ຣັຖບານ ແລະ ບສ. ກໍ່ສ້າງເຂື່ອນ ຮັບຜິດຊອບ ການຍົຍ້າຍ ແລະ ພູມລຳເນົາ ໃໝ່ ໃຫ້ຜູ້ຕ້ອງຍົກຍ້າຍ
2008.05.08
ເຈົ້າໜ້າທີ່ ຈາກ ຫ້ອງການ ວິທຍາສາຕ ແລະ ສິ່ງແວດລ້ອມ ປະຈຳແຂວງ ບໍຣິຄຳໄຊ ເປີດເຜີຍ ຄວາມຄືບໜ້າ ກ່ຽວກັບ ແຜນການ ໂຍກຍ້າຍ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະທົບ ກະເທືອນ ຈາກ ການສ້າງ ເຂື່ອນເທີນ-ຫີນບູນ ສ່ວນຂຍາຍ ວ່າ ມີ ປະຊາຊົນ ທີ່ຈະຕ້ອງ ໂຍກຍ້າຍອອກ ທັງໝົດ 22 ບ້ານ ໃນແຂວງ ທັງໝົດ.
“ເທີນ-ຫີນບູນ ກໍ່ 14 ບ້ານ ແລ້ວ, ກໍ່ ປາກກະດິງ 7 ບ້ານ, ຕາມເກັບກຳ ສຖິຕິ ລ່າສຸດ, 2-3 ມື້, ກໍ່ເພີ່ມອີກ ບ້ານນຶ່ງແລ້ວ, ເພາະ ຖ້າວ່າເຮົາ ປັ່ນນ້ຳ ຂຶ້ນສູງແລ້ວ ກໍ່ອາດ ຈະຖ້ວມ ເຖິງບ້ານ ທີ່ 8”
ດັ່ງນັ້ນ, ພາກຣັຖ ແລະ ບໍຣິສັດ ກໍ່ສ້າງເຂື່ອນ ຕ້ອງ ທຳການຊົ່ດເຊີຍ ແລະ ກະກຽມ ບ່ອນທຳມາ ຫາກິນ ໃຫ້ ຜູ້ທີ່ໄດ້ຮັບ ຜົນສທ້ອນ ທີ່ຕ້ອງໄປ ຕັ້ງຖິ່ນຖານໃໝ່ ເພາະໂຄງການ ກໍ່ສ້າງເຂື່ອນ ມີການເຊັນສັນຍາ ຂາຍໄຟຟ້າ (PPA) ໄປແລ້ວ. ເຖິງຢ່າງໃດກໍ່ຕາມ, ການໂຍກຍ້າຍ ຈັດສັນ ທີ່ດິນ ແຫ່ງໃໝ່ ເປັນສິ່ງ ທີ່ເໝາະສົມ ທີ່ສຸດ ຕອນນີ້ ແລະ ປັດຈຸບັນ ມີປະຊາຊົນ ຄ່ອຍທຍອຍ ກັນຍ້າຍ ໄປຢູ່ ບອນໃໝ່ ແລ້ວ.
ສຳລັບ ບ່ອນທຳມາ ຫາກິນ ແລະ ບ້ານໃໝ່ ຂອງໄທບ້ານ ທີ່ໄດ້ຮັບ ຜົນສທ້ອນ ປະມານ 40 ກວ່າພັນ ຄົນ, ຕາມຂໍ້ມູນ ຂອງອົງການ ເອກະຊົນ International River ນັ້ນ, ຈະຕ້ອງຍ້າຍ ອອກໄປ ນອກເຂດ ກໍ່ສ້າງເຂື່ອນ ແຕ່ຈະ ໃຫ້ໃກ້ ກັບບ່ອນຢູ່ເກົ່າ ເພາະ ຂແໜງການ ວິທຍາສາຕ Technology ແລະ ສິ່ງແວດລ້ອມ ເຊື່ອວ່າ ໄທບ້ານ ຢາກໄດ້ ທີ່ດິນ ທີ່ຈະເຮັດ ໃຫ້ພວກເຂົາເຈົ້າ ສາມາດ ດຳຣົງ ຊີວິຕໄດ້ ແບບເດີມ.
“ໂຍກຍ້າຍ ຈັດສັນ ປະຊາຊົນ ທີ່ໃກ້ ບ່ອນເຂົາເຈົ້າ ຢູ່ແຕ່ເດີມ ແລ້ວກໍ່ ຢູ່ບ່ອນໃໝ່ ໃຫ້ເຂົາເຈົາ ມີຊີວິຕ ດີກວ່າ ໃຫ້ເຂົາເຈົ້າ ພັທນາ ສິ່ໃອັນ ໃໝ່ ຣະດົມ ໃຫ້ບໍຣິສັດ ປຸກເຮືອນ ໃຫ້ເຂົາເຈົ້າ ຊອກແຫລ່ງທໍາ ກິນໃໝ່ ໃຫ້ດີກວ່າເກົ່າ”
ຜົນ ການສຳຣວດ ຂອງໂຄງການ ແມ່ນ້ຳ ເພື່ອຊີວິຕ Living River Commission ກ່ຽວກັບ ປະຊາຊົນ ຜູ້ໄດ້ຮັບ ຜົນສທ້ອນ ສແດງໃຫ້ເຫັນວ່າ ໂຄງການ ເຂື່ອນເທີນ ຫີນບູນ ແລະ ເທີນ-ຫີນບູນ ສ່ວນຂຍາຍ ໄດ້ກໍ່ໃຫ້ ເກີດ ຄວາມເສັຍຫາຍ ຕໍ່ການດຳເນີນ ຊີວິຕ ຂອງໄທບ້ານ ຈຳນວນຫລາຍ ໃນ ພື້ນທີ່ລຸ່ມ ແມ່ນ້ຳເທີນ ແລະ ຫີນບູນ. ໄທບ້ານ ໃນ 3 ພື້ນທີ່ ທີ່ສຶກສາ ກ່າວເປັນ ສຽງດຽວ ກັນວ່າ ປາຣິມານປາ ທີ່ຫາໄດ້ ລຸດລົງ ໂດຍສເລັ່ຽ ປະມານ 30 – 90% ແລະ ພວກເຂົາເຈົ້າ ຍັງເວົ້າເຖິງ ການສູນເສັຍ ພື້ນທີ່ເພາະປູກ ຕາມແຄມແມ່ນ້ຳ, ການສູນເສັຍ ແຫລ່ງນ້ຳດື່ມ ໃນຍາມແລ້ງ, ບັນຫາ ການຄົມມະນາຄົມ ແລະ ໃນບາງພື້ນທີ່ ຊາວບ້ານ ຕ້ອງອົພຍົບ ບ້ານເຮືອນ ໂດຍບໍ່ຮູ້ວ່າ ຈະໄດ້ຮັບ ການຊ່ວຍເຫລືອ ຢ່າງພຽງພໍ ຫລືບໍ່.