ໂຄງການ ເຂື່ອນໄຟຟ້າ ນ້ຳທາ ຕ້ອງໄດ້ຍ້າຍ 34 ບ້ານ

ນ້ຳທາ ເປັນ ສາຍນ້ຳໃຫຍ່ ຢູ່ເຂດ ສອກຫລີກ, ແຂວງບໍ່ແກ້ວ. ພື້ນທີ່ ອອ້ມແອ້ມ ກໍ່ບໍ່ມີ ປ່າໄມ້ໃຫຍ່ ຫລາຍພໍປານໃດ ແລະ ບ້ານເຮືອນ ໄຮ່ນາ ຂອງ ປະຊາຊົນ ກໍ່ຢູ່ ຫ່າງກັນ ເປັນກຸ່ມ ບ້ານນ້ອຍໆ, ເໝາະສົມ ກັບການສ້າງ ເຂື່ອນໄຟຟ້າ.
ຊີດນີ ຣາຍງານ
2008.05.16

ຄາດວ່າ ຈະມີ ປະຊາຊົນ ກວ່າ 9,000 ຄົນ ຫລື ປະມານ 34 ໝູ່ບ້ານ ຈະໄດ້ຮັບຜົລກະທົບ ຈາກ ການສ້າງ ເຂື່ອນນ້ຳທາ ທີ່ ແຂວງ ບໍ່ແກ້ວ ຂອງລາວ. ໂຄງການ ສ້າງ ເຂື່ອນໄຟຟ້າ ນ້ຳທາ ຂນາດ 168 Mw ໃນເຂດ ເມືອງຜາອຸດົມ ແຂວງບໍແກ້ວ ຂອງ ບໍຣິສັດ ພັທນາ ໄຟຟ້າ ພາກໃຕ້ ຂອງຈີນ ຫລື CHG. ຖ້າ ການສືກສາ ຄວາມເປັນໄປໄດ້ ຫາກມີ ການລົງທຶນ ໃນການກໍ່ສ້າງ, ກໍ່ຈະຊ່ອຍ ໃຫ້ແຂວງ ທາງພາກເໜືອ ຂອງລາວ ມີ ໄຟຟ້າ ໃຊ້ ໃນອານາຄົດ; ແຕ່ ຜົນເສັຽ ກໍ່ແມ່ນວ່າ ປະຊາຊົນ ກວ່າ 34 ໝູ່ບ້ານ, ປະມານ 9,000 ຄົນ ຈະຖືກ ໂຍກຍ້າຍ ທາງບໍຣີສັດຜູ້ກໍ່ສ້າງ ກໍ່ຈະຊ່ອຍ ຈ່າຍ ໃນຄ່າຊົດເຊີຍ ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ, ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:

”ມີກນໂຍກຍ້າຍທັງຫມົດໃນ 34 ຫມູ່ບ້ານ ຈຳນວຣພົລເມືອງປະມານ 9 ພັນປາຍຄົນ ສ່ວນໃຫຍ່ຈະຫຍັບຂື້ນໄປ ຕອນຍັງຍັງສຳຣວດບໍ່ສຳເຣັດເທືອ່ ຫລັງຈາກແລ້ວ ກໍ່ຈະທຳການໂຍກຍ້າຍ.”

ທ່ານ ກ່າວເພີ່ມອີກ, ໃນປັດຈຸບັນ ບໍຣີສັດ ຈີນ ກຳລັງ ຊອກຫາ ພື້ນທີ່ ເພື່ອຮອງຮັບ ຊາວບ້ານ ຈາກ ເຂດເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ເຂດເມືອງລອງ ແຂວງຫລວງນ້ຳທາ, ຜູ້ທີ່ ຈະໂຍກຍ້າຍ ກວ່າ 9,000 ຄົນ ໄວ້ແລ້ວ. ຖ້າໂຄງການສ້າງເຂື່ນ ນັ້ນ ເປັນໄປ ຕາມແຜນການ, ກໍ່ຈະມີ ການໂຍກຍ້າຍ ປະຊາຊົນ ເປັນການໃຫຍ່ ເພາະເຂື່ອນ ດັ່ງກ່າວ ຈະເຮັດໃຫ້ ນ້ຳຖ້ວມ ໄປຮອດ 95 Km2. ທ່ານກ່າວ ກ່ຽວກັບ ຄວາມເສັຽຫາຍ ຂອງການສ້າງ ເຂື່ອນນ້ຳທາ ວ່າ:

”ເປັນ ໂຄງການນຶ່ງ ທີ່ມີ ຄວາມສ່ຽງສູງ, ນຶ່ງ ແມ່ນມີ ການໂຍກຍ້າຍ ປະຊາຊົນ, ສອງ ມູນຄ່າ ໃນ ການລົງທຶນ ຂ້ອນຂ້າງແພງ. ມັນຈະ ບໍ່ສົມດູນ ກັບ ການຕິດຕັງ ຂາດ 168 Mw.  ເຣື້ອງ ສພາບແວດລ້ອມ ນີ້, ບໍ່ມີບັນຫາ ເພາະ ປະຊາຊົນ ໃນ ເຂດນັ້ນ ມັນ ດ້ອຍພັດທນາ. ຄັນໂຄງການນີ້ ເຂົ້າໄປ, ການເປັນຢູ່ ກໍ່ຈະດີຂຶ້ນ.”

ສາຍນ້ຳທາ ເປັນ ສາຍນ້ຳໃຫຍ່ ສາຍນຶ່ງ ຢູ່ເຂດ ສອກຫລີກ ຂອງ ແຂວງບໍ່ແກ້ວ. ພື້ນທີ່ ອອ້ມແອ້ມ ກໍ່ບໍ່ມີ ປ່າໄມ້ໃຫຍ່ ຫລາຍພໍປານໃດ ແລະ ບ້ານເຮືອນ ໄຮ່ນາ ຂອງ ປະຊາຊົນ ກໍ່ຢູ່ ຫ່າງກັນ ເປັນກຸ່ມບ້ານນ້ອຍໆ, ເໝາະສົມ ກັບການສ້າງເຂື່ອນ. ດັ່ງນັ້ນ, ຣັຖບານລາວ ແລະ ເອກຊົນຈີນ ຈຶ່ງຈັດ ສັນທີ່ນີ້ ເປັນບ່ອນ ທີ່ ເໝາະສົມສຳລັບ ການສ້າງເຂື່ອນ ທີ່ຈະ ບໍກະທົບ ກະເທືອນ ຕໍ່ ສພາບ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຫລາຍປານໃດ; ແຕ່ ກຸ່ມປົກປ້ອງ ສະພາບ ແວດລ້ອມ ບອກວ່າ ມີຜົລກະທົບ ແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.