ບັນຫາໄພສັງຄົມຕ່າງໆໃນສປປລາວ
2007.09.07
ໃນຂະນະນີ້ ຢູ່ລາວ ມີໄພສັງຄົມຫລາຍໆຢ່າງ ເຊັ່ນການຄ້າໂສເພນີ ການເສບຢາເສບຕິດ ການຫລິ້ນກິນ ; ແລະນຸ່ງຖືແບບບໍ່ດີບໍ່ງາມ ຂັດຕາມປະເພນີວັທນະທັມຂອງລາວ. ໄພສັງຄົມ ເຫຼົ່ານີ້ ເກີດມາຈາກໃສ? ອາວະຣີ ຣາຍງານ
ໃຜໆກໍຍອມຮັບວ່າ ສັງຄົມລາວໃນປັດຈຸບັນ ຕ່າງກັບສັງຄົມລາວໃນສມັຍເມື່ອປະມານສິບປີກ່ອນ. ເຈົ້າໜ້າທີ່ຂັ້ນສູງຂອງພັກແລະຣັຖບານລາວ ກໍຍອມຮັບວ່າ ໄດ້ມີ ປະກົດການຍໍ້ທໍ້ຫລາຍໃນສມັຍໃໝ່ ດັ່ງ ທ່ານ ສົມສວາດ ເລັ່ງສວັດ ໄດ້ກ່າວຕອນ ໄດ້ເຂົ້າເປັນກັມມະການກົມການເມືອງສູນກາງພັກ ໃໝ່ໆວ່າ, "ຂໍ້ຂາດຕົກບົກພອງຂອງພວກເຮົາໃນລະຍະທີ່ຜ່ານມານັ້ນ ແມ່ນຖັນແຖວສະມາຊິກພັກ ຈຳນວນນຶ່ງນັ້ນ ໄດ້ເກີດມີປະກົດການຍໍ້ທໍ້ ມີການສໍ້ຣາດບັງຫລວງ ມີພະຍາດອາດຍາຕິດ."
ປະກົດການຍໍ້ທໍ້ອີກຢ່າງນຶ່ງ ກໍຄື ໄພສັງຄົມ ຕົວຢ່າງ ການຄ້າປະເວນີ ຫຼືການເປັນ ໂສເພນີການຫລິ້ນກິນ ແລະນຸ່ງຖືແບບບໍ່ດີບໍ່ງາມ ຂັດກັບປະເພນີອັນດີງາມຂອງລາວ. ພັກປະຊາຊົນປະຕິວັດລາວແລະຣັຖບານ ສປປລາວ ມີນະໂຍບາຍຢາກປົກປັກຮັກສາ ປະເພນີວັທນະທັມອັນດີງາມຂອງລາວໄວ້ເພື່ອດຶງດູດ ນັກທ່ອງທ່ຽວຕ່າງປະເທດ ຊຶ່ງ ໄດ້ສ້າງໃຫ້ຣັຖບານມີຣາຍໄດ້ເຖິງ 120 ລ້ານດອນລ່າສະຫະຣັຖຕໍ່ປີ.
ໃນຂະນະນີ້ ເຈົ້າໜ້ທີ່ລາວ ກໍມີມາດຕະການຄວບຄຸມໄພສັງຄົມຢ່າງເຂັ້ມງວດ ເຊັ່ນໄດ້ຈຳກັດໂມງ ເວລາຂອງການເປີດສະຖານທີ່ບັນເທີງຕ່າງໆ ຄື ບາຣ໌ແລະຮ້ານຄາຣາໂອເຄະ ຕ້ອງປິດເວລາເທີ່ງຄືນ ແລະຮ້ານອາຫານຕ້ອງປິດເວລາ 11 ໂມງເຄິ່ງຕອນກາງຄືນ ດັ່ງ ນີ້ເປັນຕົ້ນ. ແຕ່ວ່າເຖິງຣັຖບານ ຈະມີນະໂຍບາຍຮັກສາປະເພນີວັທນະທັມຂອງລາວ ໄວ້ ແລະຈະປາບປາມໄພສັງຄົມແນວໃດກໍຕາມ ປັດຈຸບັນ ປະກົດວ່າ ສັງຄົມລາວ ຍິ່ງເປື່ອຍເຍື່ອຍ ຍິ່ງມີໂສເພນີຫລາຍ ແລະຍິ່ງມີການຫລິ້ນກິນ ແລະ ນຸ່ງຖືແບບຍຸຍົງ ກວນໃຈຫລາຍຂື້ນ ບໍ່ພຽງແຕ່ແຜ່ຣະບາດຢູ່ແຕ່ໃນເມືອງໃຫຍ່ໆເທົ່ານັ້ນ ປັດຈຸບັນ ໄດ້ແຜ່ລາມໄປເຖິງເຂດນອກຫລາຍແລ້ວ. ກ່ຽວກັບເຣື່ອງນີ້ ທ່ານ ສົມສວາດ ກໍເຄີຍສະແດງຄວາມບໍ່ພໍໃຈ ທີ່ປະຊາຊົນລາວເອງ ກໍມັກຮັກສາປະເພນີອັນດີງາມຂອງຕົນ ໄວ້ ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ, "ວັທະນາທັມ ທີ່ເປັນເອກະຣັກຂອງເຮົາ ແມ່ນມີຫວຼງຫາຼຍພາຍມາກ ຕ່າງປະເທດເຂົາກະຍ້ອງຍໍ ບັດສຸດທ້າຍ ຕົວເອງພັດກະວ່າ.. ບໍ່ຮູ້ຮັກສາ ອັນໃດທີ່ເປັນເອກະຣັກຂອງຕົນ ຕົວເອງກະບໍ່ຮັກສາ ເພື່ອໃຫ້ຕ່າງປະເທດ ມາທ່ຽວຮັ້ນນະ.. ເຂົາເອີ້ນວ່າທ່ອງທ່ຽວ ວທັະນະທັມ ຢາກໃຫ້ເຂົາມາທ່ອງທ່ຽວວັທະນະທັມ ແຕ່ ວັທະນະທັມໂຕ ແມ່ນອັນໃດກັນແທ້ ວັທະນະທັມທາງດ້ານການກິນ ການຟ້ອນ ມັນແມ່ນຫຍັງ ມາດຽວນີ້ ແມ່ນບ່ອນນີ້ຢາກຄ່ອຍເພໄປໃດ. "
ທ່ານຜູ້ຟັງອາດຈະພະຍາຍາມຄິດຫາສາເຫດວ່າ ແມ່ນຫຍັງເຮັດໃຫ້ເກີດມີໄພສັງຄົມ ຢູ່ໃນລາວ?
ສາເຫດອັນທີ່ນຶ່ງ ກໍແມ່ນຄະນະຜູ້ນຳພັກແລະຣັຖບານ ທີ່ອະນຸຍາດໃຫ້ມີໄພສັງຄົມ ເກີດຂື້ນ. ໃນຣະຍະເວລາຍຶດອຳນາດໃໝ່ໆ ໂດຍສະເພາະນັບແຕ່ເວລາປີ 1975 ຈົນເຖິງກາງຊຸມປີ 1980 ພັກແລະຣັຖບານ ປາບປາມໄພສັງຄົມຢ່າງເຂັ້ມງວດ; ຜູ້ ໃດຈົ່ງຜົມຍາວ ຂາສົ້ງໃຫຍ່ ຖ້າເປັນຜູ້ຍິງ ກໍນຸ່ງສັ້ນນຸ່ງເຂີນ ຫຼືເປັນແມ່ຈ້າງນາງເລງ ກໍຕ້ອງຖືກສົ່ງໄປສັມມະນາຕອນທ້າວຕອນນາງ ຫຼືບໍ່ກໍຕ້ອງ ໂຕນໜີ ອອກໄປປະເທດໄທ; ແຕ່ວ່າຫລັງຈາກນັ້ນມາ ຄະນະຜູ້ນຳລາວ ຈຳເປັນຕ້ອງປະຕິຮູບຣະບົບ ເສຖກິດ ແລະສັງຄົມ; ທາງດ້ານສັງຄົມ ກໍມີການເປີດຕໍ່ໂລກພາຍນອກ; ຣັຖບານອະນຸຍາດໃຫ້ຊາວຕ່າງ ປະເທດ ເຂົ້າມາທ່ອງທ່ຽວ ອະນຸຍາດໃຫ້ນຸ່ງຖືແບບຕ່າງປະເທດໄດ້ ແລະອະນຸຍາດໃຫ້ມີສະຖານທີ່ ບັນເທີງ ເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍທົ່ວໄປ ຫລຸດຜ່ອນການຄວບຄຸມລົງ. ໃນເມື່ອມີການຫລຸດຜ່ອນ ການຄວບຄຸມແນວໃດ ໄພສັງ ຄົມ ກໍຄືກັບໂຣກຕິດຕໍ່ຫຼືຢາເສບຕິດ ມັນແຜ່ລາມຢ່າງວ່ອງໄວ.
