ການຫລຸດລົງຢ່າງວ່ອງໄວຂອງປ່າໄມ້ຢູ່ລາວ
2007.09.07
ນັບແຕ່ຊຸມປີ 1940 ເປັນຕົ້ນມາ ອັດຕຣາການປົກຫຸ້ມຂອງປ່າໄມ້ຢູ່ໃນລາວໄດ້ຫລຸດລົງຢ່າງວ່ອງໄວເນື່ອງຈາກ ໄດ້ມີການຕັດໄມ້ທຳລາຍປ່າໃນການເຮັດໄຮ່ແບບເລື່ອນລອຍ, ໄຟໃໝ້ປ່າ ແລະກິຈກັມອື່ນໆ ຮວມທັງການລັກ ລອບຕັດໄມ້ເຖື່ອນ. ອີງຕາມໂຕເລກຂອງອົງການຈັດຕັ້ງສາກົນແລ້ວ ໃນປີ 1940 ລາວມີປ່າໄມ້ປົກຄຸມ ຢູ່ເຖິງ 70 ສ່ວນຮ້ອຍ ຫລຸດລົງມາເປັນ 54 ສ່ວນຮ້ອຍໃນປີ 1973 ເປັນ 47 ສ່ວນຮ້ອຍໃນປີ 1982 ແລະປັດຈຸບັນນີ້ ຍັງ ເຫຼືອຢູ່ປະມານ 40 ສ່ວນຮ້ອຍຫລື 9 ລ້ານ 3 ແສນເຮັກຕາ.
ການຫລຸດລົງຢ່າງວ່ອງໄວຂອງປ່າໄມ້ຢູ່ລາວນີ້ ໄດ້ພາໃຫ້ເກີດມີຄວາມວິຕົກກັງວົນຢ້ານວ່າ ຖ້າຫາກ ບໍ່ມີການເອົາມາຕການຢ່າງເຄັ່ງຄັດແລ້ວ ການຕັດໄມ້ທຳລາຍປ່າຢູ່ລາວ ຊຶ່ງອົງການຈັດຕັ້ງສາກົນເວົ້າວ່າ ໃນແຕ່ລະ ປີມີເຖິງ 300,000 ເຮັກຕານັ້ນອາດຈະເຮັດໃຫ້ລາວ ກາຍເປັນປະເທດທີ່ບໍ່ມີປ່າໄມ້ ເຫລືອເລີຍ ພາຍໃນລະຍະ 30 ປີ ຂ້າງໜ້າ.
ໃນປີ 1940 ລາວມີປ່າໄມ້ປົກຄຸມ ຢູ່ເຖິງ 70 ສ່ວນຮ້ອຍ ຫລຸດລົງມາເປັນ 54 ສ່ວນຮ້ອຍໃນປີ 1973 ເປັນ 47 ສ່ວນຮ້ອຍ ໃນປີ 1982 ແລະ ປັດຈຸບັນນີ້ ຍັງເຫຼືອຢູ່ປະມານ 40 ສ່ວນຮ້ອຍ ຫລື 9 ລ້ານ 3 ແສນເຮັກຕາ.
ເມື່ອໄວໆມານີ້ ທ່ານສົມສວາດ ເລັ່ງສວັດ ຮອງນາຍົກຣັຖມຸນຕຣີ ສປປ ລາວ ໃນຖານະຜູ້ປະຈຳການຂອງຣັຖບານ ກໍໄດ້ສະແດງຄວາມເຫັນສະທ້ອນເຖິງ ຄວາມວິຕົກກັງວົນກ່ຽວກັບການຕັດໄມ້ທຳລາຍປ່າ ແລະ ພ້ອມດຽວກັນກໍໄດ້ ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ເລັ່ງລັດເອົາໃຈໃສ່ໃນການປູກຕົ້ນໄມ້ ໃຫ້ຫລາຍຂຶ້ນກວ່າເກົ່າ.
