ແຜນການສ້າງເຂື່ອນ ໃນ ສປປລາວ

ທາງການລາວ ມີແຜນການຈະສ້າງ ເຂື່ອນໄຟຟ້າຂນາດນ້ອຍ ແລະຂນາດກາງ ຫລາຍເຂື່ອນ ເພີ້ມຂື້ນ ໃນທົ່ວປະເທດ.
ສິດນີ
2009.08.25

ທາງການລາວຕ່າວມາ ໃຫ້ຄວາມສຳຄັນ ໃນການໃຫ້ສັມປະທານ ສ້າງເຂື່ອນໄຟຟ້າ, ຂນາດນ້ອຍ ແລະຂນາດກາງ ຫລາຍຂື້ນ ໃນອານາຄົດ, ກັ້ນສາຂາແມ່ນ້ຳ        ຫລາຍສາຍໃນທົ່ວ ປະເທດ ແທນທີ່ຈະເປັນ ເຂື່ອນຂນາດໃຫຍ່, ຊື່ງໃນປັດຈຸບັນ ຣັຖບານລາວກຳລັງ ປືກສາຫາລືເພື່ອ ໃຫ້ສັມປະທານ ໃນໂຄງການ ດັ່ງກ່າວຢູ່.

ໃນຂນະດຽວກັນ ອົງການນິເວດສາກົນ ກໍ່ໃຫ້ຄຳຕັກເຕືອນ, ວ່າແຜນການດັ່ງກ່າວ ຂອງຣັຖບານລາວ, ແຮ່ງຈະເປັນການ ທຳລາຍນ້ຳຕົກ ຣະບົບນິເວດ ປະເພດຕ່າງໆ ກໍ່ຈະມີ ການປ່ຽນແປງ, ເຈົ້າຫນ້າທີ່ກ່ຽວຂ້ອງ ຈາກຣັຖວິສາຫະກິດ ໄຟຟ້າລາວ ທ່ານນື່ງເວົ້າວ່າ:

"ຣັຖບານເຮົາກໍ່ແມ່ນ ສເນີໃຫ້ຜູ້ທີ່ ຈະມາພັທນາໂຄງການ ນັ້ນໃຫ້ມີການຄົ້ນຄວ້າ ແລະກວດກາດີນ ເພີ່ນກໍ່ເລັ່ງທີ່ສຸດ ໃຫ້ມີການຈັດຕັ້ງ ປະຕິບັດ."

ທ່ານກ່າວຕໍ່ໄປວ່າ, ນັກລົງທືນຈາກ ຈີນ ມາເລເຊັຽ ວຽດນາມ ແລະໄທ ຍັງເປັນກຸ່ມລົງທືນ ຫລັກທີ່ສົນໃຈ ສ້າງເຂື່ອນ ປະເພດດັ່ງກ່າວ ແລະເຂື່ອນອື່ນໆ ໃນລາວ. ກັບຣັຖບານລາວ ຊື່ງໃນຊ່ວງ8ເດືອນ ຂອງປີ2009, ມີການລົງນາມ ໃນບົດບັນທືກ ຄວາມເຂົ້າໃຈໃນ ໂຄງການສ້າງເຂື່ອນ ໃນລາວປະມານ 10ໂຄງການແລ້ວ.

ຕົວເລກ ຂອງຣັຖບານລາວ ຣະບຸວ່າ, ສປປລາວ ມີສັກຍະພາບ ທີ່ຈະຜລິດໄຟຟ້າ ໄດ້ປະມານ 26,000-30,000 ເມັກກາວັດ, ແຕ່ໃນປັດຈຸບັນ ມີພຽງແຕ່ 10% ຂອງຂີດຄວາມ ສາມາດ ທີ່ມີຢູ່ເທົ່ານັ້ນ.

ເຖີງຢ່າງໃດກໍ່ຕາມ, ອົງການປົກປອ້ງ ສະພາບແວດລ້ອມ ສະແດງຄວາມເປັນຫວ່ງ ຕໍ່ໂຄງການສ້າງເຂື່ອນ ໃນທົ່ວປະເທດ, ທີ່ຈະສົ່ງຜົລ ກະທົບຂນາດໃຫຍ່ ຕໍ່ຣະບົບຊິວະ ນານາພັນ ແລະສີ່ງແວດລ້ອມ, ໂດຍສະເພາະ ຄວາມສົມບູນຂອງ ປ່າໄມ້ແລະ ຣະບົບນິເວດ ໂດຍທົ່ວໄປໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.