ສາເຫດທີ່ສຳຄັນອັນທີ່ສອງ ນັກສັງຄົມສາດທ່ານນຶ່ງຄິດວ່າແມ່ນເງິນ. ເປັນຫຍັງ ບາຣ໌ ຮ້ານຄາຣະໂອເຄະ ແລະຊ່ອງໂສເພນີ ຈຶ່ງເກີດມີຫລາຍຂື້ນປານດອກເຫັດຢູ່ໃນ ລາວ ໂດຍສະເພາະຢູ່ນະຄອນວຽງຈັນ? ນັກສັງຄົມສາດຕອບວ່າ ແມ່ນຍ້ອນເງິນ. ເຈົ້າຂອງບາຣ໌ ຕັ້ງບາຣ໌ຫຼືລົງທຶນເຮັດທຸຣະກິດນີ້ຂື້ນມາ ກໍເພື່ອ ຢາກໄດ້ເງິນ ຢາກໄດ້ ກຳໄຣ ແລະຜູ້ເຂົ້າມາເຮັດວຽກ ກໍເພື່ອເງິນ ເພື່ອມີຢູ່ມີກິນ; ຍິງສາວລາວ ຈຳເປັນ ຕ້ອງກາຍໂຕບໍຣິການທາງເພດ ກໍເພື່ອເງິນ ແລະກໍເປັນວິຊາອາຊີບທີ່ຫາເງິນໄດ້ງ່າຍ ແລະກໍໄດ້ຫລາຍກວ່າ ເຮັດງານອື່ນໆ.
ສ່ວນ ສາເຫດຂອງການຫລິ້ນກິນຟຸມເຟືອຍຫຼືການນຸ່ງຖືແບບຂັດກັບປະເພນີວັທ ນະທັມຂອງຊາດລາວນັ້ນ ສ່ວນນຶ່ງ ກໍແມ່ນຍ້ອນທາງພັກແລະຣັຖ ມີນະໂຍບາຍ ເປີດກວ້າງຕໍ່ໂລກພາຍນອກເອງສົມກັບສມັຍນີ້ ້ແມ່ນສມັຍໂລກາວິວັດ ການສື່ສານ ຄົມມະນາຄົມ ການໄປມາຫາສູ່ ການທ່ອງທ່ຽວ ການຕິດຕໍ່ ໂທຣະທັດ ວິທະຍຸ ວາຣະສານ ໜັງສືພິມ ຕລອດເຖິງອິນເຕີເນັດແລະໂທຣະສັບ ກຳລັງກ້າວໜ້າແລະ ທົ່ວເຖິງ ເຖິງວ່າຢູ່ປະເທດທີ່ບໍ່ຈະເຣີນເທົ່າໃດຄືລາວ ກໍໄດ້ຮັບຂໍ້ມູນຂ່າວສານເຫຼົ່ານັ້ນ ຢ່າງວ່ອງໄວ.
ອີກຢ່າງນຶ່ງ ຜູ້ນຳປະເທດຕາວັນຕົກມັກອ້າງເຫດຜົນວ່າ ມະນຸດທຸກ ຄົນ ມັກມີສິດເສຣີພາບ ຖ້າມີໂອກາດ ເຊັ່ນຖ້າບໍ່ມີການປາບປາມເກີນໄປ ມະນຸດ ກໍ ຈະປະພຶດຕົວຢ່າງອິສຣະເສຣີ ໝາຍຄວາມວ່າ ຢາກເຮັດ ຫຍັງກໍເຮັດຕາມໃຈ ຕາມ ຄວາມນິຍົມຊົມຊອບຂອງສັງຄົມ. ສະນັ້ນ ໃນກໍຣະນີທີ່ຊາວລາວ ໂດຍສະເພາະ ຊາວ ໜຸ່ມໄວລຸ້ນລາວ ທັງຍິງແລະຊາຍ ມັກຫລິ້ນກິນແລະນຸ່ງຖືແບບຕ່າງປະເທດນີ້ ສ່ວນ ຫລາຍນຶ່ງ ກໍຍ້ອນພວກເຂົາ ຢາກມີອິສຣະເສຣີນັ້ນເອງ. ແນ່ນອນວ່າ ວິທີການຫລິ້ນ ກິນແລະນຸ່ງຖືຫຼືປະເພນີ ວັທນະທັມຂອງປະເທດໃດ ທີ່ມີອິດທິພົນຫລາຍກວ່າ ປະເພ ນີວັທນະທັມຂອງປະເທດນັ້ນ ກໍຈະເປັນ ທີ່ນິຍົມຊົມຊອບຫລາຍກວ່າໝູ່ຢູ່ໃນໂລກ ເຊັ່ນ ຍິງສາວລາວ ມັກນຸ່ງສັ້ນນຸ່ງເຂີນໃນປັດຈຸບັນ ກໍຍ້ອນຢາກຮຽນ ແບບຊາວຕາ ວັນຕົກ.
