ສະຖານທີ່ທ່ອງທ່ຽວ ກາຍເປັນບ່ອນເສພຝິ່ນ

ແຂວງວຽງຈັນ ຍັງບໍ່ສາມາດ ແກ້ໄຂບັນຫາ ຢາເສພຕິດ ໂດຽສະເພາະຢາບ້າ ພ້ອມກັບຍັງມີ ກາຣລັກລອບ ປູກຝິ່ນ.
ຫວາດ ສີມູນ
2010.03.24

ເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວ ທີ່ສຳຄັນແຫ່ງໜຶ່ງ ໃນແຂວງວຽງຈັນ ເພາະມີນັກທ່ອງທ່ຽວ ຊາວຕ່າງປະເທສ ເຂົ້າມາແວ່ເຊົາ ພັກຜ່ອນ ຢ່າງຫລວງຫລາຍໃນ ແຕ່ລະປີ ບໍ່ແມ່ນແຕ່ຍ້ອນວ່າ ມີທີວທັສ ທັມມະຊາຕ ທີ່ສວຍງາມເທົ່ານັ້ນ ແຕ່ຫາກຍັງເປັນບ່ອນ ທີ່ມີກາຣລັກລອບ ຄ້າຂາຍ ຢາເສພຕິດ ໂດຽສະເພາະ ຢາບ້າ ຕລອດມາ.

ໃນຂະນະດຽວກັນ ປະຊາຊົນ ຊົນເຜົ່າ ຕາມເຂຕຊົນນະບົທ ຍັງລັກລອບປູກຝິ່ນ ນຳອີກ ດັ່ງເຈົ້າໜ້າທີ່ ຈາກຫ້ອງກາຣ ຂອງຄນະກັມມະກາຣ ຄຸ້ມຄອງແລະ ປາບປາມ ຢາເສພຕິດ ແຂວງວຽງຈັນ ທ່ານໜຶ່ງວ່າ:

“ກ່ຽວກັບ ຢາເສພຕິດນີ້ ຢູ່ວຽງຈັນເຮົານີ້ ກໍປົກຕິດີຢູ່ ແຕ່ວ່າກໍປຣາສຈາກ ບໍ່ໄດ້ບັນຫາເຣື່ອງ ຢາເສພຕິດນີ້ ກໍຄືຢາບ້າບໍ ຫລືວ່າກາຣປູກຝິ່ນ ປູກຫຍັງກໍມີ ກໍປູກໄວ້ເຮັດ ຫວ້ານເຮັດຢາ ບ່ອນລະເລັກລະນ້ອຍ”.

ພ້ອມດຽວກັນນີ້ ທ່ານກໍວ່າ ສະເພາະກາຣລັກ ປູກຢາຝິ່ນນີ້ ເຖີງຈະເປັນສ່ວນ ນ້ອຍໆກໍຕາມ ແຕ່ກໍເປັນເຣື່ອງ ທີ່ຜິດກົດໝາຍ ແລະ ໃນເມື່ອພົບເຫັນ ກໍໄດ້ປະສານງານ ກັບທາງຝ່າຍ ນາຍບ້ານ ເຈົ້າໜ້າທີ່ຕຳຣວຈ ເພື່ອໃຫ້ເຂົ້າໄປ ທຳລາຍຕົ້ນຝິ່ນ ພ້ອມກັບແນະນຳ ສັ່ງສອນປະຊາຊົນ ບໍ່ໃຫ້ປະຕິບັຕ ຕໍ່ໄປ.

ແຕ່ສະເພາະ ນັກທ່ອງທ່ຽວຊາວ ຕ່າງປະເທສ ກໍຖືວ່າເປັນບັນຫາ ເພາະມີກາຣລັກລອບ ນຳເອົາຢາເສພຕິດ ເຂົ້າມາເອງ ແລະ ຈະມີກາຣສູບ ຢູ່ຕາມບ້ານພັກ ຫລື ຕາມສະຖານທີ່ ຕ່າງໆ ຊຶ່ງກໍເປັນກາຣຍາກ ທີ່ຈະແກ້ໄຂ ດັ່ງທີ່ທ່ານໄດ້ກ່າວ ເພີ່ມວ່າ:

“ໂດຽສະເພາະ ຄົນຕ່າງປະເທສ ຈັກວ່າມາແຕ່ໃສ? ບາງຄົນ ກໍມີສູບຊາບໍ? ອັນນັ້ນອັນນີ້ ເຂົາກໍເອົາຕິດຕົວ ມານຳ ໄທເຮົາກໍໄດ້ ຄຸ້ມໄດ້ຄອງ ໄດ້ໃຫ້ເຈົ້າໜ້າທີ່ ຕິດຕາມ ຢູ່ຕລອດ”.

ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວຢ້ຳວ່າ ສະຖານະກາຣ ດ້ານຢາເສພຕິດ ໃນແຂວງວຽງຈັນ ໃນປັຈຈຸບັນ ນີ້ນັ້ນ ສ່ວນຫລາຍຈະມີ ກາຣລັກລອບຂາຍ ໃນແຕ່ບໍຣິເວນ ທີ່ມີ ນັກທ່ອງທ່ຽວພັກເຊົາ ເທົ່ານັ້ນ ທີ່ຮູ້ຈັກ ແລະລື້ງເຄີຽກັບ ຜູ້ເປັນເຈົ້າຂອງ ສະຖານທີ່ ຖ້າບໍ່ດັ່ງນັ້ນ ກໍຖືວ່າເປັນກາຣ ສ່ຽງຕໍ່ກາຣຈັບກຸມ ຂອງເຈົ້າໜ້າທີ່ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.