ສປປລາວ ຈັດງານ ປະກອບທຶນ ຊ່ອຍ ພະມ່າ ແລະ ຈີນ

ໃນມື້ດຽວ, ແຂວງ ບໍຣິຄຳໄຊ ຫາໄດ້ US$ 10,000.-, ບໍ່ແກ້ວ US$ 5,000.- ແລະ ບໍຣີສັດ Lao World US$ 5,000.-
ຊີດນີ ຣາຍງານ
2008.05.19
ບໍ່ຮູ້ວ່າພໍ່ແມ່ອ້າຍນ້ອງຢູ່ໃສ ບໍ່ຮູ້ວ່າພໍ່ແມ່ອ້າຍນ້ອງຢູ່ໃສ
Photo: RFA

ໃນ ຂະນະ ດຽວກັນ ທາງການລາວ ໄດ້ຕັ້ງ ຄນະ ກັມມະການ ພິເສດ ຂື້ນ ໂດຍ ການເປັນປະທານ  ຂອງ ທ່ານ ສົມສວາດ ເລັ່ງສວັດ, ຮອງ ນາຍົກ ຣັຖມນົຕຣີ ເພື່ອຮຽກຮ້ອງ ການ ບໍຣິຈາກ ຈາກ ພາກສ່ວນ ຕ່າງໆ ໃນ ລາວ, ໂດຍສເພາະ, ຈາກ ກຸ່ມ ນັກທຸຣະກິດ ເອກຊົນ ແລະ ຫ້າງຮ້ານ ຕ່າງໆ ໃນລາວ. ການຈັດງານ ຫາລາຍໄດ້ ຈາກ ຝ່າຍຣັຖບານ ກໍ່ມີ ກຸ່ມ ນັກທຸຣະກິດ ໃຫ້ ການບໍຣີຈາກ ເປັນຈຳນວນ ຫລວງຫລາຍ ເພື່ອ ຈະໄປ ຊ່ອຍບັນເທົ່າທຸກ ແກ່ ປະຊາຊົນ ຜູ້ທີ່ ໄດ້ຮັບເຄາະຮ້າຍ ຈາກ ເຫດການ ທີ່ ພະມ່າ ແລະ ທີ່ ຈີນ, ດັ່ງ ທ່ານ ຢົງ ຈັນທະລັງສີ ໂຄສົກ ກະຊວງ ການຕ່າງປະເທດ ລາວ, ກ່າວ ກ່ຽວກັບ ເຣື້ອງນີ້ ໃນຕອນນຶ່ງ ວ່າ:

”ຣັຖບານລາວ ໄດ້ຕັ້ງ ຄະນະນຶ່ງ ຂື້ນ ເພື່ອໃຫ້ມີ ການປະກອບສ່ວນ ໃນ ການ ຣະດົມທຶນ. ແມ່ນ ທ່ານ ຮອງ ນາຍົກ ຣັຖມົນຕຣີ, ທ່ານ ສົມສວາດ ເລັ່ງສວັດ, ເປັນປະທານ ເພື່ອຣະດົມ ມວນຊົນ ແລະ ຂແນງ ເສຖາກິດ ໃນ ການບໍຣິຈາກ.”

ໃນການ ຈັດງານ ມື້ດຽວ ທ່ານ ສົມສວາດ ກໍ່ໄດ້ ຮັບເງິນ ບໍຣິຈາກ ປະມານ US$ 10,000.- ຈາກ ແຂວງ ບໍຣິຄຳໄຊ, US$ 5,000.- ຈາກ ແຂວງ ບໍ່ແກ້ວ ແລະ ອີກ US$ 5,000.- ຈາກ ບໍຣີສັດ Lao World. ນອກຈາກນັ້ນ ບໍຣີສັດ ເບັຽລາວ ກໍ່ໄດ້ ບໍຣິຈາກ ກວດນ້ຳດຶ່ມ ປະມານ 1.8 ຕັນ ແລະ ບໍຣີສັດ ເຄື່ອງດຶ່ມລາວ ບໍຣິຈາກ ນ້ຳດຶ່ມ ເພີ້ມອີກ ປະມານ 1.6 ຕັນ. ສິ່ງຂອງ ແລະ ເງິນ ຈຳນວນ ດັ່ງກ່າວ, ຣັຖບານລາວ ຈະເອົາ ໄປໃຫ້ ຜູ້ປະສົບ ເຄາະຮ້າຍ ທີ່ ພະມ່າ ແລະ ຈີນ. ແຕ່ ສຳລັບ ຈີນ ນັ້ນ, ທ່ານ ຢົງ ເວົ້າວ່າ ແມ່ນ ການບໍຣິຈາກ ເປັນເງິນ ຫລາຍກວ່າ. ທ່ານ ກ່າວ ກ່ຽວກັບ ຈີນວ່າ:


”ມາຮອດ ປັດຈຸບັນນີ້ ຣັຖບານລາວ ໄດ້ ບໍຣິຈາກ ເງິນ ປະມານ US$ 50,000.-ໃນ ການ ຊ່ອຍເຫລືອ ຈີນ ເບື້ງຕົນ ໄປແລ້ວ.”

ເຖິງຢ່າງໃດ ກໍ່ຕາມ, ນີ້ ແມ່ນ ການເສັຽສຣະ ຂອງ ຫ້າງຮ້ານ ແລະ ກຸ່ມ ທຸຣະກິດ ຕ່າງໆ ໃນລາວ ໃນເຫດການ ສຸກເສີນ ຂອງ ປະເທດ ເພື່ອນບ້ານ ກ່ອນໜ້ານີ້, ຣັຖບານລາວ ກໍ ບໍຣິຈາກ ໃຫ້ພະມ່າ ໄປແລ້ວ US$ 20,000.- ໃນມື້ ວັນທີ 7 ທີ່ຜ່ານມາ. ແຕ່ ສຳລັບ ຈີນນັ້ນ, ເປັນຄັ້ງ ທຳອິດ ໃນ ການບໍຣິຈາກ ຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.