ຫລາຍອົງການ ຂັດຄ້ານ ສ້າງເຂຶ່ອນ ໃສ່ນ້ຳຂອງ

ໃນຂະນະນີ້ ປະກົດວ່າ ອົງການຕ່າງ ປະເທດ ໄດ້ອອກມາ ປະກາດຂັດຄ້ານ ການສ້າງເຂື່ອນ ໄຟຟ້າໃສ່ ແມ່ນ້ຳຂອງຫລາຍຂື້ນ.
ອາວະຣີ
2009.05.28

ອົງການພິທັກຮັກສາ ສະພາບແວດລ້ອມ ຢູ່ໄທ ແລະວຽດນາມ ອົງການສະຫະ ປະຊາຊາດ ຣາຍງານວ່າ ສປປລາວ ກຳລັງສ້າງ ແລະຈະສ້າງເຂື່ອນ ໄຟຟ້າ ໃນໄວໆນີ້ ທັງໝົດ23ແຫ່ງ 7ແຫ່ງໃສ່ ແມ່ນ້ຳຂອງເຊັ່ນເ ຂື່ອນປາກແບ່ງ ໄຊຍະບຸຣີ ຫລວງພຣະບາງ ປາກລາຍ ແລະດອນສະຫົງ ອີກ16ແຫ່ງ ໃສ່ສາຂາຂອງ ແມ່ນ້ຳຂອງ.

ຈີນໄດ້ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕອນເທິງຫລືທີ່ ຈີນເອິ້ນວ່າ ແມ່ນ້ຳລ້ານຊ້າງ ສຳເຣັດໄປແລ້ວ ສີ່ແຫ່ງ ແລະ ກຳລັງຈະສ້າງ ຕື່ມອີກສີ່ແຫ່ງ ລວມທັງໝົດ ແປດແຫ່ງ. ເຂື່ອນແມ່ນ້ຳຂອງ ຢູ່ແຂວງຢູນ່ານ ຂອງຈີນທີ່ຖືກ ສ້າງສຳເຣັດແລ້ວ ແລະ ທີ່ມີຊື່ວ່າ ເຂື່ອນ ຊ່ຽວວານ ເປັນເຂື່ອນທີ່ສູງ ທີ່ສຸດໃນໂລກ ຄືສູງເຖິງ 292ແມັດ ແລະກັກຂັງນ້ຳ ໄວ້ຫລາຍກວ່າ ປະຣິມານນ້ຳ ທີ່ມີຢູ່ທາງ ພາກລຸ່ມຂອງ ລຳແມ່ນ້ຳຂອງ. ແມ້ແຕ່ ກຳພູຊາ ກໍມີໂຄງການ ຈະສ້າງເຂື່ອນ ໃສ່ແມ່ນ້ຳຂອງ ສອງແຫ່ງຄື ເຂື່ອນຊຳບໍ່ ແລະເຂື່ອນ ຊຽງ ແຕງ ທີ່ຢູ່ບໍ່ໄກ ຈາກພາກໃຕ້ ຂອງລາວ ພໍເທົ່າໃດ.

ຍ້ອນມີການ ສ້າງເຂື່ອນຫລາຍ ເຖິງປານນັ້ນ ອົງການໃນ ພາກພື້ນ ແລະຕ່າງປະເທດ ກໍອອກມາ ຂັດຄ້ານການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງຫ ລາຍຂື້ນ.  ນັກວິທຍາສາດ ແລະນັກຊ່ຽວຊານ ສະຫະ ປະຊາຊາດ ໄດ້ສຶກສາ ສຳຣວດເບິ່ງການ ສ້າງເຂື່ອນໃສ່ ແມ່ນ້ຳຂອງ ແລະ ຣາຍງານສລຸບ ເມື່ອວັນທີ່ 21ພຶສພາ ປີ2009 ນີ້ວ່າ ການສ້າງເຂື່ອນໃສ່ ແມ່ນ້ຳຂອງເ ປັນໄພຂົ່ມຂູ່ ຕໍ່ອານາຄົດ ຂອງແມ່ນ້ຳດັ່ງກ່າວ ຢ່າງຮ້າຍແຮງ ເຂື່ອນຈະທຳລາຍ ແຫລ່ງນ້ຳ ທີ່ສຳຄັນ ທີ່ເປັນສາຍເລືອດ ຂອງປະຊາຊົນ ໃນພາກພື້ນເຖິງ 65ລ້ານຄົນ ການສ້າງເຂື່ອນ ຈະທຳລາຍປາ ຊີວະພັນ ແລະ ຊັພຍາກອນ ທັມມະຊາດ ທີ່ມີຢູ່ໃນ ແມ່ນ້ຳນັ້ນເກືອບ ທຸກຢ່າງ ປາຫລາຍຊນິດ ຈະສູນພັນ ເຊັ່ນປາບຶກ ປາແຂ້ແລະປາຄ່າ ນອກຈາກນັ້ນ ເຂື່ອນຈະປ່ຽນແປງ ການໄຫລຂອງນ້ຳ ນ້ຳຈະຂື້ນລົງໄວ ຢ່າງຜິດປົກຕິ ຍາມແລ້ງ ແມ່ນ້ຳຂອງ ບົກແຫ້ງເກີນໄປ ແຕ່ໃນຍາມຝົນ ພັດຖືກນ້ຳຖ້ວມ ຄຸນພາບຂອງນ້ຳ ກໍບໍ່ດີເປິ້ເປື້ອນ ແລະຂຸ່ນ ຕລອດເວລາ.

