ສປປ ລາວ ຍັງເປັນປະເທດ ນຶ່ງໃນໂລກທີ່ບໍ່ມີອິສຣະພາບ
2007.01.17

ສປປ ລາວ ຍັງເປັນປະເທດນຶ່ງ ໃນໂລກ ທີ່ບໍ່ມີອິສຣະພາບ ອີງຕາມ ລາຍງານ ປະຈຳປີ ຂອງອົງການ ຟຣີດົມເຮົ້າສ໌ (Freedom House)
ໃນ ມື້ວັນພຸດ ທີ 17 ມົກກະຣານີ້ ອົງການFreedom House ທີ່ມີສຳນັກງານ ຢູ່ສະຫະ ຣັດ ອະເມຣິກາ ໄດ້ສເນີລາຍງານ ປະຈຳປີ ກ່ຽວກັບສະພາບການ ຂອງອິສຣະພາບ ໃນ ທົ່ວໂລກ ໂດຍພາດ ຫົວເຣື່ອງວ່າ “ອິສຣະພາບໃນໂລກປີ 2007” ຫລື “Freedom in the World 2007”: ປີທີ່ ອິສຣະພາບ ໃນໂລກ ບໍ່ມີຄວາມຄືບໜ້າ, ປີທີ່ປະຊາທິປໄຕ ໃນເອເຊັ ຖອຍຫຼັງ.
ກ່ອນອື່ນໝົດ ຕ້ອງເຂົ້າໃຈວ່າ ລາຍງານປະຈຳປີຂອງ Freedom House ທີ່ອອກມາໃນມື້ວັນພຸດນີ້ ແມ່ນລາຍງານ ສຳລັບປີ 2006.
ໃນການສຳຣວດ ອິສຣະພາບໃນ 200 ກວ່າປະເທດ ແລະ ດິນແດນ ຂອງໂລກ Freedom House ໃຫ້ຄະແນນ ອິສຣະພາບ ແຕ່ລະຢ່າງ ແຕ່ 1 ຫາ 7 ໂດຍທີ່ວ່າ 1 ໝາຍເຖິງ ມີອິສຣະພາບ ຫຼາຍທີ່ສຸດ, 7 ໝາຍເຖິງ ບໍ່ມີອິສຣະພາບ ຈັກໜ່ອຍເລີຽ. ສຳລັບ ການຈັດປະເພດ ຂອງອິສຣະພາບ ຂອງປະເທດ 3 ຢ່າງ ຄື ມີອິສຣະພາບ, ມີອິສຣະພາບສ່ວນນຶ່ງ ແລະ ບໍ່ມີ ອິສຣະພາບ Freedom House ຖຶເອົາ ອິສຣະພາບ ທາງດ້ານ ການເມືອງ ແລະ ອິສຣະພາບ ດ້ານພົລເຮືອນ ເປັນສຳຄັນ. ຖ້າປະເທດໃດ ປະເທດນຶ່ງ ຫຼື ດິນແດນ ໃນດິນແດນນຶ່ງ ມີຄະແນນ ອິສຣະພາບ ການເມືອງ ແລະອິສຣະພາບພົລເຮືອນ ແຕ່ 5 ຫາ 7 ປະເທດນັ້ນ ຫຼື ດິນແດນ ນັ້ນ ບໍ່ມີອິສຣະພາບ, ຖ້າມີຄະແນນ 3, 4, 5 ແມ່ນມີອິສຣະພາບສ່ວນນຶ່ງ ຖ້າມີຄະແນນ 1, 2, 3 ແມ່ນມີອິສຣະພາບ.
Freedom House ຈັດສປປ.ລາວ ເປັນປະເທດທີ່ບໍ່ມີອິສຣະພາບ ໂດຍໃຫ້ຄະແນນແກ່ອິສຣະພາບດ້ານການເມືອງແລະອິສຣະພາບພົລເຮືອນໃນລາວ 7 ແລະ 6 ຕາມລຳດັບ ຊຶ່ງເປັນຄະແນນທີ່ຂີ້ຮ້າຍທີ່ສຸດ.
ກ່ອນທີ່ເຮົາຈະບັນຍາຍອິສຣະພາບໃນ ສປປ.ລາວ ຕາມລາຍງານປະຈຳປີ ຂອງ Freedom House ນັ້ນ ເຮົາມາເບີ່ງສະພາບຂອງອິສຣະພາບໃນໂລກກ່ອນ.
