ລະດັບແຂວງ ກຽມຊ່ວຍເຫລືອ ຊາວພະມ້າ
2008.05.09
ຣັດຖະບານລາວ ໃຫ ້ການຊ່ວຍເຫລື່ອ ແກ່ ພະມ້າແລ້ວ ພາຍຫລັງ ທີ່ພະມ້າ ໄດ້ຮັບ ຄວາມເສັຍຫາຍ ຢ່າງໜັກໜ່ວງ ຈາກພະຍຸ ຊາຍໂຄລນ ນາຣ໌ກິດສ໌ ແລະ ຂະນະນີ້, ທາງແຂວງ ຕ່າງໆ ຂອງລາວ ກໍກະກຽມ ທີ່ຈະໃຫ້ ການຊ່ວຍເຫລືອ ແກ່ພະມ້າ ເຊັ່ນກັນ; ແຕ່ ຕ້ອງໄດ້ລໍຟັງ ແຈ້ງການ ຈາກທາງສູນກາງ ເສັຽກ່ອນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກ ການຮ່ວມມື ແຂວງໄຊຍະບູລີ, ທ່ານກ່າວວ່າ:
“ຣັດຖະບານ ເພິ່ນບໍ່ທັນ ໄດ້ແຈ້ງມາ ໃຫ້ແຂວງເທື່ອ, ແນ່ນອນ ຕ້ອງມີ ແຈ້ງການ, ເດ່. ຖ້າໄດ້ຊ່ວຍ, ແຂວງໄຊຍະບູລີ ກໍປະກອບສ່ວນ ຊ່ວຍຄືກັນ, ກໍເບິ່ງ ຕາມເງື່ອນໄຂ ຂອງແຕ່ລະກະຊວງ, ແຕ່ລະແຂວງ, ບາງທີ ກໍອາດຈະເປັນເງິນ, ເປັນເສື້ອຜ້າ ຫລື ອາຫານ ຂອງກິນ, ນີ້ແລະ.”
ຕາມຄໍາເວົ້າ ຂອງທ່ານແລ້ວ, ແມ່ນວ່າ ຫລັງຈາກ ທີ່ທາງຣັດຖະບານກາງ ອອກແຈ້ງມາ ແລ້ວ, ກໍຈະມ ີປະຊຸມກັນ ໃນແຕ່ລະແຂວງ ແລະ ກໍານົດ ໜ້າທີ່ຮັບຜິດຊອບ ໃຫ້ແຕ່ລະໜ່ວຍງານ ເພື່ອດໍາເນີນການ; ແລະ ໃນຂະນະທີ່ ຍັງລໍຖ້າ ແຈ້ງການ ຈາກທາງຣັດຖະບານ ໃນນະຄອນຫລວງ ວຽງຈັນ ຢູ່ນີ້, ທາງອົງການ ກາແດງລາວ ແຂວງບໍລິຄໍາໄຊ ກໍໄດ້ເລີ້ມ ຂົນຂວາຍ ການຊ່ວຍເຫລືອ ສໍາລັບ ພະມ່າ ແລ້ວ. ເຈົ້າໜ້າທີ່ ອົງການ ກາແດງ ກ່າວກ່ຽວກັບເລື່ອງນີ້ ວ່າ:
“ອົງການ ກາແດງ ຂອງແຂວງ ກໍໄດ້ ຣະດົມແລ້ວ, ຊ່ວຍໄພພິບັດ ທີ່ພະມ້າ, ຣະດົມທຶນ ຈາກບັນດາ ອົງກອນ ພໍ່ຄ້າຊາວຂາຍ ນັກທຸຣະກິດ ຕ່າງໆ ເພື່ອໄປຊ່ວຍ, ອັນນາ, ປະຊາຊົນພະມ່າ.”
ສ່ວນເລື້ອງ ການສົ່ງແພດໝໍ ໄປຊ່ວຍນັ້ນ, ເຈົ້າໜ້າ ທີ່ອົງການ ກາແດງ ບອກວ່າ ຍັງບໍ່ມ ີການເຄື່ອນໄຫວ ໃດໆເທື່ອ ເພາະຕ້ອງໄດ້ລໍ ຄໍາແຈ້ງການ ຈາກ ທາງຣັດຖະບານ ເພີ່ນກ່ອນ, ຊຶ່ງຄາດວ່າ ທາງຣັດຖະບານ ຈະໃຫ້ ການຊ່ວຍເຫລືອ ຢ່າງເຕັມທີ່ ເພື່ອຊ່ວຍ ບັນເທົາທຸກ ປະຊາຊົນ ໃນພະມ່າ ທີ່ປະເຊີນ ກັບພະຍຸ cyclone ເມື່ອ ທ້າຍສັບປະດາ ຜ່ານມາ ນີ້.