ສະຫະ ປະຊາຊາດ ຣາຍງານອີກວ່າ ການສ້າງເຂື່ອນ ໄຟຟ້າ ໃສ່ແມ່ນ້ຳຂອງ ຈະບໍ່ກະທົບຕໍ່ ສະພາບແວດລ້ອມ ໃນສະເພາະແຕ່ ແມ່ນ້ຳຂອງ ເທົ່ານັ້ນ ແຕ່ຍັງສົ່ງຜົນ ກະທົບຕໍ່ ສະພາບແວດລ້ອມ ໃນໝົດຂົງເຂດ ຢ່າງໜ້ອຍ ພື້ນທີ່ເກືອບ 1ລ້ານກິໂລແມັດ ມົນທົນໃນເຂດ ອ່າງແມ່ນ້ຳຂອງ ຕ້ອງໄດ້ຮັບຜົນ ເສັຍຫາຍ. ປັດຈຸບັນ ຜົນເສັຍຫາຍທີ່ ປາກົດຂື້ນໃຫ້ ເຫັນປະຈັກຕາ ແລ້ວກໍແມ່ນ ສາຂາຂອງ ແມ່ນ້ຳຂອງ ຫລາຍສາຍແຫ້ງແລ້ງ ຢ່າງຜິດປົກຕິ ເຊັ່ນລຳນ້ຳຄານ ທີ່ແຂວງ ຫລວງພະບາງ ແລະເຊກອງ ໃນພາກ ໃຕ້ຂອງລາວ. ຢູ່ກຳພູຊາ ທະເລ ຕົງເລສາບ ທີ່ເປັນອູ່ປາ ຂອງປະເທດ ກໍນ້ຳໜ້ອຍລົງ ແລະ ປາຫລາຍຊນິດ ເລິ້ມຫາຍສາບສູນ.

ໃນຕອນທ້າຍຂອງ ບົດຣາຍງານ ສະຫະ ປະຊາຊາດ ໄດ້ຮຽກຮ້ອງໃຫ້ ປະເທດໃນເຂດ ອ່າງແມ່ນ້ຳຂອງໃ ຫ້ຮ່ວມມືກັນ ຢ່າງໃກ້ຊິດ ເພື່ອປົກປັກຮັກສາ ແມ່ນ້ຳແຫ່ງນີ້ ໃຫ້ເປັນປໂຍດ ແລະຍືນຍົງຄົງ ຕົວຕລອດໄປ. ທ່ານ Young-Woo Park ຜູ້ອຳນວຍ ການຫ້ອງການ ສະຫະ ປະຊາຊາດ ປະຈຳພາກພື້ນ ເອເຊັຍຕາວັນ ອອກສ່ຽງໃຕ້ ກ່າວວ່າ ເຖິງເວລາແລ້ວ ທີ່ປະເທດໃນເຂດ ອ່າງແມ່ນ້ຳຂອງ ຕ້ອງແກ້ໄຂ ບັນຫາເຫລົ່ານັ້ນ ຖ້າບໍ່ດັ່ງນັ້ນ ອານາຄົດຂອງ ແມ່ນ້ຳແລະຂອງ ປະຊາຊົນ ເກືອບຮ້ອຍລ້ານຄົນ ຈະໄດ້ ຮັບຜົນກະທົບ ຢ່າງແນ່ນອນ.

