ສປປລາວ ຈະໃຫ້ ການຊ່ອຍເຫລືອ ພະມ້າ ຕາມຄວາມສາມາດ

ທາງການ ສປປລາວ ຢືນຢັນ ວ່າ ໃນຖານະ ປະເທດ ບ້ານໃກ້ ເຮືອນຄຽງ ກັນ, ສປປລາວ ຕ້ອງຊ່ວຍເຫລືອ ຊາວພະມ້າ ຕາມຄວາມຈຳເປັນ.
ຊີດນີ ຣາຍງານ
2008.05.12
Nargis survivors ບໍ່ຮູ້ວ່າ ແມ່ນຄອບຄົວ ຫລື ຜູ້ພົ້ນໄພ ນຳກັນ ເທົ່ານັ້ນ.
Photo: RFA

ທາງການລາວ ພ້ອມແລ້ວ ທີ່ຈະໃຫ້ ການຊ່ອຍເຫລືອ ແກ່ຣັຖບານ ທະຫານ ພະມ້າ ເພີ່ມອີກ ໃນການຊ່ອຍເຫລືອ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກເຫດການ ລົມພະຍຸ cyclone ວ່າງອາທິດກ່ອນ.  ເຖິງແມ່ນວ່າ ຣັຖບານ ທະຫານ ພະມ້າ ຈະໄດ້ຮັບ ການຊ່ອຍເຫລືອ ອັນມະສານ ຈາກນາໆຊາດ ແລ້ວກໍ່ຕາມ, ແຕ່ປະຊາຊົນ ຜູ້ທີ່ໄດ້ຣັບ ເຄາະຮ້າຍ ຫລາຍແສນຄົນນັ້ນ ຍັງຕ້ອງການ ການຊ່ອຍເຫລືອ ຈາກ ນາໆຊາດຢູ່, ດັ່ງທ່ານ ຢົງ ຈັນທະລັງສີ, ໂຄສົກ ກະຊວງ ການຕ່າງປະເທດ ສປປລາວ ກ່າວ ກ່ຽວກັບ ການໃຫ້ ຄວາມຊ່ອຍເຫລືອ ແກ່ພະມ້າ ເຕີ່ມວ່າ:

“ພວກ ຂ້າພຣະເຈົ້າ ກໍ່ປຶກສາ ກັບຂະເຈົ້າ ເລື້ອຍໆ ເພາະວ່າ ພວກເຮົ້າ ເປັນບ້ານໃກ້ເຮື້ອນຄຽງ ຖ້າວ່າ ມີອັນໃດ ເພີ່ມເຕີມ ຈຳເປັນແທ້ ຣັຖບານ ສາມາດເຮັດໄດ້ ພວກຂະເຈົ້າ ກໍຊີ່ ຊ່ອຍເຫລືອ ມຽນມາ.”

ທ່ານ ຍັງບອກວ່າ ເຖິງແມ່ນລາວ ຈະເປັນ ປະເທດ ທີ່ທຸກຈົນ ແລະ ກໍ່ເປັນ ປະເທດນ້ອຍ ປະເທດນຶ່ງ, ແຕ່ໃນຖານະ ເປັນປະເທດ ເພື່ອນບ້ານ ກັບພະມ້າ, ພວກເຮົາ ກໍ ບໍ່ສາມາດ ເມີນເສີຍ ເມື່ອເຫັນ ສພາບ ການຕາຍ ແລະ ການຫາຍສາບສູນ ຕຣອດ ຮອດ ການຂາດທີ່ຢູ່ ອາສັຍ ຂອງ ຊາວພະມ້າ ເປັນຈຳນວນ ຫລວງຫລາຍ ແບບນີ້ ຈຶ່ງມີ ການພິຈາຣະນາ ຈະເພີ່ມ ການຊ່ອຍເຫລືອ ແກ່ພະມ້າ ອີກໃຫມ່, ອາດຈະເປັນ ປະເພດ ເງິນສົດ ແລະ ສິ່ງຂອງ ທີ່ຈຳເປັນ ຫລັງຈາກ ທີ່ຣັຖບານລາວ ໄດ້ໃຫ້ ການຊ່ອຍເຫລືອ ແກ່ພະມ້າ ວ່າງອາທີດກ່ອນ ໄປແລ້ວ ທີ່ເປັນ ຈຳນວນເງິນ 20 ພັນ ໂດລາ ແລະ ສິ່ງຂອງ ທີ່ຈຳເປັນ ປະມານ 2 ຕັນ ເຄິ່ງ. ທ່ານ ຢົງ ກ່າວກ່ຽວກັບ ການທີ່ຣັຖບານ ທະຫານ ພະມ້າ ຊັກຊ້າ ໃນການ ອະນຸຍາດ ໃຫ້ ອົງການຊ່ອຍເຫລືອ ຕ່າງຊາດ ເຂົ້າໄປ ໃນພະມ້າ ວ່າ:

“ມຽນມາເອງ ຂະເຈົ້າກໍ່ມີ ຄວາມສາມາດ ພາຍໃນ ຂອງຂະເຈົ້າ ແລະມີຣະບຽບ ຫລັກການ ແບບອະທິປະຕັຍ ຢູ່ແລ້ວ. ດັ່ງນັ້ນ ເຖິງວ່າ ຈະມີ ຫາຍຍະນະ ຄັ້ງໃຫຍ່ເປັນແນວນີ້ ພວກເຂົາ ກໍ່ຄວນຈູ ຄຳນຶງ. ບໍ່ແມ່ນວ່າ ຖືໂອກາດ ຜືນເຂົ້າໄປ ເປັນເຈົ້າການ ໂດຍລົບລູ່ ອະທິປະຕັຍ ຂອງປະເທດ ນັ້ນໆ ຂະເຈົ້າ ຄິດວ່າ ບໍ່ສົມຄວນ.”

ເຖິງຢ່າງໃດ ກໍ່ຕາມ, ໃນປັດຈຸບັນ ບັນຫາ ທີ່ພະມ້າ ກໍແມ່ນວ່າ ໃຫ້ການຊ່ອຍເຫລືອ ແກ່ຜູ້ທີ່ລອດ ຊີວິດ ມາໄດ້ ແລະ ບຸກຄົນ ທີ່ຂາດທີ່ຢູ່ ອາໄສ, ຂາດອາຫານ ການກິນແລະ ຢາຮັກສາໂຣຄ ເພາະ ໂຣຄຕ່າງໆ ກຳລັງແຜ່ຣະບາດ ຢູ່ໃນເວລານີ້. ອາດຈະມີ ການເສັຽຊີວິດ ເພີ່ມອີກ ເປັນຈຳນວນ ຫລວງຫລາຍ ຖ້າການຊ່ອຍເຫລືອ ຍັງຊັກຊ້າຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.