Freedom House ເວົ້າວ່າ ໃນປີ 2006 ສະພາບການຂອງອິສຣະພາບໃນໂລກປ່ຽນແປງໜ້ອຍດຽວ ແລະການຂົ່ມຂູ່ຕໍ່ການຂຍາຍອິສຣະພາບຢ່າງເປັນລ້ຳເປັນສັນນັ້ນ ເຮັດໃຫ້ມີຄວາມເປັນຫ່ວງນຳ. ສັດສ່ວນ ຫຼືວ່າເປີເຊັນຂອງຈຳນວນປະເທດ ທີ່ມີສິດທິທາງດ້ານການເມືອງ ແລະມີອິສຣະພາບພົລເຮືອນນັ້ນຍັງຕ່ຳຢູ່ຄືເກົ່າ ພ້ອມທັງສໍ່ສະແດງໃຫ້ເຫັນວ່າ ຄວາມບໍ່ຄືບໜ້າຂອງອິສຣະພາບ ຄົງຈະຂຍາຍໂຕ.
ປະເທດ ທີ່ມີອິສຣະພາບ ແລະ ປະຊາທິປະໄຕ ໂດຍມີການເລືອກຕັ້ງ ແບບຫຼາຍພັກ ການເມືອງ ໃນ ທົ່ວໂລກນັ້ນ ບໍ່ມີການປ່ຽນແປງ ໃນໄລຍະ 30 ປີທີ່ຜ່ານມາ. ຖ້າຈະເວົ້າ ເປັນພາກພື້ນ ແລ້ວ ຫຼາຍປະເທດ ເອເຊັຽ-ປາຊີຟິກ ມີຄວາມຖອຍຫຼັງ ທາງດ້ານອິສຣະພາບ ອິສຣະພາບ ໃນອັຟຣິກາ ກໍຫຼຸດນ້ອຍຖອຍລົງ ໃນຂນະ ທີ່ການໃຊ້ອຳນາດອາດຍາສິດໃນ 3 ປະເທດ ອາດີດສາທາຣະນະຣັດ ຂອງ ສະຫະພາບໂຊວຽດ ນັ້ນ ມີຄວາມແຂງ ແກ່ນຂຶ້ນ 3 ປະເທດທີ່ມີການປ່ຽນແປງ ໄປໃນທາງບວກ ຄື ປະເທດ Guyana ປ່ຽນຈາກ ມ ີອິສຣະພາບ ສ່ວນນຶ່ງ ໄປເປັນມີອິສຣະພາບ, ສ່ວນປະເທດ Haiti ແລະ ເນປານ ປ່ຽນຈາກ ບໍ່ມີອິສຣະພາບ ໄປເປັນມ ີອິສຣະພາບສ່ວນນຶ່ງ. 2 ປະເທດທີ່ມີການປ່ຽນແປງໄປໃນທາງລົບ ຄື ປະເທດໄທ ແລະ ປະເທດ Congo ປ່ຽນຈາກ ມີອິສຣະພາບ ສ່ວນນຶ່ງ ໄປເປັນບໍ່ມີອິສຣະພາບ. ປະເທດ ທີ່ຍິ່ງມີການຖອຍຫຼັງ ດ້ານ ປະຊາທິປະໄຕ ດ້ວຍການໃຊ້ຣະບົບອາດຍາສິດ ກໍມີ ຮັດເຊັຽ, Venezuuela, ຈີນ, ອີຣ່ານ ແລະ ຊິມບ່າເວ້.
ກ່ຽວກັບເຣື່ອງນີ້ Freedom House ສຣຸບວ່າ ຈຳນວນປະເທດທີ່ມີການປ່ຽນແປງໄປໃນ ທາງລົບ ມີຫຼາຍກວ່າຈຳນວນປະເທດທີ່ມີການປ່ຽນແປງໄປໃນທາງບວກ ເກືອບເຖິງ 2 ເທົ່າ ຄື 33 ຕໍ່ 18.
ສຳລັບພາກພື້ນເອເຊັຽ-ປາຊີຟິກ ທີ່ Freedom House ຖືວ່າ ມີຄວາມ ຖອຍຫຼັງ ທາງດ້ານ ອິສຣະພາບ ແລະ ປະຊາທິປະໄຕ ນອກຈາກປະເທດໄທແລ້ວ ກໍມີຟິລິບປິນ, ຕິມໍຕາເວັນອອກ, ສີລັງກາ, ມາເລເຊັຽ ແລະຟີຈີ.
ສຳລັບປະເທດ ສປປ.ລາວເດ່ Freedom House ຖືວ່າແນວໃດ? Freedom House ລາຍງານວ່າ ສປປ.ລາວ ຍັງບໍ່ມີອິສຣະພາບຢູ່ຄືເກົ່າ - ບໍ່ມີອິສຣະພາບການເມືອງ -ອິສຣະ ພາບພົລເຮືອນມີໜ່ອຍດຽວ. ຄືກັນກັບສປ.ຈີນ - ໄຄກວ່າພະມ່າ ແລະເກົາຫຼີເໜືອນ້ອຍນຶ່ງ, ວຽດນາມ ແລະກຳພູຊາ ດີກວ່າລາວໜ່ອຍນຶ່ງ.