ທາງການລາວແຈ້ງວ່າ ນັບແຕ່ປີ 1975 ເປັນຕົ້ນມາ ຕົນໄດ້ປູກຕົ້ນໄມ້ທັງໝົດ ໃສ່ພື້ນທີ່ 150 000 ເອັກຕ້າ ຄືສະເລັ່ຽແລ້ວໃນແຕ່ລະປີແມ່ນປູກກັນປະມານ 5000 ເອັ້ກຕ້າ ແນວໃດກໍຕາມ ເລີ້ມແຕ່ປີນີ້ໄປຈະມີການ ປູກຕົ້ນໄມ້ ບໍ່ໃຫ້ຫລຸດ 20,000 ເອັ້ກຕ້າ ແລະພາຍໃນປີ 2020 ລາວຈະມີປ່າໄມ້ປົກຄຸມ ພື້ນທີ່ທັງໝົດຂອງປະເທດ ເຖິງ 70 ສ່ວນຮ້ອຍ ດັ່ງເຈົ້າໜ້າທີ່ອະວຸໂສປ່າໄມ້ ທ່ານນຶ່ງຂອງລາວ ກ່າວກ່ຽວກັບເຣື່ອງນີ້ວ່າ:
" ເພື່ອໃຫ້ໄປຕາມຍຸທສາດປ່າໄມ້ຂອງພວກເຮົາ ໄດ້ວາງອອກນັ້ນ ແຕ່ລະປີ ບໍ່ໃຫ້ລຸດ 20 ພັນເອັ້ກຕ້າ ແລະຈະເຮັດໃຫ້ປ່າໄມ້ຂອງພວກເຮົາ ຮອດປິ 2020 ຖືວ່າໃນລະດັບ 70% ແລະເຣັດໃຫ້ປ່າໄມ້ ມີຄວາມປົກຮຸ້ມ ຫລືວ່າອຸດົມສົມບູນຢູ່ໃນ 70% ແລະຈະໃຫ້ໄດ້ປ່າໄມ້ຂອງພວກເຮົາຄືນມາ 11 ລ້ານ ເອັກຕ້າ. "
ເປົ້າໝາຍດັ່ງກ່າວນີ້ຂອງທາງການລາວແມ່ນຍັງເປັນທີ່ສົງສັຍກັນຢູ່ວ່າ ຈະເຮັດໄດ້ແທ້ຫລືບໍ່ໃນເມື່ອວ່າ ການປູກຕົ້ນໄມ້ໃນພື້ນທີ່ 150000 ເຮັກຕາທີ່ໄດ້ກ່າວມານັ້ນລາຍງານເວົ້າວ່າ ກໍຍັງບໍ່ໄດ້ຮັບຜົນເຕັມເມັດ ເຕັມໜ່ວຍ ທັງນີ້ກໍຍ້ອນວ່າບໍ່ໄດ້ຮັບການເອົາໃຈໃສ່ພຽງພໍ ເຮັດໃຫ້ຕົ້ນໄມ້ຈຳນວນນຶ່ງ ທີ່ໄດ້ປູກໄປແລ້ວ ນັ້ນຕາຍແລະຕົ້ນໄມ້ທີ່ປູກ ທົດແທນ ກໍບໍ່ແມ່ນຕົ້ນໄມ້ຄຸນນະພາບຄືທີ່ໄດ້ຕັດໄປ ຊຶ່ງບາງຊະນິດຕ້ອງໄດ້ ໃຊ້ເວລາ ຫລາຍໆສິບປີ ຈຶ່ງສາມາດໃຊ້ ການໄດ້.
ການດຳຣົງຊີວິດຂອງຄົນລາວແມ່ນໄດ້ກາງຕໍ່ປ່າໄມ້ເປັນສຳຄັນ ໂດຍສະເພາະແລ້ວໃນເຂດຊົນນະບົດ ທີ່ສອກຫລີກຫ່າງໄກ ການສຳຣວດຂອງທະນາຄານພັທນາເອເຊັຽຫລື ADB ໃນປີ 2000 ແຈ້ງວ່າ ຄອບຄົວຂອງຄົນລາວທີ່ຢູ່ໃນເຂດຊົນນະບົດ ຊຶ່ງປະກອບເປັນ 85 ສ່ວນຮ້ອຍຂອງປະຊາກອນລາວ ທັງໝົດ ໄດ້ກາງຕໍ່ປ່າໄມ້ໃນ ການຫາຢູ່ຫາກິນແລະດຳຣົງຊີວິດ ນອກນັ້ນ ພວກເຂົາເຈົ້າຍັງໄດ້ອາສັຍ ປ່າໄມ້ ເປັນບ່ອນໃນການຊອກຫາອາຫານ ການກິນ ຢາປົວພະຍາດແລະເປັນບ່ອນລ່າສັດ ແລະຄວາມຈິງ ແລ້ວ ປະຊາຄົມໃນຫລາຍໆທ້ອງຖິ່ນໄດ້ກາງຕໍ່ປ່າໄມ້ ເປັນແຫລ່ງໃນການຊອກຫາອາຫານຫລາຍກວ່າເຄິ່ງ ຕລອດທັງປີ.
