັນຫາ ຢາເສບຕິດ ຖືເປັນ ສາເຫດສໍາຄັນ ທີ່ເຮັດໃຫ້ເກີດ ປະກົດການ ຫຍໍ້ທໍ້ ແລະ ຄວາມທຸກຈົນ ໃນສັງຄົມລາວ.
ຈະເຣີນສຸກ ຣາຍງານ
2008.06.26

ສປປລາວ ຖື​ເປັນ​ທາງ​ຜ່ານ ຂອງຂະບວນ ການ​ຄ້າ ​ຢາ​ເສບ​ຕິດ ທີ່​ສໍາ​ຄັນ ​ໃນ​ຂົງ​ເຂດ ​ແລະ ບັນຫາ ຢາ​ເສບ​ຕິດ ທີ່​ຫລັ່ງ​ໄຫລ ​ເຂົ້າ​ໄປ ​ໃນ​ທ້ອງ​ຖິ່ນ ຂອງ​ລາວ ​ໃນ​ລະຍະ​ຜ່ານ​ມາ​ນີ້, ​ໄດ້​ສົ່ງ​ຜົນ​ສະທ້ອນ ຕໍ່​ສັງຄົມລາວ ບໍ່​ໜ້ອຍ​ຄື​ກັນ, ​ໂດຍ​ສະ​ເພາະ, ​ເຮັດ​ໃຫ້​ເກີດ ປະກົດ​ການ ຫຍໍ້​ທໍ້ ຫລື ຄວາມ​ບໍ່ສງົບ​ຮຽບຮ້ອຍ ທີ່​ຕາມ​ມາ. ​ເຈົ້າ​ໜ້າ​ທີ່ ຄະນະ ກັມມະການ ​ກວດກາ ​ແລະ ຄວບ​ຄຸມ ຢາ​ເສບ​ຕິດ ​ແຫ່ງ​ຊາດ ຂອງລາວ ຊີ້​ແຈງ ວ່າ:

“ປະກົດ​ການ ຫຍໍ້​ທໍ້ ຢູ່​ໃນ​ສັງຄົມ ສືບ​ເນື່ອງມາ​ຈາກ ຈໍານວນ​ນຶ່ງ ຂະ​ເຈົ້າ ກໍ​ເສບ​ຢາ ​ໃນ​ເມື່ອ​ວ່າ ບໍ່​ມີ​ເງິນ​ຄໍາ​ອີ່​ຫຍັງ, ກໍ​ໄດ້​ໄປ​ຊອກ​ທາງ​ອື່ນ ​ໂດຍ​ທີ່​ບໍ່​ຊອບ, ​ໄປ​ຂີ້ລັກ​ງັດ​ແງະ, ຜິດ​ຖຽງ​ຕີ​ກັນ ​ເຮັດ​ໃຫ້ ມີ​ບັນຫາ ຫຍຸ້ງຍາກ ຢູ່​ໂຕ​ນີ້.”

​ໃນ​ປັດຈຸບັນ ກຸ່ມ​ເຍົາວະ​ຊົນ, ຊາວ​ໜຸ່ມ, ນັກຮຽນ, ນັກ​ສຶກສາ, ກຸ່ມ​ວັຍ​ໜຸ່ມ ທີ່​ຫວ່າງ​ງານ ຮວມ​ໄປ​ເຖິງ ກຸ່ມ​ແຮງ​ງານ ຮັບຈ້າງ ຣາຄາ​ຖືກ ​ໃນ​ລາວ ຈໍາ​ນວນ ບໍ່​ໜ້ອຍ, ຖື​ເປັນ​ກຸ່ມ​ສ່ຽງ ທີ່​ເຂົ້າ​ໄປ​ ກ່ຽວ​ພັນກັບ ຢາ​ເສບ​ຕິດ, ​ໂດຍສະ​ເພາະ ຢາ​ບ້າ, ຊຶ່ງ​ຖື​ວ່າ ຫາ​ໄດ້​ງ່າຍ ​ໃນ​ທ້ອງ​ຖິ່ນ ​ຕ່າງໆ ຂອງລາວ.

ບັນຫາ ຢາ​ເສບ​ຕິດ ນອກຈາກ​ ຈະ​ສົ່ງ​ຜົນ ຕໍ່​ສຸຂພາບ ທີ່​ຊຸດ​ໂຊມລົງ ຂອງ​ຜູ້​ເສບ​ແລ້ວ, ຍັງ​ສົ່ງຜົນສະທ້ອນ ​ເຮັດ​ໃຫ້ ​ເກີດ​ຄວາມທຸກ​ຈົນ ​ແກ່​ຄົນ​ລາວ ນໍາ​ອີກ. ດັ່ງ​ເຈົ້າ​ໜ້າ​ທີ່ ທ່ານ​ດຽວກັນ​ນີ້, ກ່າວ​ວ່າ:

“ມາ​ເບິ່ງ​ປັດຈຸບັນ ຣາຄາ​ຢາ​ນີ້ ມັນ​ກໍ​ສູງ ​ໃນ​ເມື່ອມີ​ຄວາມ​ຕ້ອງການ​ເສບ ມັນ​ກໍ​ຕ້ອງ ​ໄດ້​ຊອກ​ເງິນ ຊອກ​ຄໍາ ​ແລະ ກໍ​ກ່ຽວ​ພັນ ກັບຣຍຮັບ ຂອງ​ຄອບຄົວ ​ເຮັດ​ໃຫ້​ທຸກ​ຈົນ ກ່ວາ​ເກົ່າ​ອີກ, ລູກ​ໄປ​ຕິດ​ຢາ ກໍ​ຕ້ອງ​ໃຊ້​ງົປມານ ຈໍານວນ​ນຶ່ງ ​ເອົາ​ໄປ​ປິ່ນ​ປົວ.”

ທຸກ​ມື້​ນີ້ ລາວ ຕ້ອງ​ສູນ​ເສັຍ ງົປມານ​ໄປ ​ແຕ່ລະ​ປີ ບໍ່​ນ້ອຍ ​ໃນ​ການ​ບໍາບັດ ຟື້ນ​ຟູ ຜູ້​ຕິດ​ຢາ ​ໃຫ້​ກັບ​ມາ ​ເປັນ​ປົກກະຕິ ອີກ​ທັ້ງ ລາວ ຍັງ​ສ່ຽງຕໍ່​ ການສູນ​ເສັຍ ຊັພຍາກ​ອນມະນຸດ ທີ່​ມີ​ຄຸນ​ນະພາ​ບ ​ເພື່ອ​ຊ່ອຍ​ສ້າງສາ ພັທນາ ປະ​ເທດ​ນໍາ​ອີກ. ດັ່ງ​ນັ້ນ ການ​ກໍາຈັດບັນຫາ ຢາ​ເສບ​ຕິດ, ຈຶ່ງ​ຖື​ເປັນ​ ແຜນການ ຈໍາ​ເປັນ ທີ່​ຕ້ອງ​ເຮັດ ຄຽງ​ຄູ່ ກັບ​ການ​ສົ່ງ​ເສີມ ການ​ສ້າງ​ວຽກງານ ​ເພື່ອ​ເປັນ​ທາງ​ອອກ ​ໃຫ້​ແກ່​ປະຊາຊົນ​ລາວ ​ໂດຍ​ທົ່ວ​ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.