ກ່ອນນີ້ຄະນະ ກັມມາທິການ ເຂື່ອນໂລກ ຊຶ່ງເປັນອົງການ ເອກຣາດ ກໍໄດ້ສຶກສາ ສຳຣວດເບິ່ງຜົນ ເສັຍຫາຍຂອງການ ສ້າງເຂື່ອນທົ່ວໂລກ ແລະສລຸບວ່າ ການສ້າງເຂື່ອນເປັນ ການລົງທຶນ ທີ່ບໍ່ຄຸ້ມຄ່າ ແລະສ້າງຄວາມ ເສັຍຫາຍຕໍ່ ສະພາບແວດລ້ອມ ແລະ ມະນຸດຫລາຍ ເກີນໄປ. ທ່ານ Radar Asmal ປະທານຄະນະ ກັມມາທິການ ດັ່ງກ່າວ ກ່າວສລຸບຕອນນຶ່ງວ່າ: ທ່ານເວົ້າວ່າ ເຂື່ອນກໍມີປໂຍດ ຫລາຍເຊັ່ນເພື່ອ ຊົລປະທານ ເພື່ອຜລິດໄຟຟ້າ ແລະເພື່ອປ້ອງກັນ ໄພນ້ຳຖ້ວມ ແຕ່ໃນຂະນະ ດຽວກັນ ກໍສົ່ງຜົລ ກະທົບ ທີ່ຮ້າຍແຮງ ເຊັ່ນຄ່າສ້າງເຂື່ອນ ແພງເກີນໄປ ປະຊາຊົນ ຕ້ອງຖືກໂຍກຍ້າຍ ໃນທົ່ວໂລກ ໃນຣະຫວ່າງ 40ເຖິງ80 ລ້ານຄົນ ແລະເຂື່ອນທຳລາຍ ສະພາບແວດລ້ອມ ແລະຊີວິດການ ເປັນຢູ່ຂອງຄົນ ໃນພາກ ລຸ່ມຢ່າງແຮງ.

ເມື່ອວັນທີ່ 22ພຶສພາ ເຈົ້າໜ້າທີ່ຈາກ 25ປະເທດ ປະຊຸມກັນຢູ່ ບາງກອກ ປະເທດໄທ ແລະຕົກລົງຮັບ ເອົາແຜນການເພື່ອ ການບໍຣິຫານ ນ້ຳໃຫ້ຍືນຍົງ ຄົງຕົວ. ແຜນການນັ້ນ ໄດ້ບົ່ງໄວ້ຢ່າງ ແຈ່ມແຈ້ງວ່າ ການສ້າງເຂື່ອນ ເປັນໄພ ອັນຕະຣາຍ ຕໍ່ການ      ບໍຣິຫານ ນ້ຳໃຫ້ຍືນຍົງ ມັນທຳລາຍ ຣະບົບນິເວດ ວິທຍາແລະ ຊີວິດການ ເປັນຢູ່ຂອງ ປະຊາຊົນ. ຢູ່ໃນເຂດ ທ້ອງຖິ່ນຊາວໄທ ໃນແຂວງຊຽງຂອງ ແລະແຂວງອື່ນໆ ໃກ້ແມ່ນ້ຳຂອງ ໄດ້ຈັດຕັ້ງ ອົງການຂື້ນ ແລະປະຊຸມ ເຂື່ອນໄຫວຂັດຄ້ານ ການສ້າງເຂື່ອນ ຢູ່ຈີນ ຢ່າງຈິງຈັງ.

