ອາສາສມັກ ທາງການລາວ ເດີນທາງ ໄປຊ່ວຍ ປະເທດ ພະມ້າ
2008.05.19
ທາງການລາວ ສົ່ງ ທິມແພດໝໍ ຈໍານວນ 30 ຄົນ ຊຶ່ງນໍາໂດຍ ຮອງ ສາສດາຈານ ວັນລ້ຽມ ແລະ ຮອງ ສາສດາຈານ ບຸນທະປານີ ບຸນຊ່ວຍ ພ້ອມດ້ວຍ ອຸປະກອນ ການແພດ ໄປຊ່ວຍ ພະມ້າ ໃນ ວັນທີ 18 ພຶສພາ 2008 ນີ້ ໂດຍ ຖ້ຽວບິນ ພິເສດ ຈາກ ວຽງຈັນ ເຖິງ ພະມ້າ. ນັ້ນ ກໍຖືເປັນ ທິມງານ ຊຸດທໍາອິດ ໃນ ຈໍານວນ ທ່ານ ໝໍ, ແພດ ແລະ ພະນັກງານ ລາວ 74 ຄົນ ຈາກ ກະຊວງ ສາທາຣະນະສຸກ ແລະ ກະຊວງ ແຮງງານ ແລະສະວັດດີການ ສັງຄົມ ທີ່ ສະມັກ ໄປຊ່ວຍ ກອບກູ້ຊີວິດ ແລະ ຕ້ານ ໂຣກຣະບາດ ຢູ່ ພະມ້າ, ຕາມຄໍາເວົ້າ ຂອງ ທ່ານ ຢົ້ງ ຈັນທະລັງສີ ໂຄສົກ ການ ຕ່າງປະເທດ ລາວ.
ທິມງານ ຂອງລາວ ໄດ້ຮັບ ອະນຸຍາດ ໃຫ້ໄປ ປະຕິບັດງານ ຢູ່ ພະມ້າ ເປັນເວລາ 15 ວັນ ໂດຍທີ່ ຕ້ອງໄດ້ ກຸ້ມຕົນເອງ ທຸກຢ່າງ. ດັ່ງນັ້ນ, ຈຶ່ງຕ້ອງ ໄດ້ຫ້າງ ທຸກສິ່ງ ທຸກຢ່າງ ເປັນ ເຄື່ອງໄຊ້ສອຍ ປະຈໍາວັນ ຮວມທັງ ຜ້າ tents ອາຫານ ການກິນ ໄປນໍາດ້ວຍ. ແລະ ນັ້ນ ກໍເປັນ ທິມງານ ຂອງລາວ ທີ່ ໄປ ຊ່ວຍເຫລືອ ດ້ານ ມະນຸດສະທໍາ ແບບສຸກເສີນ ຢູ່ ຕ່າງປະເທດ ຄື ຢູ່ ພະມ່າ.
ມາຮອດ ປັດຈຸບັນນີ້, ກໍມີ ຫລາຍປະເທດ ຂຶ້ນແດ່ແລ້ວ ທີ່ ທາງການ ທະຫານ ພະມ້າ ອະນຸຍາດ ໃຫ້ ຊ່ວຍເຫລືອ ປະຊາຊົນ ພະມ້າ ຜູ້ປະສົບ ໄພພິບັດ ນັ້ນ. ການບັນເທົາທຸກ ຂອງ ນາໆຊາດ ແກ່ ປະຊາຊົນ ພະມ້າ ທີ່ກໍາລັງ ຕົກຢູ່ ໃນສະພາບ ທີ່ ຫຍູ້ງຍາກຫລາຍ, ຊຶ່ງລໍາພັງ ຣັດຖະບານ ທະຫານ ພະມ້າ ຜູ້ດຽວ ບໍ່ສາມາດ ແກ້ໄຂ ຕົກໄດ້ນັ້ນ ມີ ຄວາມສໍາຄັນ ຍິ່ງ ທີ່ ປະຊາຊົນ ພະມ້າ ຈະເອົາ ຊີວິດລອດ ຢູ່ໄດ້.
ມີ ຫລາຍ ປະເທດ ໃນໂລກ ອັນຮວມທັງ ສະຫະຣັດ ອະເມຣິກາ, ອັງກິດ, ຝັ່ຣງເສດ ເຫັນໃຈ ແລະ ປະສົງ ໃຫ້ ການຊ່ວຍເຫລືອ ປະຊາຊົນ ພະມ້າ.
ສໍາລັບ ປະຊາຊົນລາວ ກໍ ເຫັນອົກເຫັນໃຈ ປະຊາຊົນ ພະມ່າ, ເພື່ອນບ້ານ ໄກ້ຄຽງ, ທີ່ປະສົບ ກັບ ໄພພິບັດ ຄັ້ງໃຫຍ່ ນີ້. ຣັດຖະບານລາວ ໄດ້ໃຫ້ ການຊ່ວຍເຫລືອ ພະມ້າ ເປັນເງິນ US$ 20,000 ແລະ ເຄື່ອງຂອງ ທີ່ຈໍາເປັນ ປະມານ 2.5 ຕັນ, ໃນ ວັນທີ 7 ຜ່ານມາ.