ນອກຈາກການປູກຕົ້ນໄມ້ທົດແທນແລ້ວ ອີກມາຕການນຶ່ງທີ່ທາງການລາວ ໄດ້ເອົາກໍຄືຫ້າມນຳອອກ ໄມ້ທ່ອນ ເພື່ອຄວບຄຸມບໍ່ໃຫ້ມີການລັກລອບຕັດໄມ້ເຖື່ອນ.
ລາຍງານຂ່າວຂອງລາວແຈ້ງວ່າ ລຸນຫລັງທີ່ຣັຖບານລາວໄດ້ຫ້າມການນຳອອກໄມ້ທ່ອນ ແລ້ວ ພວກນັກ ທຸຣະກິດກໍໄດ້ພາກັນຫັນມາຕັ້ງໂຮງງານແປຮູບໄມ້ຊຶ່ງປັດຈຸບັນນີ້ ມີ 1300 ແຫ່ງ ໃນນັ້ນເປັນ ໂຮງງານຄົບວົງຈອນ 39 ບ່ອນ.
ໃນເມື່ອມີການຕັ້ງໂຮງຈັກໂຮງງານປະເພດນີ້ເພີ້ມຂຶ້ນ ຄວາມຕ້ອງການໄມ້ເພື່ອມາປ້ອນໂຮງງານເຫຼົ່ານີ້ ກໍມີເພີ້ມຂຶ້ນຄືກັນ ດັ່ງນັ້ນພວກເຈົ້າຂອງໂຮງງານຈຶ່ງໄດ້ວິ່ງເຕັ້ນຊອກສແວງຫາໂຄວຕ້າໄມ້ຈາກຣັຖບານ ຊຶ່ງເຮັດ ໃຫ້ບາງຄົນຕ້ອງໄດ້ຊື້ຈ້າງຈອບອອຍເຈົ້າໜ້າທີ່ທ້ອງຖິ່ນຫລືເຈົ້າໜ້າທີ່ຣັຖບານກາງ ເພື່ອຈະໄດ້ ຕັດໄມ້ ມາປ້ອນໂຮງ ງານແລະສົ່ງອອກໄມ້ທ່ອນແບບຜິດກົດໝາຍ.
ລາຍງານຂ່າວຂອງໜັງສືພິມລາວບາງສະບັບເວົ້າວ່າ ການປະຕິບັດກົດຣະບຽບແບບບໍ່ເຄັ່ງຄັດ ຫລືວ່າ ບໍ່ໄດ້ປະຕິບັດຕາມກົດໝາຍໃນຣະດັບຕ່າງໆນັ້ນ ເຮັດໃຫ້ມີບາງຄົນໄດ້ກາຍເປັນຄົນລ່ຳຣວຍ ແບບໄວວາ ໂດຍໄດ້ ກອບໂກຍເອົາເງິນຈຳນວນຫລວງຫລາຍ ທີ່ສົມຄວນຈະເປັນຂອງປະຊາຊົນ ແລະ ຣັຖບານລາວ.
ເມື່ອໄວໆມານີ້ ທ່ານບົວສອນ ບຸບຜາວັນ ໄດ້ອອກດຳຣັດສະບັບນຶ່ງເພື່ອຄວບຄຸມໃນການຄຸ້ມຄອງປ່າໄມ້ ແລະອຸສາຫະກັມໄມ້ທ່ອນ ຊຶ່ງດຳຣັດດັ່ງກ່າວນີ້ຈະໃຫ້ຣັຖບານເປັນຜູ້ໃຫ້ການອະນຸມັດ ກ່ຽວກັບໂຄວຕ້າ ໃນການ ຕັດໄມ້ທີ່ກະຊວງກະສິກັມແລະປ່າໄມ້ໄດ້ອອກໃຫ້ແຂວງຕ່າງໆ ຮວມທັງໄມ້ສຳລັບໃຊ້ພາຍໃນ ປະເທດແລະໄມ້ທີ່ຈະ ແປຮູບເພື່ອການສົ່ງອອກ.
ດຳຣັດໃໝ່ຂອງທາງການລາວກ່າວວ່າ ບັນດາໂຮງງານທີ່ໄດ້ຮັບອະນຸມັດແລ້ວຈະໄດ້ຮັບການພິຈາຣະນາ ກ່ອນໝູ່ໃນການແບ່ງໂຄວຕ້າໄມ້ປະຈຳປີ ແລະໂຮງງານເຫລົ່ານີ້ຍັງມີສິດໃນການປະມູນໄມ້ທີ່ຣັຖບານ ຈະຕັດໃນ ໂຄງການສ້າງເຂື່ອນຕ່າງໆ. ໄມ້ເຫລົ່ານີ້ທ່ານບົວສອນເວົ້າວ່າ ແມ່ນຈະໄລ່ຮວມເຂົ້າໃສ່ໂຄວຕ້າ ໄມ້ທັງໝົດທີ່ໄດ້ຕັດ ໃນທົ່ວປະເທດ.
