ອາສາສມັກ ລາວ ເລີ້ມ ປະຕິບັດ ວຽກຊ່ວຍເຫລືອ ໃນ ພະມ້າ
2008.05.19

ຫລັງຈາກ ທີ່ ອອກເດີນທາງອາກາດ ໂດຍຕຣົງ ຈາກ ນະຄອນຫລວງ ວຽງຈັນ ເຖິງ ນະຄອນ Yangon ໃນ ປະເທດ ພະມ້າ ໃນ ມື້ ວັນອາທິດ ຜ່ານມາ, ຄນະ ແພຕລາວ 22 ຄົນ ພ້ອມດ້ວຍ ລ່າມ ອີກ 2 ຄົນ ກໍ່ໄດ້ ຮັບມອບໝາຍ ໃຫ້ຊ່ວຍເຫລືອ ຜູ້ເຄາະຮ້າຍ, ດັ່ງທ່ານ ຢົ້ງ ຈັນທະລັງສີ, ໂຄສົກ ກະຊວງ ການຕ່າງປະເທດ ສປປລາວ, ໄດ້ໃຫ້ ຣາຍລະອຽດ ວ່າ:
“ແມ່ນພວກເຮົາ ຈະຊ່ວຍ ຄ້າຍ ຊຶ່ງວ່າ ພວກເພິ່ນ ຕັ້ງຊົ່ວຄາວ ໃຫ້ແກ່, ແປວ່າ 40 ຄອບຄົວ ຢູ່ເຂດ ເມືອງ township ໂຕ ນີ້ເນາະ, ຊຶ່ງມີ 200 ຄົນ ແລະ ນອກຈາກ ນັ້ນ ພວກເຮົາ ຍັງຊ່ວຍ ກວດພຍາດ ໃຫ້ແກ່ ປະຊາຊົນ ຢູ່ ອອ້ມແອ້ມເຂດ ນັ້ນ ຊຶ່ງວ່າ ກະຖືກອັນ, ແປວ່າ ພາຍຸ ຜັດກະໜໍ່າ ຄືກັນ”
ເງື່ອນໄຂ ໃນ ການຊ່ວຍເຫລືອ ເທື່ອນີ້ ມີຢູ່ວ່າ ຄນະ ແພຕລາວ ຈະຕ້ອງ ກຸ້ມຕົນເອງ, ໝາຍຄວາມວ່າ ຕ້ອງເດີນທາງ ໄປເອງ ນຳເອົາ ເຄື່ອງອຸປະກອນ ການແພຕ ຢາປົວພະຍາດ ແລະ ເຂົ້າປາອາຫານ ໄປພ້ອມ ຕາມ ຄວາມຕ້ອງການ. ເພາະສນັ້ນ ເນື່ອງຈາກວ່າ ລາວ ບໍ່ມີເຮືອບິນ ຂົນສົ່ງ ຂນາດໃຫຍ່ ຈຶ່ງໄດ້ໃຊ້ ເຮືອບິນ ພົລະເຮືອນ ຂນາດ 40 ບ່ອນນັ່ງ ທຽວໄປ ສົ່ງເຄື່ອງ ສັມພາລະ ຕາມ ຄວາມຕ້ອງການ.
“ກ່ຽວກັບ ເຣື້ອງ ສັມພາລະ ນີ້ ພາຍຫລັງ ຊຶ່ງວ່າ ຄນະ ອອກເດີນທາ ງວັນທີ່ 18 ແລ້ວ, ລະມື້ນີ້ ມີຍົນ ອີກຖ້ຽວ ນຶ່ງ ໄປ, ຂົນເຄື່ອງໄປ ເພີ້ມ, ແລະ ກະມື້ອື່ນ ຈະມີ ອີກຖ້ຽວນຶ່ງ, ມື້ຮື ອີກຖ້ຽວນຶ່ງ”
ເນື່ອງຈາກວ່າ ທາງການ ພະມ້າ ໄດ້ ອານຸຍາດ ໃຫ້ ແພຕລາວ ຄນະທຳອິດ ປຕິບັດງານ ໃນ ພະມ້າ ໄດ້ ພຽງ 2 ອາທິດ, ຫລັງຈາກນັ້ນແລ້ວ ກໍ່ຍັງ ບໍ່ເປັນ ທີ່ປະຈັກ ຄັ່ກແນ່ເທື່ອ ວ່າ ພະມ້າ ຍັງ ຈະຕ້ອງການ ການຊ່ວຍເຫລືອ ຈາກລາວ ຕື່ມຫລືບໍ່; ແຕ່ ທີ່ແນ່ນອນ ປະກົດວ່າ ຍັງມີ ແພຕ ອາສາສມັກ ລາວ ຕື່ມອີກ 50 ກວ່າຄົນ ທີ່ ພ້ອມ ຈະອອກ ເດີນທາງ ຢູ່ແລ້ວ.
ພະມ້າ ຖືກຕຳນິ ຕິຕຽນ ຢ່າງໜັກ ທີ່ບໍ່ຍອມຮັບ ການຊ່ວຍເຫລືອ, ໂດຍສເພາະ, ບໍ່ຮັບ ພນັກງານ ແລະ ຜູ້ສ້ຽວຊານ ດ້ານກູ້ພັຍ ຈາກ ຕ່າງປະເທດ ເຂົ້າໄປ ຊ່ວຍເຫລືອ ທັ້ງໆ ທີ່ ມີຊາວພະມ້າ ເສັຍຊີວິຕ ໄປແລ້ວ ຫລາຍໝື່ນຄົນ ຫລື ອາດຈະ ຫລາຍກວ່າ ແສນຄົນ ແລະ ອີກປະມານ 2 ລ້ານຄົນ ທີ່ຂາດ ອາຫານ ການກິນ ທີ່ພັກອາໄສ ແລະ ຢາປົວພະຍາດ. ທັງອົງການ ອານາມັຍ ໂລກ (WHO) ອົງການ UNICEF ແລະ ອົງການ ຊ່ວຍເຫລືອ ອື່ນໆ ເປັນຮ່ວງວ່າ, ຖ້າ ຣັຖບານ ທະຫານ ພະມ້າ ບໍ່ເປີດຮັບ ການຊ່ວຍເຫລືອ ຈາກພາຍນອກ ຫລາຍຂຶ້ນ ໃນໄວໆນີ້, ກໍ່ຈະມີ ຜູ້ເສັຍຊີວິຕ ຕື່ມອີກ ຫລາຍ ຍ້ອນບໍ່ມີ ເຂົ້າກິນ ຫລື ຍ້ອນ ພະຍາດ ໂຣຄາຕ່າງໆ ອັນເນື່ອງ ມາຈາກ ສພາບ ການຢູ່ກິນ ຂອງ ພວກເຂົາເຈົ້າ ໃນປັດຈຸບັນ.
EKW: ໄພທັມມະຊາດ