ການສ້າງເຂື່ອນ ທໍາລາຍ ການດໍາຣົງຊີວິດ ຂອງຊຸມຊົນ

ອົງການ ແມ່ນ້ຳສາກົນ ອອກບົດຣາຍງານ ຂັດຄ້ານ ການສ້າງເຂື່ອນໄຟຟ້າ ຢູ່ລາວອີກ; ບົດນີ້ ຂຽນວ່າ ເຂື່ອນທຳລາຍ ບ້ານເຮືອນ ປາ ແລະ ຣາຍໄດ້ ຂອງປະຊາຊົນ.
ອາວະຣີ ຣາຍງານ
2008.10.06
FT-flood dam 2 ນໍ້າງື່ມ ປ່ອຍນໍ້າ
Photo by RFA

ອົງການ ແມ່ນ້ຳສາກົນ ຊຶ່ງມີສຳນັກງານໃຫຍ່ ຢູ່ຣັດຄາລີຟໍເນັຍ ສະຫະຣັຖ ອະເມຣິກາ ອອກຣາຍງານເມື່ອວັນທີ່ 3 ​ເດືອນຕຸລານີ້ ວ່າ ປັດຈຸບັນ ປະເທດລາວ ມີເຂື່ອນໄຟຟ້າແລ້ວ​ 6 ​ແຫ່ງ ກຳລັງສ້າງຢູ່ ​7​​ເຂື່ອນ ກຳລັງສຶກສາສຳຣວດ 12 ​ແຫ່ງແລະມີແຜນຈະສ້າງ ໃນອານາຄົດ​ 35 ​ແຫ່ງ.

ເຂື່ອນທັງໝົດຈະເຮັດໃຫ້ປະຊາຊົນລາວ ຈຳເປັນຕ້ອງ​​ໂຍ້ກຍ້າຍ ອອກຈາກບ້ານ​​ເຮືອນ ແລະ ບ່ອນທຳມາຫາກິນ ​​ເຖິງນຶ່ງແສນຄົນ. ປັດຈຸບັນ ຫລາຍໝື່ນຄົນ ໄດ້​​ໂຍ້ກຍ້າຍ ອອກໄປແລ້ວ; ຫຼາຍພັນຄົນ ອອກຈາກເຂື່ອນ ນ້ຳເທີນສອງ ແລະ ຜູ້ທີ່ຍົກຍ້າຍ ກໍຍັງບໍ່ໄດ້ຮັບການຊ່ວຍເຫລືອດີ ເທົ່າທີ່ຄວນ.

ອົງການແມ່ນ້ຳສາກົນຂຽນໃນບົດຄວາມໃໝ່ນີ້ ອີກວ່າເຂື່ອນຈະຕັນທາງ​​ຂື້ນລົງ ຂອງປາ; ຕາມທັມມະຊາດແລ້ວ ຍາມນ້ຳຂື້ນ ປາກໍຕ້ອງຂື້ນໄຂ່ ຍາມນ້ຳລົງ ປາກໍລົງ; ນັ້ນ ແມ່ນການດຳເນີນ ຊີວິດ ຂອງປາແຕ່ຖ້າແມ່ນ້ຳ ລຳຄອງ ຖືກຕັນ ການດຳເນີນຊີວິດ ຂອງປາ ກໍຈະຖືກຕັນ ຈະບໍ່ມີປາຂື້ນລົງເໝືອນ​​ເດີມ ປະຊາຊົນ ຈະຂາດເຂີນ ອາຫານ ການກິນ ແລະ ຣາຍໄດ້. ​

ແຕ່ຣັຖບານລາວ ພັດມີເຫດຜົນ ໃນການສ້າງເຂື່ອນ. ​ເຈົ້າໜ້າທີ່ທາງການລາວ ກ່າວຢູ່ເມີ ວ່າ ປະເທດລາວມີແມ່ນ້ຳລຳທານຫລາຍເໝາະສົມ ສຳຣັບການສ້າງເຂື່ອນໄຟຟ້າແລະ ໃນຂະນະດຽວກັນ ປະເທດໃກ້ຄຽງແລະ ປະເທດລາວເອງ ກໍຕ້ອງການໄຟຟ້າ. ລາວຍັງເປັນ ປະເທດທຸກຍາກ ຂາດເຂີນ ຣັຖບານຕ້ອງການ ຣາຍໄດ້ ເພື່ອສ້າງສາພັທນາ​; ຣັຖບານລາວ ຄາດວ່າໂຄງການສ້າງເຂື່ອນ ທັງໝົດ ທີ່ກ່າວມານັ້ນ ຈະຊ່ວຍ​​ໃຫ້ປະເທດລາວ ມີຣາຍໄດ້ ເຖິງນຶ່ງພັນລ້ານດອນລ່າສະຫະຣັຖ ຕໍ່ປີ.

ອົງການ ສາກົນ ແລະ ຣັຖບານ ຂອງຫລາຍປະເທດ ກໍສນັບສນູນ ການສ້າງເຂື່ອນ ຢູ່ລາວເຊັ່ນທະນາຄານໂລກ ແລະ ທະນາຄານ ພັທນາເອເຊັຍ. ຕໍ່ບັນຫາທີ່ວ່າ ເຂື່ອນຈະທຳາຍ ສະພາບແວດລ້ອມນັ້ນ ເຈົ້າໜ້າທີ່ລາວ ກໍເວົ້າວ່າ ຕ້ອງຣະມັດຣະວັງ ຕ້ອງມີການສຶກສາ ສຳຣວດຢ່າງດີ ກ່ອນຈະສ້າງເຂື່ອນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.