ໃນການວິພາກວິຈານສິດທິທາງດ້ານການເມືອງ ແລະອິສຣະພາບພົລເຮືອນໃນ ສປປ.ລາວ ນັ້ນ ລາຍງານຂອງ Freedom House ເວົ້າວ່າ ປະຊາຊົນລາວບໍ່ສາມາດປ່ຽນຣັຖບານຢ່າງ ມີປະຊາທິປະໄຕໄດ້. ການສໍ້ລາດ ບັງຫຼວງ ແລະ ການລ່ວງ ເກີນຂອງເຈົ້າໜ້າທີ່ຣັຖບານ ເປັນໄປຢ່າງກວ້າງຂວາງ. ສື່ມວນຊົນລາວ ບໍ່ມີ ອິສຣະເສຣີ - ອິສຣະພາບ ສາສນາ ຖືກຈຳກັດຢ່າງເຄັ່ງຄັດ, ການສຶກສາ ກໍຖຶກຈຳກັດຫຼາຍ, ສານຍຸຕິທັມ ສໍ້ລາດບັງຫຼວງ ແລະ ຖຶກພັກປະຊາຊົນ ປະຕິວັດລາວ ຄວບຄຸມ. ທຸກໆ ກັມມະບານ ຕ້ອງຂຶ້ນກັບ ກັມມະບານ ທາງການ ຄື ສະຫະພັນກັມມະບານລາວ ກົດໝາຍລາວ ຄ້ຳປະກັນສິດທີຂອງຜູ້ຍິງ ແລະ ຜູ້ຊາຍ ໃຫ້ເທົ່າທຽມກັນ ແຕ່ການກັ່ນແກ້ງແລະການລ່ວງເກີນຜູ້ຍິງລາວ ຍັງເປັນໄປ ຢ່າງກວ້າງຂວາງຢູ່.
ອົງການ Freedom House ທີ່ຖຶກຈັດຕັ້ງຂຶ້ນຢູ່ນະຄອນ New York ໃນປີ 1941 ເປັນອົງການ ທີ່ເປັນ ເອກກະຣາດ - ບໍ່ຂຶ້ນກັບຣັຖບານ ຊຶ່ງຈຸດປະສົງອັນພື້ນຖານ ກໍແມ່ນການສົ່ງເສີມ ອິສຣະພາບ - ປະຊາທິປະໄຕ ແລະ ສິດທິມະນຸດໃນທົ່ວໂລກ. ອົງການນີ້ ໄດ້ຕິດຕາມ-ຊິ່ງຊອມ ເບີ່ງການປະຕິບັດ ສິດທິ ການເມືອງ ແລະ ອິສຣະພາບພົລເຮືອນທົ່ວໂລກ ນັບແຕ່ປີ 1972 ເປັນຕົ້ນມາ.
ວິຈານ ໂດຍ: ມະໂນທັມ
ບົວວິຈານ
- ການຫລຸດລົງຢ່າງວ່ອງໄວຂອງປ່າໄມ້ຢູ່ລາວ
- ສປປລາວໄດ້ປະຕິເສດຕໍ່ລາຍງານປະຈຳປີ ຂອງກະຊວງການຕ່າງປະເທດສະຫະຣັດອາເມຣິກາ
- ບັນຫາໄພສັງຄົມຕ່າງໆ ; ໃນ ; ສປປລາວ
- ນາຍພົນວັງປາວໄດ້ກ່າວຕອບໂຕ້ຕໍ່ຄຳກ່າວຫາຂອງ ທ່ານຫ້ຽມພົມມະຈັນທີ່ວ່າທ່ານເປັນຕົ້ນເຫດເຮັດໃຫ້ ຊາວມົ້ງຫລັ່ງໄຫລເຂົ້າໄປປະເທດໄທຢ່າງຕໍ່ເນື່ອງ.