ເຈົ້າໜ້າທີ່ທາງການລາວບາງຄົນ ມັກຖິ້ມໂທດໃສ່ໂລກາວິວັດ ທີ່ເປັນເຫດໃຫ້ປະເພນີວັທນະທັມຂອງລາວ ເຊື່ອມເສັຍ. ທ່ານຜູ້ຟັງອາດສົງໃສວ່າ ໂລກາວິວັດ ນັ້ນແມ່ນຫຍັງ? ໂລກາວິວັດ ແປວ່າການວິວັທນາການ ຂອງໂລກຫຼືການປ່ຽນແປງ ຂອງໂລກນັ້ນເອງ. ໃນສມັຍກ່ອນ ຕົວຢ່າງເມື່ອຊາວກວ່າປີຄືນຫລັງ ໂລກນີ້ແບ່ງ ອອກເປັນສອງໂລກ ໂລກເສຣີແລະໂລກຄອມມຸຍນິສ; ໂລກເສຣີ ເປັນໂລກທີ່ມີການ ຄວບຄຸມໜ້ອຍ ສ່ວນໂລກ ຄອມມຸຍນິສນັ້ນຕົງກັນຂ້າມ ມີການຄວບຄຸມຢ່າງເຄັ່ງຄັດ ຕົວຢ່າງຢູ່ສປປລາວເອງ ຫລັງຈາກ ຍຶດອຳນາດໃໝ່ໆ ແມ້ແຕ່ຜູ້ບ່າວຜູ້ສາວ ຈະໂອ້ ລົມກັນ ກໍຕ້ອງຜ່ານການຈັດຕັ້ງ ກ່ອນຈະແຕ່ງງານ ກໍຕ້ອງໃຫ້ການຈັດຕັ້ງຮັບຮູ້ດັ່ງນີ້ ເປັນຕົ້ນ; ແຕ່ປັດຈຸບັນ ຣະບົບນີ້ ເກືອບສລາຍຕົວແລ້ວ ບໍ່ມີແລ້ວ; ສ່ວນ ຣະບົບເສຣີ ພັດກຳລັງຂຍາຍຕົວ ນັບມື້ນັບກວ້າງຂວາງອອກ. ສະນັ້ນ ຄຳວ່າ ໂລກາວິວັດ ຈຶ່ງໝາຍເຖິງ ການປ່ຽນແປງທີ່ຣະບົບເສຣີ ຊຶ່ງລວມເຖິງການຫລິ້ນກິນ ການນຸ່ງຖື ແລະການປະພຶດອື່ນໆ ກໍກຳລັງ ແຜ່ຂຍາຍ ໄປທົ່ວໂລກ ໂລກທັງໂລກ ກຳລັງຈະເຂົ້າ ເປັນອັນນຶ່ງອັນດຽວກັນ.
