ໂຍກຍ້າຍຊາວບ້ານ ກຸ່ມທີ 3

ທາງກາຣ ສປປລາວ ມີໂຄງກາຣ ທີ່ຈະໂຍກຍ້າຍ ປະຊາຊົນ ໃນກຸ່ມທີ່ 3 ອອກຈາກເຂຕ ຂຍາຍໄຟຟ້າ ນ້ຳເທີນຫີນບູນ
ຫວາດ ສີມູນ
2009.04.10
F-DAM ນື່ງໃນຈໍານວນເຂື່ອນໄຟຟ້າທີ່ສ້າງຂື້ນໃນສປປລາວ
Photo: RFA

ຫລັງຈາກໄດ້ ໂຍກຍ້າຍ ປະຊາຊົນ 2 ໝູ່ບ້ານອອກຈາກ ເຂຕທີ່ໄດ້ຮັບ ຜົລກະທົບຈາກ ໂຄງກາຣສ້າງເຂື່ອນ ນ້ຳເທີນຫີນບູນ ພາຄຂຍາຍ ເປັນທີ່ສຳເຣັຈ ຮຽບຮ້ອຍໄປ ແລ້ວນັ້ນ ທາງກາຣກ່ຽວຂ້ອງ ກໍໄດ້ເຣີ່ມຈັດ ສັນພື້ນທີ່ບ່ອນໃໝ່ ເພື່ອຮອງຮັບ ປະຊາຊົນ ໃນກຸ່ມທີ່ 3 ຊື່ງມີກຳໜົດ ເຄື່ອນຍ້າຍໃຫ້ໝົດ ໃນໄວໆນີ້ ດັ່ງເຈົ້າໜ້າ ທີ່ກອງເລ ຂາໜ່ວຍງານ ຄຸ້ມຄອງກາຣ ໂຍກຍ້າຍ ປະຊາຊົນ ອອກຈາກເຂຕກາຣ ສ້າງເຂື່ອນ ແຂວງບໍຣິຄຳໄຊ ໄດ້ກ່າວວ່າ:

ຄວາມຄືບໜ້າກາຣ ໂຍກຍ້າຍ ຈັດສັນບ້ານທີ່ 1 ແລະບ້ານທີ່ 2 ດີຢ້ຽມໝາຍຄວາມ ວ່າໄປຕາມແຜນ ກາຣທຸກຂັ້ນຕອນ ກຸ່ມທີ່ 3 ມີ 9 ບ້ານຈະຍ້າຍ ພ້ອມກັນໃນປີ 2010 – 2011 ຮວມເປັນ 2 ປີ

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ: ປັຈຈຸບັນນີ້ ກຳລັງເຣີ່ມສ້າງ ຫົນທາງອອກຈາກ ເຂຕເມືອງຄຳເກີດ ໄປເຖີງເຂຕ ສົບທວນ ແລະ ໂພນທອງ ຊື່ງເປັນເຂຕຈັດ ສັນໝວດທີ່ 1 ແລະໝວດທີ່ 2 ໂດຽມີຣະຍະ ທາງຍາວທັງໝົດ 18 ຫລັກກິໂລແມ໊ຕ ແລະວ່າສະເພາະ ດ້ານກາຣປຸກສ້າງ ເຮືອນໃຫ້ແກ່ ປະຊາຊົນ ທີ່ເກີດມີບັນຫາ ບໍ່ແລ້ວທັນຕາມ ຂໍ້ສັນຍາໃນ ເມື່ອກ່ອນນັ້ນ ກໍຖືກແກ້ໄຂ ໄປໝົດແລ້ວ ຈື່ງຄາດວ່າ ສຳຫລັບຫໍເຮືອນ ໃຫ້ປະຊາຊົນ ໃນໝວດ 3 ຢູ່ນີ້ ຄົງຈະບໍ່ມີ ບັນຫາໃດໆເລີຽ ດັ່ງທີ່ທ່ານໄດ້ ໃຫ້ຄຳເຫັນ ຕື່ມວ່າ:

ໄມ່(ບໍ່)ມີ ຕ້ອງຕິດຕາມຢ່າງ ໃກ້ຊິດມີ ພນັກງານຂອງ ຣັຖບາລ ເຢີແຢ໋ະ (ຢ່າງຫລວງຫລາຍ) ຢູ່ແຕ່ລະຈຸດ ແຕ່ລະຈຸດເປັນ ພນັກງານ ທີ່ມີຄຸນພາບ

ພ້ອມດຽວກັນນີ້ ທ່ານກໍໄດ້ ເນັ້ນວ່າ: ໂຄງກາຣໂຍກຍ້າຍ ປະຊາຊົນ ໃນກຸ່ມທີ່ 3 ນີ້ຄົງຈະບໍ່ ມີບັນຫາໃດໆ ແລະຄາດວ່າຄົງ ຈະຖືກດຳເນີນ ໄປໄດ້ຢ່າງ ວ່ອງໄວທີ່ສຸດ ຍ້ອນເຄີຽມີ ປະສົປກາຣ ໃນກາຣໂຍກຍ້າຍ ປະຊາຊົນ ໃນຫລາຍໆໝູ່ບ້ານ ມາກ່ອນແລ້ວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.