- ຖານະບົດບາດຂອງສື່ມວນຊົນຂອງລາວ
- ປະຊາຊົນລາວສ່ວນຫຼາຍບໍ່ໄດ້ໃຫ້ຄວາມສົນໃຈ ໃນການເລືອກຕັ້ງ
- ປະຊາຊົນລາວບໍ່ມີສ່ວນເລືອກເອົາຜູ້ນຳໂດຍກົງ
- ຄວາມແຕກຕ່າງໃນການເລືອກຕັ້ງ ຣະຫວ່າງ ສປປລາວ ແລະໄທ
- ຄະນະຣັຖມົນຕຣີກະຊວງທະບວງກົມຕ່າງໆໃຫ້ຄຳຣາຍງານໃນກອງປະຊຸມໃຫຍ່, ເວົ້າສະເພາະແຕ່ຜົລສຳເຣັດ ແຕ່ບໍ່ມີການຣາຍງານເຖິງຄວາມລົ້ມເຫລວ ແຕ່ຢ່າງໃດເລີຍ
- ສາເຫດສຳຄັນບາງປະການທີ່ເຮັດໃຫ້ເດັກນ້ອຍແລະແມ່ຍິງລາວຕົກເປັນເຫຍື້ອ ຂອງພວກຄ້າມະນຸດກໍເນື່ອງຈາກລາວມີຊາຍແດນຕິດຈອດກັບຫລາຍປະເທດ ແລະພັທນາຊ້າ
- ໜັງສືພິມວຽງຈັນໃໝ່ ; ກ່າວໂຈມຕີວິທຍຸເອເຊັຽເສຣີ ; ໃນການ ໃຊ້ແຫລ່ງຂ່າວ ; ທີ່ບໍ່ປະສົງອອກນາມນັ້ນວ່າເປັນລູກໄມ້ເກົ່າ ເພື່ອເສກສັນປັ້ນແຕ່ງຂ່າວ ; ແລະຂາດຈັນຍາທັມນັກຂ່າວ
- ຊາວລາວຈຳນວນນຶ່ງ ; ທັງຢູ່ໃນແລະນອກປະເທດລາວ ບໍ່ເຫັນພ້ອມນຳການປ່ຽນຊື່ຖນົນ ; ແລະເມືອງໃຫ້ເປັນຊື່ ຂອງທ່ານໄກສອນ ; ພົມວິຫານ
- ສຳພາດ ; ຍານາງ ; ວະນິດາ ; ເທພສຸວັນ
- ສະພາຍູໂຣບ ; ລົງມະຕິກ່າວປະນາມການລວງຣະເມີດ ສິດທິມະນຸດໃນລາວ
- ສຳພາດ ; ຍານາງ ; ວານິດາ ; ເທພຊຸວັນ ; ກ່ຽວກັບ ການດຳເນີນງານແລະຜົລງານຂອງຂະບວນການລາວ ເພື່ອສິດທິມະນຸດ
- ປະທານາທິບໍດີບຸສຍ້ອງຍໍໄຕ້ຫວັນແລະເກົາຫລີໄຕ້ ວ່າເປັນປະເທດທີປົກຄອງດ້ວຍລະບອບປະຊາທິປະໄຕ
- ທັສນະຂອງອະດີດຜູ້ນຳລາວທ່ານນື່ງກ່ຽວກັບ 30ປີ ຂອງຣະບອບ ການປົກຄອງຄອມມິວນິສລາວ
- ລາຍງານປະຈຳປີກ່ຽວກັບອິສຣະພາບດ້ານສາສນາໃນໂລກ ຂອງກະຊວງການຕ່າງປະເທດສະຫະຣັດສຳລັບປີ 2005
- ຊາວ Italian ໄດ້ຈັດວັນລະລຶກຄົບຮອບ 6 ປີ ຂອງ ຂະບວນການລາວເພື່ອສິດທິມະນຸດ 26 ຕຸລາ ປີ 1999
- ສະພາສູງໄດ້ຮັບຮອງເອົາ ທ່ານ John Roberts ໃຫ້ດຳຣົງຕໍາແໜ່ງ ຫົວໜ້າສານສູງສຸດ ສະຫະຣັຖ ຕາມການສເນີ ຂອງປະທານາທິບໍດີ Bush
- ສັພະຍາກອນບາງຢ່າງຂອງລາວກຳລັງຈະດັບສູນໄປ
- ຣັຖບານ ສປປລາວ ຍ່ອມຮັບວ່າການຊໍ້ຣາດບັງລວງ ມີຫຼາຍເພີ້ມຂື້ນໃນວົງການພັກລັດ
- ຄວາມຄິດເຫັນຂອງຄະນະລູກເມັຽນັກໂທດການເມືອງ ສັມະນາກອນຕໍ່ວັນຄົບຮອບ 30 ປີ ຂອງຣະບອບປົກຄອງ ຄອມມິສນິດລາວ
- ຣາຍງານຜົລການປະຕິບັດດ້ານສິດທີມະນຸດ ຂອງຣັຖະບານສປປລາວໃນລະຍະ 30 ປີທີ່ຜ່ານມາ
- ທ່ານມົ້ງຫວາເປັນນຶ່ງໃນຈຳນວນ ຊາວມົ້ງລາວທີ່ບ້ານຮ້ວຍນ້ຳຂາວໄດ້ໃຫ້ ສຳພາດຕໍ່ RFA ກ່ຽວກັບຊາຕາກັມ ຂອງຊາວເຜົ່າມົ້ງ