ຄະດີ ຍິງສາວ ອັງກິດ ອາຈຕ້ອງເລື່ອນ
2009.05.29
ຣາຍງານຂ່າວຂອງ ໜັງສືພິມ The Guardian ຊຶ່ງເປັນ ໜັງສືພິມ ຣາຍວັນຊື່ດັງ ຢູ່ໃນປະເທດ ອັງກິດ. ໜັງສືພິມ The Guardian ສະບັບ ວັນພຣະຫັດ ວັນທີ່ 28 ພຶສພາ ນີ້ຣາຍງານວ່າ ການພິຈາຣະນາ ດຳເນີນຄະດີ ນາງ Samantha Orobator ອາຍຸຊາວປີ ຊາວອັງກິດ ຜູ້ນີ້ ກຳລັງປະສົບ ກັບການຊັກຊ້າ ເພາະເຈົ້າໜ້າທີ່ ທາງການລາວ ກຳລັງສືບສວນ ເພື່ອຢາກຮູ້ ແນ່ນອນວ່າ ນາງຖືພາໄດ້ ແນວໃດ ແລະໃຜເປັນພໍ່ ຂອງລູກນ້ອຍ. ເພື່ອຢາກຮູ້ຢ່າງ ຄັກແນ່ ທາງການລາວ ຈະຕ້ອງກວດ DNA ຂອງເດັກນ້ອຍ ແລະການກວດ DNA ນັ້ນກໍຕ້ອງໃຊ້ ເວລາ.
ນາງ Orobator ຖືກຈັບຢູ່ ສນາມບິນວັດໄຕ ເມື່ອເດືອນ ສິງຫາ ປີກາຍໃນຖານ ລັກລອບ ເຮໂຣອິນ 680ກຣາມ ອອກຈາກ ສປປລາວ ແລະນັບແຕ່ ມື້ນັ້ນມາ ນາງກໍຖືກ ກັກຂັງຢູ່ຄຸກ ໂພນຕ້ອງໃນເຂດ ຊານເມືອງ ນະຄອນຫລວງ ວຽງຈັນ. ຕໍ່ມາເມື່ອ ຕົ້ນເດືອນ ນີ້ສານລາວຈະ ນຳນາງຂື້ນສານ ເພື່ອພິຈາຣະນາ ຄະດີ ໃນຂະນະ ດຽວກັນ ຣັຖບານລາວ ແລະ ອັງກິດກໍເຊັນ ສົນທິສັນຍາ ສົ່ງຜູ້ຮ້າຍ ຣະຫວ່າງກັນ ແລະຖ້ານາງ Orobator ຖືກຕັດສິນ ຈຳຄຸກຢູ່ລາວ ນາງກໍອາຈຖືກ ສົ່ງໄປຮັບໂທດ ຕໍ່ຢູ່ອັງກິດ.
ໄດ້ແຕ່ບັນຫາ ມີຢູ່ວ່ານາງ Orobator ຖືພາມານທ້ອງ ໄດ້ຫ້າເດືອນແລ້ວ ຫລາຍຄົນຄິດວ່າ ນາງຕ້ອງ ຖືກຂົ່ມຂືນ ຢູ່ຄຸກລາວ ແລະ ບາງຄົນຄິດວ່າ ນາງປະສົມເຊື້ອ ໃຫ້ຖືພາດ້ວຍ ຕົນເອງ ເພື່ອຫລີກລ້ຽງ ໂທດປະຫານ ຊີວິດຢູ່ລາວ ສະນັ້ນ ປັດຈຸບັນ ເຈົ້າໜ້າທີ່ ທາງການ ລາວ ຈຶ່ງກຳລັງ ສືບສວນເຣື່ອງນີ້ ຢ່າງຄັກແນ່ ກ່ອນຈະດຳເນີນ ຄະດີຢ່າງເປັນ ທາງການໄດ້. ນາງ Orobator ຄາດວ່າ ຈະອອກລູກ ໃນເດືອນ ກັນຍາ ປີ 2009ນີ້.