TERRA ຂໍໃຫ້ລາວ ພິຈາຣະນາ ການສ້າງເຂື່ອນໄຟຟ້າ
2009.11.17
ທ່ານ ສີສຸວັນ ຄວນຂະຈອນ ຜູ້ອໍານວຍການ ໂຄງການຟື້ນຟູຊີວິດ ແລະທັມມະຊາຕ ຫລື TERRA ສະແດງຄວາມເປັນຫ່ວງ ເລື້ອງແຜນການສ້າງເຂື່ອນ ໃນລາວ ທີ່ຫລາຍ ເກີນຄວາມຈໍາເປັນ ເພາະທົ່ວປະເທດລາວ ມີຄວາມຕ້ອງການ ໄຟຟ້າ ພຽງ100ແມັກກາວັດ. ທ່ານວ່າການພັທນາ ປະເທດແບບໄວວາ ບໍ່ຈໍາເປັນສ້າງ ເຂື່ອນຂາຍໄຟຟ້າ ເພື່ອຫາຣາຍໄດ້ ເພາະການສ້າງເຂື່ອນ ຈະກໍ່ໃຫ້ເກີດຜົລເສັຽຫາຍ ໃນລະຍະຍາວ ຫລາຍກວ່າຜົລດີ:
"ທ່ານວ່າ ລາວຕ້ອງການແທ້ໆ ຄິດວ່າ ບໍ່ພໍເທົ່າໃດ ຮ້ອຍແມັກກາວັດ ທີ່ເຫລືອຂາຍໃຫ້ໄທ. ແມ່ນໍ້າ ເປັນຊັພຍາກອນ ທີ່ມີຄຸນຄ່າຫລາຍ. ປ່າໄມ້ຈະຖືກນໍ້າຖ້ວມ. ການຕັດສີນໃຈ ເລື້ອງໂຄງການສ້າງເຂື່ອນ ທີ່ຕ້ອງເສັຽສະລະ ແມ່ນໍ້າທັງສາຍ ຫລືທໍາລາຍປ່າໄມ້ ທີ່ມີຄວາມອຸດົມສົມບູນ ຫລາຍ ຊຶ່ງອາຈມີປະໂຫຍດ ມະຫາສານ ໃນອະນາຄົດ ເປັນເລື້ອງທີ່ຕ້ອງຄິດໜັກ ເພາະແມ່ນໍ້າທີ່ ເສັຽໄປແລ້ວ ຟື້ນຟູເອົາຄືນ ບໍ່ໄດ້."
ປັຈຈຸບັນ ໂຄງການ ກໍ່ສ້າງເຂື່ອນໃນລາວ ທີ່ໄດ້ຮັບການອະນຸມັດ ຈາກຣັຖບານແລ້ວ ມີປະມານ 30ເຂື່ອນ ແລະນັກລົງທຶນ ມີແຜນຈະຂໍ ອະນຸຍາດສ້າງອີກ 40ກວ່າເຂື່ອນ ຊຶ່ງທ່ານເຊື່ອວ່າ ຈະມີຜົລກະທົບ ຢ່າງໃຫຍ່ຫລວງ ຕໍ່ປະເທດລາວ ໃນອະນາຄົດ. ແລະທ່ານກໍເຫັນວ່າ ສາເຫດທີ່ສໍາຄັນ ແນວນຶ່ງຂອງການ ເກີດນໍ້າຖ້ວມ ກ່ຽວຂ້ອງກັບການຕັດໄມ້ ທໍາລາຍປ່າເພື່ອເອົາ ພື້ນທີ່ໄປສ້າງເຂື່ອນ.
ໃນເລື້ອງທີ່ ສປປລາວຢາກເປັນໝໍ້ໄຟ ຂອງເອເຊັຽ ດ້ວຍການສ້າງເຂື່ອນ ຂາຍໄຟຟ້າ ເພື່ອຈະໄດ້ເງິນມາ ພັທນາປະເທດນັ້ນ ກໍເປັນສີ່ງທີ່ສ່ຽງ ຕໍ່ສະພາບແວດລ້ອມ ແລະເປັນແນວຄິດ ຂຍາຍເສຖກິດ ທີ່ເສຣີຫລາຍເກີນໄປ -ທ່ານກ່າວ.
ແຕ່ເຖິງແນວໃດ ເຈົ້າໜ້າທີ່ ຣັຖວິສະຫະກິຈ ໄຟຟ້າລາວ ກໍຢືນຢັນວ່າ ການສ້າງເຂື່ອນໃນລາວ ຈະບໍ່ສົ່ງຜົລກະທົບ ໃສ່ຊີວະນາໆພັນ ແລະປະຊາຊົນ ໃນພື້ນທີ່ ເພາະວ່າ ປ່າໄມ້ໃນລາວ ກວ້າງໃຫຍ່, ແມ່ນໍ້າລໍາທານ ກໍມີຢ່າງຫລວງຫລາຍ ພຽງພໍທີ່ຈະນໍາໃຊ້ ບາງສ່ວນເພື່ອສ້າງເຂື່ອນ.