ເມື່ອຕົ້ນເດືອນ ພຶສພາ ຊາວໄທ ໄດ້ປະຊຸມ ແລະອອກຖແລງ ການຮຽກຮ້ອງໃຫ້ ສະຫະ ປະຊາຊາດ ຣັຖບານ ໄທແລະຈີນ ໃຫ້ສຶກສາ ສຳຣວດເບິ່ງ ຄືນໃໝ່ໝົດ ຕໍ່ໂຄງການສ້າງ ເຂື່ອນໃສ່ ແມ່ນ້ຳຂອງ ແລະຈີນຕ້ອງຮັບ ຜິດຊອບຕໍ່ຜົນ ເສັຍຫາຍທີ່ເກີດ ຈາກ ການເປີດເຂື່ອນ ໃນແຂວງຢູນ່ານ ເຊັ່ນຜົນເສັຍຫາຍ ຈາກໄພນ້ຳຖ້ວມ ເມື່ອປີກາຍ ທີ່ມີມູນຄ່າ ເຖິງ 85ລ້ານບາດ ຜົນເສັຍຫາຍອີກ ຢ່າງນຶ່ງ ການເປີດເຂື່ອນ ຂອງຈີນ ຍັງເຮັດໃຫ້ນ້ຳ ໄຫລລົງມາແຮງ ເຮັດໃຫ້ຕາຝັ່ງ ເຈື່ອນເພພັງ. ທ່ານ ບຸນຄົງ ບຸນວາດ ພໍ່ບ້ານ ບ້ານປາກອີງໃຕ້ ໃນເມືອງຊຽງຂອງ ແຂວງຊຽງຮາຍ ເວົ້າວ່າ ປະຊາຊົນ ຢູ່ພາກລຸ່ມຂອງ ແມ່ນ້ຳຂອງ ກະຕວງຣະດັບ ບໍ່ໄດ້ເລີຍ ໃນຍາມຝົນ ຖ້າຈີນເປີດເຂື່ອນ ນ້ຳຈະໄຫລມາ ຢ່າງແຮງ ຖ້ວມໄຮ່ນາສວນ ແລະພັງທະລາຍ ຕາຝັ່ງ ໃນຍາມແລ້ງ ຈີນປິດເຂື່ອນ ທາງພາກລຸ່ມ ພັດຂາດເຂີນນ້ຳ.

ຢູ່ ສປປລາວ ເຖິງວ່າບໍ່ມີ ອົງການຂັດຄ້ານ ການສ້າງເຂື່ອນ ກໍຕາມ ແຕ່ປະຊາຊົນ ຫລາຍຄົນ ກໍວິຕົກກັງວົນ ຢ້ານການສ້າງເຂື່ອນ ຈະທຳລາຍ ສະພາບແວດລ້ອມ ແລະຊີວິດ ການເປັນຢູ່ ພວກເຂົາ ດັ່ງຊາວລາວ ຜູ້ນຶ່ງໄດ້ ເວົ້າວ່າ: ຢູ່ວຽດນາມ ຕາມທັມມະດາ ແລ້ວກໍຄື ຢູ່ລາວ ອົງການຣັຖບານ ແລະປະຊາຊົນ ສ່ວນຫຼາຍບໍ່ກ້າ ປາກບໍ່ກ້າເວົ້າ ຂັດຄ້ານ ການສ້າງເຂື່ອນ ແຕ່ເມື່ອບໍ່ດົນ ຜ່ານມາ ສູນສັງເກດການ ເບິ່ງສະພາບ ແວດລ້ອມແລະ ຊັພຍາກອນ ທັມມະຊາດ ທີ່ນະຄອນ ໂຮຈິມິ່ນ ໄດ້ສຶກສາ ສຳຣວດ ເບິ່ງການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຢ່າງຄັກແນ່ ແລະອອກຣາຍງານ ວ່າແມ່ນ້ຳຂອງ ຈະຖືກຕັນ ເປັນບັ້ນເປັນທ່ອນ ທັງຢູ່ຈີນ ລາວແລະກຳພູຊາ ນ້ຳຈະບໍ່ໄຫລ ລົງມາສູ່ເຂດ ສາມຫລ່ຽມປາກ ແມ່ນ້ຳຂອງ ຫລາຍຄືເກົ່າ ຊຶ່ງເປັນ ອູ່ເຂົ້າອູ່ປາ ຂອງວຽດນາມ. ທ່ານ Ky Quang Vinh ຜູ້ອຳນວຍການ ສູນກ່າວວ່າ ເຂື່ອນຈະຕັນທາງ ຂື້ນລົງຂອງປາ ຢູ່ວຽດນາມ ໃນຍາມຝົນ ປາຈະລົງມາ ຈາກຕອນເທິງຂອງ ແມ່ນ້ຳຂອງ ເພື່ອໄປໄຂ່ແລະ ອອກແມ່ແຜ່ລູກ ຢູ່ລຳນ້ຳ Cuu Long ແລະເມື່ອອອກແມ່ ແຜ່ລູກແລ້ວ ປາກໍແຜ່ຂຍາຍ ກາຍເປັນອາຫານ ລ້ຽງເກືອ ປະຊາຊົນ ໃນແຖບນັ້ນ ຫລາຍລ້ານຄົນແຕ່ ຖ້າແມ່ນ້ຳຂອງ ຖືກຕັນ ປາກໍຈະຫາຍ ສາບສູນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.