ກໍ່ສ້າງ ເຂື່ອນນ້ຳເທີນ 2 ໄກ້ ຈະສຳເຣັດ ແລ້ວ
2008.04.30
ວິສະວະກອນ ທີ່ກ່ຽວຂ້ອງ ຜູ້ນຶ່ງ ໃນການກໍ່ສ້າງ ເຂື່ອນນ້ຳເທີນ 2 ໄດ້ເປີດເຜີຍ ເຖິງຄວາມ ຄືບໜ້າ ຂອງໂຄງການ ກໍ່ສ້າງ ວ່າ ມີຄວາມ ກ້າວໜ້າ ຫລາຍຂື້ນ ນັບມື້ ແລະ ກໍກະວ່າ ໂຄງການ ດັ່ງກ່າວຈະສາມາດ ທົດລອງ ຜລິດ ກະແສ ໄຟຟ້າ ຂັ້ນຕົ້ນ ພາຍໃນປີ 2008 ນີ້, ດັ່ງທີ່ ລາວ ໄດ້ເວົ້າວ່າ:
“ເອ່ ເດືອນ ກໍຣະກະດາ ນີ້ ຄວນຈະແລ້ວ 90% ອາດຈະ COMPLTING TEST ໄດ້ ປາຍປີນີ້ ເພາະວ່າ ທາງດ້ານ ໂຮງໄຟຟ້າ ນັ້ນ ກໍຍັງ ບໍ່ທັນ ຮຽບຮ້ອຍເທື່ອ”
ໃນລະຍະນີ້ ໂຄງການ ກໍ່ສ້າງ ເຂື່ອນນ້ຳເທີນ 2 ກຳລັງ ຢູ່ໃນເວລາ ການດູດນ້ຳ ເຂົ້າໄປຂັງໄວ້ ໃນອ່າງ. ພາຍຫລັງ ທີ່ສາມາດ ເກັບຂັງນ້ຳ ໄດ້ໃນປະຣິມານ ຕາມຄວາມ ຕ້ອງການແລ້ວ, ທາງ ໂຄງການ ກໍ່ຈະ ສ້າງໂຮງໄຟຟ້າ ໃຫ້ແລ້ວ ແລະ ໄດ້ວາງແຜນ ວ່າ ຈະທົດລອງ ປ່ອຍນ້ຳ ໄຫລເຂົ້າ ລະບົບຜລິດ ກະແສໄຟຟ້າ ໃຫ້ໄດ້ ພາຍໃນ ປີ 2008 ນີ້ເລີຍ.
ເຂື່ອນນ້ຳເທີນ 2 ຈະຜລິດ ກະແສ ໄຟຟ້າ ໄດ້ ຫລາຍກວ່າ 1,070 Mw ແລະ ປະຣິມານ ໄຟຟ້າ ໃນຈຳນວນ 1,000 Mw ຫລື 92%. ທີ່ຜລິດໄດ້ ຈະຂາຍໃຫ້ ປະເທດໄທ.
ຜົນສຳເຣັດ ຂອງໂຄງການນີ້ ຈະເປັນ ໂຄງການ ທີ່ມີກຳລັງ ການຜລິດ ກະແສ ໄຟຟ້າ ທີ່ຫລາຍ ທີ່ສຸດ, ຫລາຍກວ່າ ເຂື່ອນ ທີ່ໃຫຍ່ທີ່ສຸດ ໃນປະເທດໄທ.
ໂຄງການນີ້ ນອກຈາກ ຈະມີກຳລັງການຜລິດ ກະແສໄຟຟ້າ ທີ່ສູງຫຼາຍທີ່ສຸດແລ້ວ ພື້ນທີ່ບໍຣິເວນ ການກໍ່ສ້າງ ກໍມີລະຍະທາງຍາວ ແລະ ກິນພື້ນທີ່ ຕັ້ງແຕ່ຫົວຮອດທ້າຍ ມີຄວາມຍາວ 150 ກິໂລແມດ ຈຳນວນຖນົນ ໃນໂຄງການ ມີກວ່າ 200ກິໂລແມດ ແລະ ໂຄງການນີ້ ມີ ມູນຄ່າ ກວ່າ 50 ພັນລ້ານ ບາດໄທຍ ຫຼື ປະມານ 1 ພັນ 600ລ້ານ ໂດລາ ສະຫາຣັດ.