" ປີກາຍນີ້ ຣັຖບານໄດ້ອະນຸມັດໂຄວຕ້າໄມ້ທັງໜົດ 3 ແສນ ແມັຕກ້ອນ ໃນ 3 ແສນ ແມັຕກ້ອນ ນິໄມ້ໄດ້ເອົາ ຈາກເຂື່ອນນ້ຳເທີນສອງ ແລະພວກເຮົາຕ້ອງໄດ້ຕັດທີນ້ຳເທີນສອງ ທີວ່ານ້ຳຖ້ວມ ແມ່ນ 270 ພັນ ແມັຕກ້ອນ ແລະອະນຸມັດໄມ້ສ້າງສາ ຢູ່ແຕ່ລະແຂວງ ແມ່ນລວມທັງໜົດ ແມ່ນ 30 ພັນ ແມັຕກອ້ນ. "
ຂະນະດຽວກັນທາງການລາວໄດ້ຮັບປາກກັບນາໆຊາດໃຫ້ການຊ່ອຍເຫຼືອວ່າ ໃນປີກາຍນີ້ຕົນຈະຄວບຄຸມ ການຕັດໄມ້ສົ່ງອອກໃນປະຣິມານບໍ່ໃຫ້ກາຍ 150,000 ແມັດກ້ອນຕໍ່ປີ ໂຕເລກດັ່ງກ່າວນີ້ ເຈົ້າໜ້າທີ່ລາວ ຖືວ່າ ເປັນເງື່ອນໄຂທີ່ສຳຄັນອັນນຶ່ງທີ່ຣັຖບານລາວໄດ້ຕົກລົງໄວ້ກັບນາໆຊາດ ໂດຍມີເປົ້າໝາຍທີ່ຈະຢຸດ ການສົ່ງໄມ້ອອກ ໄປຕ່າງປະເທດໃຫ້ໄດ້ຢ່າງຊິ້ນເຊີງພາຍໃນລະຍະ 5 ປີຂ້າງໜ້າ. ພວກນັກຊ່ຽວຊານ ກ່າວວ່າ ສິ່ງທີ່ນາໆຊາດກັງວົນ ສຸດບໍ່ແມ່ນໂຄວຕ້າການສົ່ງອອກໄມ້ຂອງຣັຖບານລາວ ແຕ່ບັນຫາສຳຄັນສຸດ ກໍຄືການລັກລອບຕັດໄມ້ເຖື່ອນທີ່ມີເພີ້ມ ຂຶ້ນຢ່າງຫລວງຫລາຍ ໂດຍກະປະມານກັນວ່າ ມີການລັກລອບ ຕັດໄມ້ເຖື່ອນ ຢູ່ລາວຫລາຍກວ່າກຳນົດໂຄວຕ້າເຖິງ 2 ເທົ່າ.
OPT: ຂະນະທີ່ອົງການ GLOBAL WITNESS ຊຶ່ງເປັນອົງການອະນຸຣັກຊັບພະຍາກອນປ່າໄມ້ ທີ່ມີສຳນັກງານ ໃຫຍ່ຢູ່ປະເທດອັງກິດໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບສະພາບປ່າໄມ້ ຢູ່ບໍຣີເວນ ຊາຍແດນລາວ ກຳພູຊາແລະ ວຽດນາມທັງນີ້ກໍຍ້ອນວຽດນາມໄດ້ປະກາດວ່າ ຕົນຈະເພີ້ມການສົ່ງອອກ ຜລິດຕະພັນໄມ້ໃຫ້ມີມູນຄ້າຮວມບໍ່ຕ່ຳກວ່າ 2 ພັນລ້ານໂດລາໃນປີ 2006 ແຕ່ເນື່ອງຈາກວຽດນາມ ຕ້ອງໄດ້ນຳເຂົ້າໄມ້ຈາກຕ່າງປະເທດຫລາຍກວ່າ 80 ສ່ວນ ຮ້ອຍຂອງໄມ້ທີ່ຕ້ອງການທັງໝົດ ແລະ ປະເທດທີ່ວຽດນາມ ນຳເຂົ້າໄມ້ຫລາຍກໍແມ່ນຈາກລາວແລະກຳພູຊາ.
ໄພສານ ຣາຍງານ