ຜູ້ຍິງອັງກິດ ອາຈຖືກ ໂທດປະຫານ

ສານ ສປປລາວ ຈະພິຈາຣະນາ ຕັດສິນຄະດີ ຄ້າຢາເສບຕິດ ຕໍ່ຜູ້ຍິງ ອັງກິດ ຄົນນຶ່ງ ຊຶ່ງອາດຈະ ໄດ້ຮັບໂທດໜັກ ເຖິງຂັ້ນຖືກ ປະຫານຊີວິດ.
ອະວາຣີ
2009.05.04

ຊາວອັງກິດ ຜູ້ນີ້ມີຊື່ວ່າ ນາງ Samantha Orobator-Oghagbon ອາຍຸ 20 ປີ ຖືກເຈົ້າໜ້າທີ່ ຕຳຣວດລາວຈັບ ຢູ່ສນາມບິນ ວັດໄຕ ນະຄອນ ຫລວງວຽງຈັນ ເມື່ອວັນທີ່ 6 ເດືອນສິງຫາ ປີກາຍໃນ ຂໍ້ສົງໃສ ພະຍາຍາມ ລັກລອບຂົນສົ່ງ ເຮໂຣອິນ 680 ກຣາມ ອອກຈາກລາວ. ນາງ Orobator ຖືກກັກຂັງ ຢູ່ຄຸກໂພນຕ້ອງ ນັບແຕ່ມື້ຖືກ ຈັບເປັນຕົ້ນມາ ແລະ ນາງຈະຖືກ ນຳຂື້ນສານ ພາຍໃນ ສັປດານີ້. ຖ້າສານຕັດສິນ ວ່ານາງສາວ ຊາວອັງກິດ ຜູ້ນີ້ມີ ຄວາມຜິດ ໃນການລັກລອບ ຄ້າຢາເສບຕິດ ຈຳນວນນັ້ນແທ້ ນາງອາດຈະໄດ້ ຮັບໂທດໜັກ ເຖິງຂັ້ນ ປະຫານຊີວິດ ເພາະຕາມກົດໝາຍ ຂອງລາວແລ້ວ ຖ້າຜູ້ໃດ ຄ້າເຮໂຣອິນ ຢູ່ລາວນັບແຕ່ 500 ກຣາມ ຂື້ນໄປ ຈະໄດ້ຮັບໂທດ ປະຫານຊີວິດ.

ປັດຈຸບັນ ທາງການອັງກິດ ກຳລັງວິ້ງເຕັ້ນ ເພື່ອຊ່ວຍນາງ Orabator ດັ່ງກ່າວ; ທ່ານ Bill Rammell ຣັຖມົນຕຣີ ການຕ່າງປະເທດ ປະເທດອັງກິດ ກ່າວເມື່ອວັນທີ່ 1 ພຶສພາ ວ່າທາງການ ອັງກິດ ຈະພະຍາຍາມ ໃຫ້ການ ຊ່ວຍເຫລືອທາງ ດ້ານກົດໝາຍ ເຊັ່ນຊອກຫາ ທະນາຍຄວາມ ໃຫ້ແກ່ນາງ ແລະໃນໂອກາດ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ພ້ອມທັງເປັນ ຣັຖມົນຕຣີ ການຕ່າງປະເທດ ສປປລາວ ຈະມາຢ້ຽມຢາມ ອັງກິດ ໃນວັນ ພຣະຫັດນີ້.

ທາງການອັງກິດ ກໍຈະປຶກສາ ຫາລືກ່ຽວກັບ ຄະດີດັ່ງກ່າວ ກັບທາງການລາວ. ທ່ານ Stafford Smith ເຈົ້າໜ້າທີ່ ອົງການຊ່ວຍເຫລືອ Reprieve ກ່າວວ່າ ນາງ Orobator ອາດຖືກຂົ່ມຂືນ ຢູ່ໃນຄຸກ ແລະ ປັດຈຸບັນ ນາງມີລູກໄດ້ ຫົກເດືອນແລ້ວ ຜ່ານມາ ນາງບໍ່ເຄີຍ ພົບປະກັບ ທະນາຍຄວາມ ຈັກເທື່ອ ສະພາບການ ຢູ່ກິນ ຢູ່ໃນຄຸກ ກໍທຸກຍາກ ລຳບາກ ອາຫານການກິນ ແລະການຮັກສາ ສຸຂພາບ ກໍບໍ່ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.