ຊາວບ້ານເຂດເຂື່ອນເຊກອງ 4 ເລີ້ມໂຍກຍ້າຍ

ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງເຂື່ອນໄຟຟ້າ ເຊກອງ 4 ເລີ້ມໂຍກຍ້າຍ ໄປຫາທີ່ຢູ່ ແຫ່ງໃຫມ່.

0:00 / 0:00

ປະຊາຊົນ ປະມານ 7-8 ຫມູ່ບ້ານ ໃນເຂດເມືອງລະນາມ ແຂວງເຊກອງ ເລີ້ມທະຍອຍ ໄປຕັ້ງຖີ່ນຖານ ໃນບ່ອນຢູ່ແຫ່ງໃຫມ່ ທີ່ທາງການ ຈັດສັນໃຫ້. ເຈົ້າຫນ້າທີ່ ຜແນກການລົງທືນ ທີ່ແຂວງເຊກອງ ເວົ້າວ່າ ການກໍ່ສ້າງເຂື່ອນ ໄຟຟ້າເຊກອງສີ່ ຈະເລີ້ມຫລັງຈາກ ຣະດູຝົນປີນີ້ ດັ່ງທ່ານກ່າວໃນ ຕອນນຶ່ງວ່າ:

"ກຳລັງຍ້າຍໄປ ສ່ວນນຶ່ງແລ້ວ ບ້ານທີ່ມີຜົລກະທົບ ຫັ້ນຖືວ່າ ເມືອງລະນາມນີ້ ຍ້າຍຫມົດແລ້ວ ຢູ່ໃນ 7-8 ຫມູ່ບ້ານ ແຕ່ວ່າ ບໍ່ທັນຫມົດທຸກ ຄອບຄົວ ຍ້າຍອອກຈາກ ແຄມເຊ ຂື້ນມາຢູ່ເທີງພີ້ ຄືໄດ້ຈັດຕັ້ງ ບ້ານໃຫມ່ ແລ້ວກໍ່ໄດ້ບຸກເບີກ ທີ່ທຳກີນໃຫ້ ຂະເຈົ້າ ເຮັດບ່ອນເຮັດນາ".

ທ່ານກ່າວຕໍ່ໄປວ່າ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບທັງຫມົດ ນັ້ນ ມີຢູ່ປະມານ 4-5 ພັນຄົນ ໃນເຂດ 2 ເມືອງຄືເມືອງລະນາມ ແລະເມືອງກະລຶມ ຊຶ່ງປະຊາຊົນ ໃນເຂດເມືອງກະລຶມ ນັ້ນຍັງບໍ່ໄດ້ ໂຍກຍ້າຍເທື່ອ ມີແຕ່ເມືອງລະນາມ ເພາະຕ້ອງການໂຍກຍ້າຍ ພ້ອມກັນທັງຫມົດ ຮວດດຽວ ຈາກເຂດເທສບານ ຈຶ່ງຕ້ອງໄດ້ອອກ ແບບການກໍ່ສ້າງໂຄງຮ່າງພື້ນຖານ ໃນເຂດບ່ອນຢູ່ໃຫມ່ ໃຫ້ເປັນທີ່ຮຽບຮ້ອຍ ເສັຽກ່ອນ ຄາດວ່າຈະໃຊ້ ເວລາໃນການໂຍກຍ້າຍ ປະຊາຊົນເມືອງ ກະລຶມໃຫ້ຫມົດ ໃນລະຍະສອງສາມປີ ຂ້າງຫນ້າ ແລະຄ່າໃຊ້ຈ່າຍ ໃນການໂຍກຍ້າຍນັ້ນ ແມ່ນຣັຖບານລາວ ເປັນຜູ້ຮັບຜິດຊອບ.

ໂຄງການເຂື່ອນໄຟຟ້າ ເຊກອງສີ່ ສາມາດຜລິດກະແສ ໄຟຟ້າໄດ້ປະມານ 600 ເມກາວັດ ຜູ້ທີ່ຖືຫຸ້ນລາຍໃຫຍ່ 80% ແແມ່ນບໍຣິສັດ Region oil ຂອງຣັຖເຊັຽ ສ່ວນເຫລືອ 20% ແມ່ນຂອງ ຣັຖບານລາວ ໂຄງການດ່ັງກ່າວ ຈະສ້າງສຳເຣັດ ແລະຈະເລີ້ມປັ່ນ ໄຟຟ້າໄດ້ໃນ ປີ 2013 ເຂື່ອນດ່ັງກ່າວ ຈະມີອ່າງເກັບນ້ຳ ບໍຣິເວນ ຫນ້າເຂື່ອນກວ້າງເຖີງ 170 ຕາຕຣາງກິໂລແມດ. ໄຟຟ້າທີ່ຜລິດ ຈາກເຂື່ອນດັ່ງກ່າວ ຈະສົ່ງໄປຂາຍ ໃຫ້ການໄຟຟ້າ ຝ່າຍຜລິດແຫ່ງ ປະເທດໄທ ແລະບໍຣິສັດ ໄຟຟ້າ ວຽດນາມ.