ເຂື່ອນໄຟຟ້າ 3 ແຫ່ງ ອາດເລື່ອນ ເວລາ ສນອງ ຜົນຜລິດ
2008.04.30
ການໄຟຟ້າ ຝ່າຍຜລີດ ແຫ່ງ ປະເທດໄທ ຫລື Egat ກຳລັງ ຊອກຫາ ແຫລ່ງ ພລັງງານ ເພື່ອຈະມາ ໃຊ້ທົດແທນ ໃນສູນສະສົມ ພລັງງານ ທີ່ ອາດຈະຂາດໄປ ໃນ ການເລື່ອນ ເວລາ 2 ປີ, ຈາກເຂື່ອນ 3 ເຂື່ອນ ໃນລາວ ທີ່ມີ ກຳນົດ ຈະສົ່ງ ໄຟຟ້າ ໃນປີ 2013-2014.
ອີງຕາມ ຄຳໃຫ້ການ ຂອງ ທ່ານ ວິນີດ ແຕງນ້ອຍ, ຮອງປະທານ EGat,. ທ່ານ ວ່າ ຄ່າໃຊ້ຈ່າຍ ໃນການສ້າງ ສາຍສົ່ງ ໄຟຟ້າ ມາໃຫ້ ໄທນັ້ນ ກໍ່ອາດ ຈະແພງຂື້ນກວ່າທີ່ຄາດໄວ້; ແຕ່ ການໄຟຟ້າ ຝ່າຍຜລີດ ແຫ່ງປະເທດໄທ ໄດ້ຮັບເງີນກູ້ ຈາກທະນາຄານ ພັທນາ ເອເຊັຽ. ເຂື່ອນໄຟຟ້າ 3 ເຂື່ອນ ດັ່ງກ່າວ ທີ່ມີ ການເລືອນ ເວລານັ້ນ ກໍ່ແມ່ນ ເຂື່ອນ ນ້ຳງື່ມ 3, ຂນາດ 440 ເມກາວັດ, ທີ່ສ້າງໂດຍ ບໍຣີສັດໄທ MDX, ຮ່ວມຫຸ້ນ ກັບ ບໍຣີສັດ ຫຸ້ນສ່ວນ ຣາຊບຸຣີ ແລະ ບໍຣີສັດ ມາຣຸບີນີ ຂອງຍີ່ປຸ່ນ, ເຂື່ອນ ນ້ຳເທີນ 1 ຂນາດ 523 ເມກາວັດ ສ້າງໂດຍ ບໍຣີສັດ Gamuda ຂອງ ມາເລເຊັຍ ຮ່ວມຫຸ້ນ ກັບ ບໍຣີສັດ ໄຟຟ້າ ມະຫາຊົນ Egco ແຫ່ງ ປະເທດໄທ ແລະ ເຂື່ອນທີ 3 ນັ້ນ ກໍ່ແມ່ນ ເຂື່ອນນ້ຳງຽບ, ຂນາດ 261 ເມກາວັດ ສ້າງໂດຍບໍຣີສັດ Kansai ຂອງ ຍີ່ປຸ່ນ ຮ່ວມຫຸ້ນ ກັບການໄຟຟ້າ ຝ່າຍຜລີດ ແຫ່ງປະເທດໄທ ຫລື Egat. ເຂື່ອນໄຟຟ້າ ທັງ 3 ເຂື່ອນນີ້ ມີກຳນົດ ສົ່ງກະແສ ໄຟຟ້າ ໃຫ້ Egat ພາຍໃນປີ 2013-2014. ແຕ່ ຕ້ອງໄດ້ເລື່ອນ ເວລາໄປ 2 ປີ.
ທ່ານ ວີນີດ ກ່າວເພີ່ມ ອີກວ່າ ເພື່ອໃຫ້ ບໍ່ເປັນ ການຂາດ ປະຣີມານ ກະແສ ໄຟຟ້າໃນສາງ ເກັບໄຟຟ້າ ຂອງໄທ ທີ່ ອາດຈະ ລົດລົງ ປະມານ 15%. ຖ້າມີ ການເລື່ອນເວລາ ໃນການສົ່ງໃຫ້, ການໄຟຟ້າ ຝ່າຍຜລີດ ແຫ່ງ ປະເທດໄທ ກໍ່ໄດ້ ຊອກຊ່ອງທາງ ຫາພລັງງານ ແຫ່ງອື່ນ ມາໃຊ້ ທົດແທນ. ດີແຕ່ວ່າ ໃນເວລານັ້ນ ໂຄງການ ຜລິດໄຟຟ້າ ຈາກຖ່ານຫີນ ຫົງສາ ລິກນາຍ ທີ່ແຂວງ ໄຊຍະບຸຣີ ຂອງລາວ ທີ່ລົງທືນ ໂດຍ ບໍຣີສັດ ບາງປູ ແລະ ການໄຟຟ້າ ຣາຊບຸຣີ ກໍ່ຈະສ້າງ ແລ້ວ ແລະ ກໍ່ຈະສາມາດ ສົ່ງກະແສ ໄຟຟ້າ ໃຫ້ໄທ ໄດ້ປະມານ 1,653 ເມກາວັດ ຊຶ່ງ ຣັຖບານລາວ ມີຫຸ້ນສ່ວນ 20% ໃນໂຄງການນີ້.