ປະຊາຊົນ ເຂດນ້ຳຍຶ່ງເຂື່ອນ ຕ້ອງໄປຢູ່ ບ່ອນຈັດສັນໃໝ່ ໃນ ປີ 2009
2008.05.16
ການໂຍກຍ້າຍ ປະຊາຊົນ ອອກຈາກ ເຂື່ອນນ້ຳງຶ່ມ 2 ຈະຕ້ອງ ໃຫ້ແລ້ວ ພາຍໃນ ປີ 2009.
ແຜນການ ໂຍກຍ້າຍຄົນ ອອກຈາກ ພື້ນທີ່ ສ້າງ ເຂື່ອນນ້ຳງຶ່ມ 2, ໂດຍສເພາະ, ບໍຣິເວນ ທີ່ ຈະຕ້ອງ ກັກນ້ຳ ເຂົ້າເຂື່ອນ ຊຶ່ງ ຈະເຮັດໃຫ້ ນ້ຳຖ້ວມສູງ ເປັນ ບໍຣິເວນກ້ວາງ, ແລ້ວ ປະຊາຊົນ ໃນບໍຣິເວນ ດັ່ງກ່າວ ຕ້ອງຍ້າຍອອກ ໃຫ້ໝົດ ກ່ອນ ເປັ່ງນ້ຳ ເຂົ້າອ່າງ ເກັບນ້ຳ ໃນປີໜ້າ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ ໂຄງການ ກໍ່ສ້າງ ເຂື່ອນໄຟຟ້າ ນ້ຳງຶ່ມ 2 ເປີດເຜີຍ ກ່ຽວກັບເ ຣື້ອງນີ້ ວ່າ:
“ເວລາ ນ້ຳງຶ່ມ ປີ 2009 ນ້ຳງຶ່ມ ຈະມີ ການກັກນ້ຳ. ຕອນນັ້ນ ກໍ່ຈະມີ ການຍົກຍ້າຍ ກ່ອນ ປີ 2009”
ການໂຍກຍ້າຍ ປະຊາຊົນ ອອກຈາກ ບໍຣິເວນ ດັ່ງກ່າວ ມານັ້ນ ມີທັງ ພາກຣັຖ ແລະ ພາກເອກຊົນ ຮ່ວມລົງມື ສຳຣວດ ຜົນສທ້ອນ ຕ່າງໆ ແລະ ຊອກຫາ ພື້ນທີ່ ເໝາະສົມ ໃຫ້ ປະຊາຊົນ ທີ່ຈະຕ້ອງ ຍົກຍ້າຍ ອອກດ້ວຍ. ຈາກ ການສຳຣວດ ຂອງກຸ່ມ NGO ດ້ານ ສິ່ງແວດລ້ອມ ພົບວ່າ ປະຊາຊົນ ໃນບໍຣິເວນ ທີ່ ກໍ່ສ້າງ ເຂື່ອນນ້ຳງຶ່ມ 2, ມີ ປະມານ 5,500 ຄົນ, ສ່ວນຫລາຍ ເປັນ ຊາວເຜົ່າມົ້ງ, ຈະຕ້ອງ ອົບຍົພ ອອກຈາກ ບໍຣິເວນ ອ່າງເກັບນ້ຳ ຂອງ ເຂື່ອນນ້ຳງື່ມ 2 ຊຶ່ງມີ ຂນາດ 600 Mw ແລະ ຈະມີ ການດຳຣົງ ຊີວິຕ ທີ່ປ່ຽນແປງ ແລະ ຕ້ອງ ປັບຕົວ ເຂົ້າກັບ ສຖານະການ ໃໝ່ໆ. ເຈົ້າໜ້າທີ່ ຜູ້ດຽວ ກັນນີ້ ກ່າວ ກ່ຽວກັບ ເຂື່ອນນ້ຳງຶ່ມ 2 ແຕ່ພຽງວ່າ:
“ບ່ອນກໍ່ສ້າງ ກໍ່ບໍ່ມີ ປະຊາຊົນ ຢູ່ດອກ ວາງແຜນ ໂຍກຍ້າຍ ເຂົາເຈົ້າ ກໍ່ມີ ລະອຽດ ໝົດແລ້ວ, ຮັບຮອງ ຈາກ ອົງການ ວິທຍາສາຕ ແລະ ສິ່ງແວດລ້ອມ ໝົດລະ, ບໍ່ມີ ບັນຫາ ຫຍັງດອກ”
ໂຄງການ ກໍ່ສ້າງ ເຂື່ອນນ້ຳງຶ່ມ 2 ເປັນ ໂຄງການ ຮ່ວມທຶນ ຣະຫວ່າງ ລາວ ແລະ ໄທ, ຫຸ້ນໃຫຍ່ ຄືບໍຣິສັດ ຊ. ການຊ່າງ ຂອງ ໄທ 28.5%, ການໄຟຟ້າລາວ EDL 25%, ຣາຊບູຣີ Holding 25%, ທາງດວນ ກຸງເທບ 12.5%, ຊລາພັຄ Development 4%, PT Construction 4%, ທິມ Consulting 1%, ແລະ ໃນປີ 2011 ຄາດວ່າ ເຂື່ອນຈະວ້າງແລ້ວ ແລະ ຈະຂາຍ ໄຟຟ້າ ໃຫ້ແກ່ ການ ໄຟຟ້າ ຝ່າຍຜລິຕ ແຫ່ງປະເທດໄທ ໄດ້.
ຂໍ້ມູນ ບາງຕອນ ຈາກ ວາຣະສານ Watershed ກ່ຽວກັບ ເຣື້ອງ ນິເວດ ວິທຍາ ເວົ້າວ່າ ໃນ ສປປລາວ ເວລາ ສ້າງເຂື່ອນ ນ້ຳງຶ່ມ ເຮັດໃຫ້ ປະຊາຊົນ ຫລາຍກວ່າ 3,500 ຄົນ ໃນ ບໍຣິເວນ ນັນ ຕ້ອງອົພຍົພ ໄປຕັ້ງ ຖິ່ນຖານ ຢູ່ບ່ອນໃໝ່ 25 ປີ ຫລັງ. ຈາກນັ້ນ, ຊຸມຊົນ ອົພຍົບ ຍັງຕ້ອງ ສູ້ທົນ ຍ້ອນ ບໍ່ມີ ນ້ຳສະອາດ ດື່ມຢູ່.