ຊາວບ້ານໃນເຂດ ເຂື່ອນນໍ້າເທີນ 2 ບໍ່ພໍໃຈ
2010.03.25

ປະຊາຊົນ ຜູ້ໄດ້ຮັບຜົລ ກະທົບກະເທືອນ ຈາກໂຄງກາຣສ້າງ ເຂື່ອນນ້ຳເທີນ 2 ບໍ່ພໍໃຈນຳຄ່າ ຊົດເຊີຽ ຈາກກາຣສ້າງເຂື່ອນ ແຕ່ຢ່າງໃດ ຍ້ອນພື້ນທີ່ດິນ ທີ່ໄດ້ຮັບນັ້ນ ນ້ອຍເກີນໄປ ບໍ່ພຽງພໍຕໍ່ ກາຣປູກຝັງ ເພື່ອທຳມາຫາກິນ ລ້ຽງຄອບຄົວ.
ສະເພາະພວກທີ່ ໄດ້ຮັບຄ່າຊົດເຊີຽ ໂດຽມີທີ່ດິນ ຕິດກັບບໍຣິເວນ ທີ່ມີສາຍ ສົ່ງກະແສໄຟຟ້າ ນັ້ນ ກໍບໍ່ພໍໃຈເຊັ່ນກັນ ຍ້ອນເຂົາເຈົ້າບໍ່ ສາມາດ ນຳໃຊ້ທີ່ດິນ ຂອງພວກຕົນ ເພາະຢ້ານຈະບໍ່ມີ ຄວາມປອດພັຍ:
“ມີແຕ່ 2.6 ເຮັກຕ໊າຣ໌ ນີ້ແຫລະ 2 ບ່ອນນີ້ແຫລະ ປູກເຂົ້າປູກມັນ ບໍ່ພໍແຫລະ ຄົນຜັດ(ມີ) 10 ຄົນບາດໄດ້ທີ່ດິນແຕ່ 2 ຫລັກ ກໍໄດ້ແຕ່ຫາກິນ ໄປໃຫ້ພໍກິນ ແຫລະ”.
ປະຊາຊົນ ທີ່ເກີດຄວາມ ບໍ່ພໍໃຈດັ່ງກ່າວ ເປັນປະຊາຊົນ ຈາກຫລາຍໝູ່ບ້ານ ທີ່ຖືກໂຍກຍ້າຍ ໂດຽມີທັງໝົດກວ່າ 7,000 ຄົນ ຊຶ່ງນອກຈາກບັນຫາ ທີ່ດິນນ້ອຍ ດັ່ງກ່າວ ນີ້ແລ້ວ ຍັງມີບັນຫາ ທີ່ບໍ່ໄດ້ຮັບ ກາຣຊ່ວຍເຫລືອດ້ານ ອາຫາຣກາຣກິນ ດັ່ງທີ່ທາງຣັຖບາລ ໄດ້ໃຫ້ຄຳໝັ້ນ ສັນຍາໄວ້ ໃນເມື່ອກ່ອນ ເຮັດໃຫ້ເຂົາເຈົ້າ ໄດ້ຮັບຄວາມ ລຳບາກ ເພາະຕ້ອງໄດ້ຫາລ້ຽງ ເພື່ອກຸ້ມຕົນເອງ.
ນອກຈາກນັ້ນ ພວກທີ່ມີດິນ ຕິດກັບເຂຕ ສົ່ງສາຍໄຟຟ້າ ກໍມີຄວາມກັງວົລ ດ້ານຄວາມປອດພັຍ ນຳອີກ ໂດຽສະເພາະທີ່ວ່າ ຫລັງຈາກກາຣ ສ້າງເຂື່ອນ ສິ້ນສຸດລົງແລ້ວ ກໍມີກາຣປະກາສ ບໍ່ໃຫ້ຊາວບ້ານ ເຂົ້າໄປໃກ້ເສົາສາຍ ສົ່ງໄຟຟ້າ ໃນຣະຍະ 40 ແມ໊ຕ ເພາະຈະເກີດອັນຕຣາຍ ຍິ່ງເຮັດໃຫ້ເຂົາເຈົ້າ ມີຄວາມກັງວົລ ຢ້ານຈະບໍ່ມີຄວາມ ປອດພັຍ ດັ່ງຊາວບ້ານເຊບັ້ງໄຟ ຜູ້ໜຶ່ງເວົ້າວ່າ:
“ບ້ານນີ້ ໃນເມື່ອເກິດ ອຸບັຕຕິເຫຕ ລົງມາ ປູກເຂົ້າດຳນາ ລ້ຽງສັຕ ລ້ຽງທຸກສິ່ງ ທຸກຢ່າງຢູ່ທີ່ນີ ມາໝຸນໃຊ້ທີ່ດິນນີ້ ໃນເມື່ອມີອັນຕຣາຍ ມານີ້ ຜູ້ໃດຈະເປັນ ຜູ້ຮັບຜິດຊອບ ແລະຜູ້ໃດຈະມາ ເປັນຜູ້ເສັຽຄ່າຊີວີຕ ຂອງປະຊາຊົນ ຜູ້ທີຖືກອັນຕຣາຍ ໃນຂອບເຂຕດິນນີ້”.
ຢ່າງໃດກໍຕາມ ເຂື່ອນນ້ຳເທີນ 2 ກຳລັງສົ່ງ ກະແສໄຟຟ້າ ທີ່ຜລິຕໄດ້ ໃນປັຈຈຸບັນເຖິງ 95% ແລະໄດ້ເຣີ່ມສົ່ງ ໃຫ້ໄທຽແຕ່ວັນທີ່ 15 ມີນາ 2010 ນີ້ເປັນຕົ້ນມາ ໂດຽມີເປົ້າໝາຍທີ່ ເຂື່ອນດັ່ງກ່າວ ຈະສາມາດນຳຣາຍໄດ້ ໃຫ້ແກ່ຣັຖາລລາວ ປະມານ 80 ລ້ານດອລລາຣ໌ ສະຫະຣັຖຕໍ່ປີ ຈາກກາຣເກັບຄ່າພາສີ ຄ່າທັມນຽມ ແລະ ຜົລກຳໄຣພາຍໃຕ້ ຂໍ້ສັນຍາກັບທາງ ກາຣໄທຽໃນຣະຍະ ເວລາ 25 ປີ.