ການໄຟຟ້າໄທລົງທຶນ ສ້າງເຂື່ອນໃນລາວ
2010.10.20
ກົດຟັງສຽງ
ບໍຣິສັທກາຣ ໄຟຟ້າ ຫລື Egco Group ຊຶ່ງຂື້ນຢູ່ກັບ Egat ຂອງໄທ ມີໂຄງກາຣ ທີ່ຈະເພີ່ມໂຄງກາຣ ຜລິຕກະແສໄຟຟ້າ ຢູ່ປະເທສເພື່ອນບ້ານ ໃຫ້ໄດ້ຫລາຍ ເພີ່ມຂຶ້ນເຖິງ 1,000 ເມກະວັຕ ພາຍໃນອະນາຄົຕ ອັນໃກ້ນີ້.
ທ່ານວິນິຕ ຕາງນ້ອຍ (Vinet Tangnoi) ປະທານຂອງ ບໍຣິສັທວ່າ ກຳລັງມີໂຄງກາຣ ທີ່ຈະເພີ່ມກາຣ ລົງທຶນດ້ານ ກາຣຜລິຕພະລັງງານ ໃນທົ່ວເຂຕເອເຊັຽ ຕາເວັນອອກ ສ່ຽງໃຕ້ ໂດຽສະເພາະ ໃນອິນໂດນີເຊັຽ ຟີລິປປິນ ແລະຢູ່ ສປປລາວ ຕື່ມອີກ ໃນຣະຫວ່າງປີ 2010 ຫາ 2014 ໃນມູລຄ່າເຖິງ 1 ຕື້ດອລລາຣ໌ ສະຫະຣັຖ ເພື່ອຈະໃຫ້ສາມາດ ມີພະລັງໄຟຟ້າໄດ້ ໃນຣະຫວ່າງ 12% ຫາ 30% ຂອງຈຳນວນທີ່ ຕ້ອງກາຣທັງໝົດ.
ນອກຈາກນັ້ນ ທາງບໍຣິສັທ ຍັງມີເປົ້າໝາຍ ທີ່ຈະໃຫ້ມີກາຣ ລົງທຶນ ຂຸດຄົ້ນບໍ່ ກ໊າສທັມມະຊາຕ ແລະບໍ່ຖ່ານຫີນ ຢູ່ອິນໂດນີເຊັຽ ຟີລິປປິນ ແລະວຽຕນາມ ຊຶ່ງຄາດວ່າ ທາງກາຣກ່ຽວ ຂ້ອງຈະໄດ້ມີ ກາຣພິຈາຣະນາ ແລະຕົກລົງກັນໄດ້ ພາຍໃນເດືອນ ເມສາ ໜ້ານີ້.
ທ່ານ ວິນິຕ ໄດ້ແຈ້ງເພີ່ມວ່າ ທາງບໍຣິສັທ Egco ໄດ້ມີກາຣນຳໃຊ້ ພະລັງໄຟຟ້າ ຈາກເຂື່ອນນ້ຳເທີນ 2 ໃນລາວ ທີ່ສາມາດຜລິຕ ກະແສໄຟຟ້າໄດ້ 1,075 ເມກະວັຕ ແຕ່ເດືອນ ເມສາ ຜ່ານມາ.