ຕ້ອງໃຫ້ການ ຕໍ່ສານວ່າ ບໍ່ໄດ້ຖືກ ຂົ່ມຂື່ນ
2009.05.11
ນາງ ສາແມນຕາ ໂອໂຣບາຕໍ ຜູ້ທີ່ຖືພາ 5 ເດືອນ ໃນທີ່ກັກຂັງ ໃນລາວ ແລະທາງການລາວ ກຳລັງຈະ ດຳເນີນຄະດີ ກ່ຽວກັບ ຢາເສບຕິດ ໃນອາທີດນີ້ ຖືກບົ່ງການ ໃຫ້ປະກາດ ຕໍ່ສານວ່າ ນາງບໍ່ໄດ້ຖືກ ຂົ່ມຂືນຢູໃນຄຸກ ໃນລາວຖ້ານາງ ຢາກພົ້ນໂທດ.
ການໃຫ້ຄວາມ ຮ່ວມມືຂອງນາງ ໃນການກະທຳ ດັ່ງກ່າວ ນາງຈະຖືກສົ່ງ ຕົວອອກຈາກລາວ ໄປຕິດຄຸກທີ່ ປະເທດອັງກິດ ຕາມສົນທິສັນຍາ ການສົ່ງນັກໂທດ ຣະຫວ່າງ ລາວກັບອັງກິດ ທີ່ໄດ້ລົງນາມ ຣະຫວ່າງ ສອງປະເທດເມື່ອ ວັນພຣະຫັດ ທີ່ຜ່ານມາ ຖ້ານາງບໍ່ໃຫ້ ການຮ່ວມມື ການດຳເນີນ ຄະດີຂອງນາງ ຈະຖືກເລື່ອນ ເວລາແລະນາງ ກໍ່ຈະຖືກຂັງ ໃນລາວຕໍ່ໄປ.
ຖ້າການດຳເນີນ ຄະດີ ຫລັງຈາກການ ເກີດລູກຂອງນາງ ນາງກໍ່ຈະບໍ່ ສາມາດໃຊ້ ເຫດຜົລກ່ຽວກັບ ການຖືພາມາ ເປັນຂໍ້ ອ້າງ ຈາກການລົງໂທດ ປະຫານຊີວີດ ຂອງ ນາງໄດ້ ຕາມກົດຫມາຍ ຂອງລາວ. ທ່ານ ເຄນທອງ ນວນທະສີງ ໂຄສົກ ກະຊວງການ ຕ່າງປະເທດ ສປປລາວ ກ່າວວ່າ ນາງຕ້ອງໃຫ້ ປາກຄຳຕໍ່ສານ ແບບນັ້ນ ບໍ່ດັ່ງນັ້ນ ນາງຈະຖືກຄຸກ ໃນລາວຕໍ່ໄປ ບໍ່ມີໃຜຈະ ສາມາດໃຫ້ການ ຄ້ຳປະກັນໄດ້ ວ່າ ນາງຈະບໍ່ຖືກ ຍີງເປົ້າ ຈາກການລົງໂທດ ປະຫານຊີວີດ ໃນຄະດີ ຂອງນາງໄດ້.