ໂຄງການເຂື່ອນນໍ້າຊອງ ຈະເລີ້ມການສໍາຣວດ
2010.09.28
ກົດຟັງສຽງ
ທາງການລາວ ໄດ້ລົງນາມ ກັບກຸ່ມ ນັກລົງທຶນ ເພື່ອສຳຣວດ ແລະ ອອກແບບໂຄງການ ສ້າງເຂື່ອນໄຟຟ້າ ນ້ຳຊອງ ໃນແຂວງວຽງຈັນ. ຄາດວ່າໂຄງການ ພະລັງໄຟຟ້າ ນ້ຳຊອງ ຈະຊ່ວຍໃຫ້ ປະຊາຊົນ ໃນແຂວງວຽງຈັນ ມີໄຟຟ້າໃຊ້ ຢ່າງທົ່ວເຖິງ. ນອກຈາກນັ້ນ ກໍຍັງຄາດວ່າ ຈະຊ່ວຍຫລຸດຜ່ອນ ຄວາມທຸກຍາກຂາດເຂີນ ໄປນໍາອີກດ້ວຍ ແລະ ທາງການກໍຍັງບໍ່ ເຫັນວ່າໂຄງການນີ້ ຈະສົ່ງຜົນກະທົບ ຕໍ່ທຸຣະກິດ ການທ່ອງທ່ຽວ ໃນຂົງເຂດ ດັ່ງກ່າວ. ເຈົ້າໜ້າທີ່ ຂັ້ນສູງ ຈາກບໍຣິສັດ ອອກແບບແລະ ສຳຣວດ ເຂື່ອນໄຟຟ້າ ນ້ຳຊອງ ອະທິບາຍວ່າ:
"ແລະມີຈຳນວນນຶ່ງ ອາດສິບໍ່ເຂົ້າໃຈ ບໍ່ທັນ ຈະແຈ້ງຫັ້ນ ຄິດວ່າເຮົາເຮັດເຂື່ອນ ແລ້ວນ້ຳແຫ້ງ ຄົນຕ່າງປະເທດ ບ່ອນໃດຊິມາ ບໍ່ມາທ່ຽວ ມັນບໍ່ມີນ້ຳ ອັນນັ້ນແມ່ນເຣື້ອງ ເປັນໄປບໍ່ໄດ້ ຖ້າບໍ່ນ້ຳຕັນຫັ້ນ ພວກເຮົາຜູ້ເຮັດ ກໍຕາຍຄືກັນ".
ທ່ານເວົ້າຕໍ່ໄປວ່າ ໂຄງການສ້າງເຂື່ອນ ໄຟຟ້ານ້ຳຊອງ ຫາກໍ່ເລີ້ມ ເຊັນສັນຍາ ສຳຣວດ ແລະອອກແບບສຶກສາ ຄວາມເປັນໄປໄດ້ ກ່ອນການລົງມື ກໍ່ສ້າງ. ສໍາລັບບັນຫາ ແລະ ຜົນກະທົບ ທີ່ຫລາຍຝ່າຍ ຮວມທັງຊາວບ້ານ ທ້ອງຖິ່ນ ມີຄວາມເປັນຫ່ວງ ດ້ານຜົນກະທົບ ຈາກໂຄງການ ກໍຍັງສາມາດ ສະແດງຄວາມ ຄິດເຫັນໄດ້. ຫາກມີບັນຫາ ຄຳຖາມ ແລະຂໍ້ມູນໃດ ທີ່ທາງບໍຣິສັດ ສຳຣວດອອກແບບ ບໍ່ສາມາດຕອບ ຫລືແກ້ໄຂໄດ້ ກໍຈະນຳໄປ ພິຈາຣະນາ ຫລືເຍີ້ນເວລາ ກໍ່ສ້າງອອກໄປກ່ອນ ຫາກໂຄງການ ດັ່ງກ່າວ ຈະສົ່ງຜົນກະທົບ ຕໍ່ຊີວິດການ ເປັນຢູ່ຂອງ ປະຊາຊົນ ແລະສິ່ງແວດລ້ອມ ຫລາຍເກີນໄປ.
ເຂື່ອນໄຟຟ້າ ນ້ຳຊອງ ຕັ້ງຢູ່ບ້ານ ຖິ່ນອ່ອນ ເມືອງວັງວຽງ ແຂວງວຽງຈັນ. ການສຳຣວດ ຈະກວມພື້ນທີ່ 80 ກິໂລແມັດ ມົນທົນ, ໃຊ້ເວລາປະມານ 9 ເດືອນ. ຫລັງຈາກນັ້ນ ກໍຈະສເນີໜ້າວຽກ ໃຫ້ເຈົ້າໜ້າທີ່ ຮັບຜິດຊອບ ນຳເອົາໄປ ພິຈາຣະນາ ໂດຍສະເພາະກ່ຽວກັບ ຜົນກະທົບ ຕໍ່ສິ່ງແວດລ້ອມ ບ່ອນຢູ່ອາສັຍ ແລະພື້ນທີ່ ໄຮ່ນາຮົ້ວສອນ ຂອງຊາວບ້ານ. ຫາກການສຳຣວດ ແລະອອກແບບຜ່ານ ໄປດ້ວຍດີ ການກໍ່ສ້າງຈະເລີ້ມ ພາຍໃນ ປີ 2012 ແລະຄາດວ່າຈະແລ້ວ ພາຍໃນປີ 2014.