ຊາວພະມ້າ ບໍ່ໄດ້ລົບ ພັຍພະຍຸ ນາຣ໌ກິດສ໌ ເຂົ້າລາວ
2008.05.09
ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ ຫ້ອງການ ປົກຄອງ ເມືອງຕົ້ນເຜິ້ງ, ແຂວງບໍແກ້ວ ໃຫ້ຣາຍລະອຽດວ່າ ແຂວງບໍແກ້ວ ເປັນແຂວງ ທີ່ມີຊາຍແດນ ຕິດກັບພະມ້າ ແຕ່ບໍ່ມີພື້ນທີ່ ທີ່ໃກ້ ກັບເຂດ ບ່ອນເກີດ ພັຍພິບັດ ແລະ ປະຊາກອນ ພະມ້າ ຕາມຊາຍແດນ ຣະຫວ່າງ ລາວ ແລະ ໄທ ກໍ່ບໍ່ໄດ້ຮັບ ຜົນກະທົບ ກະເທືອນ ແຕ່ຢ່າງໃດ, ຍັງຢູ່ກັນ ແບບປົກຕິ. ທ່ານ ກ່າວວ່າ:
“ຕ້ອງຮູ້ຢູ່ແລ້ວ ເພາະວ່າ ມັນເປັນ ພະຍຸ ທີ່ວ່າ ໜັກໜ່ວງ ເພາະວ່າ ຢູ່ນີ້, ມັນ, ຣາຍລະອຽດ ຕົວນີ້ແມ່ນ, ແມ່ນ, ຢູ໊ຕິດກັນ ແຕ່ວາເຣື້ອງ, ອັນນາ, ບັນຫາໂຕນີ້ ແມ່ນພວກເຮົາ ບໍ່ທັນ ໄດ້ຮັບ ຣາຍງານ ວ່າ, ເອີ, ມີປະຊາຊົນ ພະມ້າ ຂ້າມມາ ປະເທດລາວ”
ທ່ານ ກ່າວຕໍ່ໄປວ່າ ບໍ່ມີ ປະຊາຊົນ ພະມ້າ ທີ່ໄດ້ຮັບ ຜົນສທ້ອນ ຈາກພະຍຸ cyclone ຂ້າມຟາກ ມາໃນລາວ ແຕ່ຢ່າງໃດ; ແຕ່ວ່າ ໃນເຂດ ເມືອງຕົ້ນເຜິ້ງ, ທີ່ເປັນດ່ານ ສາກົນລາວ-ພະມ້າ, ຍັງເປີດຢູ່ ແລະ ມີ ປະຊາຊົນ ພະມ້າເຂົ້າ-ອອກ ຕາມປົກຕິ ເພື່ອມາຊື້ ເຄື່ອງໄຊ້ ຂອງສອຍ ແລະ ບໍ່ມີບັນຫາ ການກັກຕຸນ ສິນຄ້າ ແຕ່ຢ່າງໃດ. ນອກຈາກນັ້ນ, ຍັງພົບວ່າ ປະຊາຊົນ ຊາວພະມ້າ ອາໄສຢູ່ ທີ່ເມືອງ ຕົ້ນເຜິ້ງ ບໍ່ເກີນ 100 ຄົນ; ແລະ ຍັງມີ ທີ່ຂ້າມໄປ ຂ້າມມາ ຣະຫວາງ ລາວ ແລະ ພະມ້າ ຕື່ມອີກ.
ໃນຣະຫວ່າງ ຊາວລາວເອງ ກໍ່ມີ ການເວົ້າລົມກັນ ຢ່າງກວ້າງຂວາງ ກ່ຽວກັບ ພະຍຸ cyclone Nargis ວ່າ ມີຄວາມແຮງ ແລະ ກໍຂໍເອົາໃຈຊ່ວຍ ໃຫ້ ສຖານະການ ໃນ ພະມ້າ ກັບເຂົ້າສູ່ ຄວາມສງົບ ໂດຍໄວ.
ສຳຫລັບ ການຊ່ວຍເຫລືອ ຈາກ ຣັຖບານລາວ ໃຫ້ແກ່ ຣັຖບານ ພະມ້າ, ໃນມື້ວັນທີ່ 7 ທີ່ ຜ່ານມາ, ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ຕ່າງປະເທດ ລາວ ກໍໄດ້ ເດີນທາງ ໄປ ນະຄອນ Yangon ພ້ອມກັບ ເງິນຊ່ວຍເຫລືອ 20,000 USD ແລະ ເຄື່ອງບັນເທົາທຸກ ອີກ 2.5 tons. ໃນຂະນະດຽວ ກັນນີ້, ອົງການ ຈັດຕັ້ງ ສາກົນ ທີ່ມີ ສຳນັກງານ ຢູ່ ນະຄອນຫລວງ ວຽງຈັນ ກໍ່ມີ ການຣະດົມເງິນ ເພື່ອຊ່ວຍ ເຫລືອ ພະມ້າ ໂດຍຜ່ານ ທາງ ຣັຖບານລາວ.