ການຄ້າຢາເສບຕິດ ໃນເຂດສາມຫລ່ຽມຄຳ
2009.10.30
ເຈົ້າຫນ້າທີ່ທະຫານໄທ ທ່ານນື່ງເວົ້ງວ່າ ສະຖານການ ຢາເສບຕິດ ໃນບໍຣິເວນເຂດ 3ຫລ່ຽມຄຳ ໃນປີ2010 ມີທ່າອ່ຽງ ຈະມີຄວາມຮຸນແຮງ ຂື້ນກວ່າເກົ່າ ຍ້ອນຜູ້ຜລິດຈາກພະມ້າ ຮ່ວມມືກັບຜູ້ຜລິດ ໃນລາວ ຈະຮ່ວມກັນກະຈ່າຍ ຜົລຜລີດພຶ່ອສົ່ງອອກ ຜ່ານຫມູ່ບ້ານ ປະຊາຊົນຝັ່ງລາວ ຢ່າງຕໍ່ເນື່ອງ ນອກຈາກນັ້ນ ເຂດກາຊີໂນ ທີ່ເມືອງຕົ້ນເພີ້ງ ແຂວງບໍ່ແກ້ວ ກໍ່ມີແນວໂນ້ມວ່າ ເປັນບ່ອນອະບາຍມຸກ ປະເພດຕ່າງໆ ທີ່ຮ່ວມດ້ວຍການ ໃຊ້ຢາເສບຕິດ ດັ່ງເຈົ້າຫນ້າທີ່ ທະຫານໄທ ທ່ານນື່ງເວົ້າວ່າ:
"ໃນອານາຄົດ ຂ້າງຫນ້າ ມີຄວາມເປັນໄປໄດ້ ທີ່ບັນຫາຫລື ສີ່ງທີ່ຜິດກົດຫມາຍ ທັງຫລາຍຈະເກີດຂື້ນ ມີແນວໂນ້ມສູງ ແລ້ວລັກສນະ ຂອງຢາເສບຕິດ ກໍ່ມີຄວາມ ເປັນໄປໄດ້ສູງ ທີ່ຈະເຂົ້າໄປ ໃນສະຖານບັນເທີງ ຄາສີໂນບ່ອນນີ້."
ໃນປັດຈຸບັນ ບໍຣິເວນສາມຫລ່ຽມຄຳ ມີຄວາມຄືກຄັກ ຈາກນັກທ່ອງທ່ຽວ ນານາຊາດ ເຂົ້າໄປທ່ຽວ ເປັນຈຳນວນຫລວງຫລາຍ ໃນແຕ່ລະມື້ ໂດຍສະເພາະຊາວຈີນ ແລະ ໄທເພີ້ມຂື້ນເລື້ອຍໆ ສ່ວນໃຫຍ່ຈະໄປ ຫລີ້ນການພະນັນ ບາງທີ່ກໍ່ອາດ ມີການລາມົກ ປະເພດຕ່າງໆຮ່ວມ ນຳດ້ວຍ ເພາະສະຖານທີ່ ສັມປະທານ ແຫ່ງນີ້ ເຈົ້າຫນ້າທີ່ບໍ່ ສາມາດເຂົ້າໄປ ກວດກາໄດ້. ທ່ານກ່າວເພີ້ມອີກວ່າ:
"ຢາບ້າມາຈາກທາງ ພະມ້າ ຕອນນີ້ເຂົາເຂົ້າ ມາທາງດ້ານພະມ້າ ກໍ່ເລີຍມາກະຈ່າຍ ເຂົ້າທາງລາວ ຢ່າງປະປຣາຍ ສຳລັບລາວນີ້ ຄືສ່ວນໃຫຍ່ຈະເປັນ ຜູ້ປະກອບການ ແລະຜລີດ ຈະຢູ່ບໍຣິເວັນ ຕົງກັນຂ້າມ ເມືອງຊຽງຂອງ ຄືເຂົາພະຍາຍາມ ຂາຍແລະກໍ່ຣະບາຍ."
ສຳລັບຄວາມຮ່ວມມື ຣະຫວ່າງໄທແລະລາວ ເຈົ້າຫນ້າທີ່ກ່ຽວຂ້ອງ ຍັງມີການທຳງານ ຮ່ວມກັນ ໂດຍສະເພາະຮ່ວມ ລາດຕະເວັນຕາມ ລຳແມ່ນ້ຳຂອງ ແຕ່ຍັງຍອມຮັບວ່າ ຍັງສະກັດກັ້ນ ແລະ ປາບປາມໄດ້ຍາກ ເພາະຂະບວນການຄ້າ ຢາເສບຕິດ ປ່ຽນວິທີການ ທຳງານຕລອດ.