ບໍຣິສັດ ສ້າງເຂື່ອນນໍ້າງື່ມ 2 ຫາທຶນເພີ້ມ
2009.02.03
ບໍຣິສັດ ຊໍ. ການຊ່າງ ຂອງໄທ ເລັ່ງຣະດົມ ເງິນທຶນກໍ່ສ້າງ ຜ່ານຕລາດຫຸ້ນໄທ ເພື່ອຫາເງິນ ເພີ້ມຕື່ມ ໃນໂຄງການ ເຂື່ອນນໍ້າງື່ມ 2, ໃຫ້ມີເງິນໝູນວຽນ ໃນໂຄງການກໍ່ສ້າງ ຫລາຍຂຶ້ນ ຫລັງຈາກ ທີ່ບໍຣິສັດ ຜູ້ຮັບເໝົາ ປະສົບບັນຫາ ຄ່າ ວັສດຸກໍ່ສ້າງ ສູງຂຶ້ນ ເກີນເປົ້າໝາຍ ທີ່ຄາດເອົາໄວ້.
ເຖິງແມ່ນວ່າ ໂຄງການ ພະລັງງານ ເຂື່ອນໄຟຟ້າ ນໍ້າງື່ມ 2 ໄດ້ດໍາເນີນ ການກໍ່ສ້າງ ສໍາເຣັດໄປແລ້ວ ຫລາຍກ່ວາ 60 ສ່ວນຮ້ອຍ, ແຕ່ໃນຂະນະນີ້ ພົບວ່າ ມີການຊັກຊ້າ ທາງດ້ານເງິນທຶນ ຈາກຕ່າງຊາດ, ຊຶ່ງບໍຣິສັດ ຫຸ້ນສ່ວນ ພະຍາຍາມເລັ່ງ ຫາເງິນໝູນວຽນ ໄປສົມທົບ, ແລະ ພະຍາຍາມ ເຈຣະຈາ ກັບການໄຟຟ້າ ຝ່າຍຜລິດ ຂອງໄທ, ເພື່ອຫາຂໍ້ສລຸບ ຣາຄາ ຊື້-ຂາຍ ໄຟຟ້າໃໝ່.
ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກໂຄງການ ເຂື່ອນໄຟຟ້າ ນໍ້າງື່ມ 2 ກ່າວວ່າ:
“ຣາຄາ ມັນເພີ້ມຂຶ້ນ ຄ່າໄຟ ກໍຕ້ອງຂຶ້ນ, ເຂົາກໍາລັງ ເຈຣະຈາ ກັນຢູ່ເນາະ, ແຕ່ວ່າ ທາງຜູ້ລົງທຶນ ກໍາລັງ ເຈຣະຈາ ກັບ EGAT ແລະ ກັບໄປຫາແຫລ່ງທຶນ.”
ບໍຣິສັດ Southeast Asia Energy, ຊຶ່ງເປັນຜູ້ພັທນາ ໂຄງການເຂື່ອນໄຟຟ້າ ນໍ້າງື່ມ 2, ກຽມຫາຫລື ກັບກະຊວງພະລັງງານ ຂອງໄທ ເພື່ອຂໍໃຫ້ໄທ ຊ່ອຍເຫລືອ ໃນເຣື້ອງຕົ້ນທຶນ ຄ່າກໍ່ສ້າງ ພາຍຫລັງ ທີ່ທຶນການກໍ່ສ້າງ ເພີ້ມຂຶ້ນ 30 ກ່ວາສ່ວນຮ້ອຍ. ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:
“ເຂື່ອນນໍ້າງື່ມ 2 ທີ່ກໍາລັງ ກໍ່ສ້າງ ໄດ້ຮັບໝົດ ໂຄງການ ຈະຊັກຊ້າ ໄປໜ້ອຍນຶ່ງ ເພາະບໍ່ຕາມເປົ້າໝາຍ ເພາະຂາດສະພາບຄ່ອງ ກໍຈະກະທົບ ໄປໝົດ ທຸກຢ່າງ.”
ເຖິງຢ່າງໃດ ກໍຕາມ, ບໍຣິສັດ ຫຸ້ນສ່ວນ ພະຍາຍາມ ຫາເງິນທຶນ ໂດຍຜ່ານຕລາດຫຸ້ນ ໃຫ້ໄດ້ຢ່າງໄວ ເພື່ອດໍາເນີນ ການກໍ່ສ້າງ ໃຫ້ສໍາເຣັດ ໃນປີ 2012. ໂຄງການ ກໍ່ສ້າງ ເຂື່ອນນໍ້າງື່ມ 2 ເປັນໂຄງການ ຮ່ວມທຶນ ຣະຫວ່າງ ລາວ ແລະ ໄທ. ຫຸ້ນໃຫຍ່ ຄື ບໍຣິສັດ ຊໍ. ການຊ່າງ ຂອງໄທ 28.5 ສ່ວນຮ້ອຍ, ການໄຟຟ້າລາວ 25 ສ່ວນຮ້ອຍ, ຣາຊບຸຣີ ໂຮນດິ້ງ 25 ສ່ວນຮ້ອຍ, ທາງດ່ວນ ກຸງເທບ 12.5 ສ່ວນຮ້ອຍ, ສລາພັກ ດີວີລົບເມິນ 4 ສ່ວນຮ້ອຍ, ພີທີ ຄອນສະທຣັກເຊິນ 4 ສ່ວນຮ້ອຍ ແລະ ທິມ ຄອນຊາວຕິງ 1 ສ່ວນຮ້ອຍ.