ໂຄງການເຂື່ອນເຊກອງ 4 ຈະເລີ້ມຫລັງຣະດູຝົນ

ໂຄງການເຂື່ອນ ໄຟຟ້າ ເຊກອງ 4 ຄາດວ່າຈະ ເລີ້ມລົງມື ກໍ່ສ້າງ ຫລັງຈາກ ລະດູຝົນ ປີນີ້.
ໂພໄຊສວັດ
2010.09.21

ທາງການລາວ ພ້ອມກັບ ບໍຣິສັດ ຜູ້ລົງທຶນ ຕຣຽມກໍ່ສ້າງ ໂຄງການເຂື່ອນ ໄຟຟ້າພະລັງນ້ຳ ໃນແຂວງເຊກອງ ໂດຍສະເພາະ ເຂື່ອນເຊກອງ 4 ຊື່ງຄາດວ່າ ຈະເລີ້ມລົງມື ກໍ່ສ້າງ ຫລັງຈາກ ລະດູຝົນປີນີ້ ເພາະການກະຕຣຽມ ກໍພ້ອມພຽງ ເກືອບໝົດທຸກດ້ານ. ເຈົ້າໜ້າທີ່ຜແນກ ແຜນການ ແລະການລົງທຶນ ແຂວງເຊກອງ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ເຊກອງ 4 ຕຽມລົງມື ຕົກແລ້ງ ພຸ້ນແຫລ໋ະ ຊິໄດ້ລົງມື ຫລັງຝົນ ກຳລັງສຳຣວດ ອອກແບບ ກໍໄດ້ໃຫ້ ສະຖາບັນ ອອກແບບ ຂອງກະຊວງ ໂຍທາ ມາສຳຣວດ ອອກແບບ ເອີເພາະວ່າ ດຽວນີ້ກໍໃຫ້ ພ້ອມທັງອອກແບບ ທັງເຮັດທາງ ພ້ອມສ້າງ ຄັນວ່າຕົກແລ້ງ ກໍຈະລົງມືເຮັດ ແຕ່ທັງສຳຣວດ ລົງມື ສຳຣວດແລ້ວ ອອກແບບ ຜັງເມືອງຫັ້ນ".

ໂຄງການ ດັ່ງກ່າວນີ້ ຈະສົ່ງຜົນ ກະທົບ ຕໍ່ປະຊາຊົນ ໃນເມືອງກະລຶມ ແລະ ເມືອງລະມາມ ຫລາຍຮອດ 5,000 ຄົນ. ຊາວບ້ານຈະຕ້ອງ ໄດ້ໂຍກຍ້າຍ ອອກຈາກ ບ້ານເຮືອນ ບ່ອນຢູ່ອາສັຍ. ປັດຈຸບັນນີ້ ທາງການກໍມີ ພື້ນທີ່ດິນ ບາງສ່ວນ ແລະກຳລັງດັດແປງ ເພື່ອໃຫ້ ປະຊາຊົນໄດ້ ໄປຕັ້ງ ຖິ່ນຖານໃໝ່. ທາງການເປີດເຜີຍວ່າ ຊາວບ້ານ ບາງສ່ວນສາມາດ ໂຍກຍ້າຍອອກ ໄປໄດ້ແລ້ວ ແຕ່ປະຊາຊົນ ສ່ວນໃຫຍ່ ໃນເມືອງກະລຶມ ຍັງລໍຖ້າການ ປະກາດ ຂອງທາງການ ອີກກ່ອນ. ເຖິງຢ່າງໃດ ກໍຕາມ ການໂຍກຍ້າຍ ຊາວບ້ານ ທັງໝົດຕ້ອງ ໃຫ້ແລ້ວ ພາຍໃນປີໜ້ານີ້.

ໂຄງການພະລັງ ໄຟຟ້າເຊກອງ 4 ຕັ້ງຢູ່ໃນ ແຂວງເຊກອງ ຈະເປັນເຂື່ອນກັ້ນ ລຳນ້ຳເຊ ກະວ່າຈະສາມາດ ຜລິດກະແສ ໄຟຟ້າໄດ້ 600 ເມັກກະວັດ ໂດຍບໍຣິສັດ Region Oil ຈາກຣັຖເຊັຍ ຖືຮຸ້ນໃຫຍ່ 80 ສ້ວນຮ້ອຍ ແລະ 20 ສ່ວນຮ້ອຍ ແມ່ນ ຣັຖວິສາຫະກິດ ໄຟຟ້າລາວ ເປັນຜູ້ຖືຮຸ້ນ.

ໂຄງການດັ່ງກ່າວ ຄາດວ່າຈະເລີ້ມ ຜລິດກະແສ ໄຟຟ້າໄດ້ ໃນປີ 2013. ພື້ນທີ່ອ່າງ ເກັບຮັກສານ້ຳ ຈະມີຄວາມກວ້າງ ປະມານ 170 ຕາລາງ ກິໂລແມັດ. ກະແສໄຟຟ້າ ທີ່ຜລິດໄດ້ ຈາກໂຄງການ ພະລັງໄຟຟ້າ ເຊກອງ 4 ຈະສົ່ງໄປຂາຍ ໃຫ້ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ແລະ ບໍຣິສັດ ໄຟຟ້າວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.