ການປາບປາມ ພວກຄ້າຢາເສບຕິດ ຊາຍແດນ ລາວ-ໄທ ມີບັນຫາ ຫລາຍຂື້ນ

ການຈັບກຸມພວກ ຄ້າຢາເສບຕິດ ຂອງເຈົ້າໜ້າທີ່ລາວ ລຳບາກຫລາຍຂຶ້ນ ຍ້ອນວ່າການລັກລອບ ນໍາເອົາຢາເສບຕິດ ອອກນອກປະເທດ ຈະຂົນໄປເທື່ອລະໜ້ອຍ.
ມະນີຈັນ
2009.08.06

ການຈັບກຸມພວກລັກລອບ ຄ້າຢາເສບຕິດ ເຂົ້າມາຂາຍໃນ ປະເທດລາວ ແລະກຸ່ມລັກລອບ ນໍາຢາເສບຕິດອອກ ນອກປະເທດລາວ ມີຄວາມຍາກຫລາຍຂຶ້ນ ສໍາລັບເຈົ້າໜ້າທີ່ ຍ້ອນວິທີການລັກລອບ ນໍາອອກນຳເຂົ້າ ເທື່ອລະໜ້ອຍຊຶ່ງ ເປັນການຍາກໃນ ການຄົ້ນຫາແລະຈັບກຸມ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງການ ກວດກາແລະປາບປາມ ຢາເສບຕິດ ແຂວງສວັນນະເຂດ:

"ກໍບໍ່ງ່າຍຍາກຫລາຍ ອຸປສັກຢູ່ບ່ອນວ່າ ຢາມັນມີເມັດນ້ອຍ ແລະການຂົນອອກຈາກລາວ ໃນເມື່ອກ່ອນມັນພັດ ກ່ອງໃຫຍ່ແລະຄູ່ມື້ນີ້ ມັນເຮັດແບບກອງ ທັບໝົດ ຂົນໄປທີ່ລະໜ້ອຍ ຫລາຍເທື່ອແລະຊາຍແດນ ຂອງພວກເຮົາ ແມ່ນໍ້າຂອງບໍ່ແມ່ນ ອອກແຕ່ດ່ານ ຂີ່ເຮືອນ້ອຍຂ້າມໄປກໍໄດ້."

ເລື່ອງການລັກລອບ ຂົນຢາເສບຕິດ ເຂົ້າມາໃນລາວນັ້ນ ເຈົ້າໜ້າທີ່ທ່ານນີ້ ບອກວ່າສ່ວນຫລາຍ ຈະເຂົ້າມາຈາກ ທາງໄທແລະທາງພະມ້າ ໂດຍຜ່ານລາວ ຊຶ່ງເປັນຈຸດ ໃຈກາງເພື່ອໄປ ເຂົ້າວຽດນາມ ເຂົ້າຈີນ. ໃນນັ້ນ ຢາເສບຕິດສ່ວນໃຫຍ່ ຈະເປັນຢາບ້າ ຊຶ່ງຣາຄາຂາຍຢູ່ໃນລາວ ສເລັ່ຽແລ້ວເມັດລະ 100ບາດ.

ນອກຈາກນັ້ນກໍມີຢາ iceທີ່ລັກລອບຂົນມາ ຈາກໄທເຂົ້າລາວ ຂນະທີ່ Heroin ມີການລັກລອບ ຂົນອອກຈາກລາວ ເຂົ້າສູ່ວຽດນາມ. ສໍາລັບກັ່ນຊານັ້ນ ໃນແຂວງ ສວັນນະເຂດ ຍັງມີການລັກລອບ ເຂົ້າມາຂາຍ ເຊັ່ນດຽວກັນກັບຢາບ້າ:

"ເວົ້າລວມແລ້ວ ຢູ່ສວັນ ກັ່ນຊາບໍ່ມີຫລາຍ ແຕ່ວ່າມີຢູ່ ກໍບໍ່ປະຕິເສຕເນາະ ແຕ່ວ່າພວກເຮົາ ກໍເອົາໄດ້ແລ້ວ ລ່າສຸດນີ້ປະມານ 200ກິໂລ."

ເຈົ້າໜ້າທີ່ລາວກ່າວ ສລຸບໃນຕອນທ້າຍວ່າ ເວົ້າລວມແລ້ວຖ້າທາງ ໜ່ວຍງານຫາກ ມີງົບປະມານ ຫລາຍຂຶ້ນກໍສາມາດ ຊື້ອຸປກອນກວດຈັບ ຢາເສບຕິດ ແລະຕິດຕາມ ຈັບກຸມກຸ່ມຄົນຮ້າຍໄດ້ ຢ່າງໜ້າພໍໃຈ. ແຕ່ໃນປັດຈຸບັນນີ້ ເຖິງແມ່ນວ່າງົບປະມານ ມີບໍ່ຫລາຍ ແຕ່ເຈົ້າໜ້າທີ່ທຸກຄົນ ກໍໄດ້ພຍາຍາມ ປະຕິບັດໜ້າທີ່ ຢ່າງສຸດຄວາມ ສາມາດໃນການ ປາບປາມພວກຄ້າ ຢາເສບຕິດ ໃຫ້ໂທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.