ບັນຫາມີຢູ່ວ່າ ຈະສະກັດກັ້ນການເຂົ້າກັນເປັນອັນນຶ່ງອັນດຽວກັນນີ້ໄດ້ແນວໃດ? ຣັຖບານຂອງຫລາຍ ປະເທດ ເຊັ່ນຣັຖບານລາວ ກໍອາດຈະຄິດຢາກພະຍາຍາມ ເຊັ່ນ ຄືປັດຈຸບັນ ກໍໄດ້ຈຳກັດເວລາ ເປີດປິດບາຣ໌ແລະສະຖານທີ່ບັນເທີງຕ່າງໆແລ້ວ ແລະ ບາງເທື່ອ ກໍກວດລ້າງປາບປາມການຄ້າໂສເພນີ; ແຕ່ວ່າ ດັ່ງທີ່ໄດ້ອະທິບາຍມາ ເບື້ອງຕົ້ນ ການສະກັດກັ້ນດັ່ງກ່າວ ອາດຈະບໍ່ໄດ້ຜົນເລີຍ ປາບເທົ່າໃດ ຍິ່ງມີຫລາຍ ນອກຈາກ ທາງການຈະໃຊ້ມາດຕະການເດັດຂາດເໝືອນກັບທີ່ໄດ້ປະຕິບັດມາເມື່ອ ປະມານ 20 ກວ່າປີກ່ອນ; ແຕ່ຖ້າເດັດຂາດແບບນັ້ນ ປະຊາຊົນລາວ ກໍຈະໂຕນໜີ ອອກຈາກປະເທດ ໄປຫລາຍ ແສນຄົນອີກ ປັດຈຸບັນເຖິງວ່າໂຍະຍານຢູ່ ກໍຍັງມີຊາວ ໜຸ່ມໄວລຸ້ນລາວ ຂ້າມໄປທຳມາຫາກິນ ຢູ່ປະເທດໄທ ຫລາຍເຕີບແລ້ວ
ຣາຍການອື່ນໆ
ບົວວິຈານ
- ນາຍພົນວັງປາວໄດ້ກ່າວຕອບໂຕ້ຕໍ່ຄຳກ່າວຫາຂອງ ທ່ານຫ້ຽມພົມມະຈັນທີ່ວ່າທ່ານເປັນຕົ້ນເຫດເຮັດໃຫ້ ຊາວມົ້ງຫລັ່ງໄຫລເຂົ້າໄປປະເທດໄທຢ່າງຕໍ່ເນື່ອງ.
- ຖານະບົດບາດຂອງສື່ມວນຊົນຂອງລາວ
- ປະຊາຊົນລາວສ່ວນຫຼາຍບໍ່ໄດ້ໃຫ້ຄວາມສົນໃຈ ໃນການເລືອກຕັ້ງ
- ປະຊາຊົນລາວບໍ່ມີສ່ວນເລືອກເອົາຜູ້ນຳໂດຍກົງ
- ຄວາມແຕກຕ່າງໃນການເລືອກຕັ້ງ ຣະຫວ່າງ ສປປລາວ ແລະໄທ
- ຄະນະຣັຖມົນຕຣີກະຊວງທະບວງກົມຕ່າງໆໃຫ້ຄຳຣາຍງານໃນກອງປະຊຸມໃຫຍ່, ເວົ້າສະເພາະແຕ່ຜົລສຳເຣັດ ແຕ່ບໍ່ມີການຣາຍງານເຖິງຄວາມລົ້ມເຫລວ ແຕ່ຢ່າງໃດເລີຍ
- ສາເຫດສຳຄັນບາງປະການທີ່ເຮັດໃຫ້ເດັກນ້ອຍແລະແມ່ຍິງລາວຕົກເປັນເຫຍື້ອ ຂອງພວກຄ້າມະນຸດກໍເນື່ອງຈາກລາວມີຊາຍແດນຕິດຈອດກັບຫລາຍປະເທດ ແລະພັທນາຊ້າ
- ໜັງສືພິມວຽງຈັນໃໝ່ ; ກ່າວໂຈມຕີວິທຍຸເອເຊັຽເສຣີ ; ໃນການ ໃຊ້ແຫລ່ງຂ່າວ ; ທີ່ບໍ່ປະສົງອອກນາມນັ້ນວ່າເປັນລູກໄມ້ເກົ່າ ເພື່ອເສກສັນປັ້ນແຕ່ງຂ່າວ ; ແລະຂາດຈັນຍາທັມນັກຂ່າວ
- ຊາວລາວຈຳນວນນຶ່ງ ; ທັງຢູ່ໃນແລະນອກປະເທດລາວ ບໍ່ເຫັນພ້ອມນຳການປ່ຽນຊື່ຖນົນ ; ແລະເມືອງໃຫ້ເປັນຊື່ ຂອງທ່ານໄກສອນ ; ພົມວິຫານ
- ສຳພາດ ; ຍານາງ ; ວະນິດາ ; ເທພສຸວັນ
- ສະພາຍູໂຣບ ; ລົງມະຕິກ່າວປະນາມການລວງຣະເມີດ ສິດທິມະນຸດໃນລາວ
- ສຳພາດ ; ຍານາງ ; ວານິດາ ; ເທພຊຸວັນ ; ກ່ຽວກັບ ການດຳເນີນງານແລະຜົລງານຂອງຂະບວນການລາວ ເພື່ອສິດທິມະນຸດ
- ປະທານາທິບໍດີບຸສຍ້ອງຍໍໄຕ້ຫວັນແລະເກົາຫລີໄຕ້ ວ່າເປັນປະເທດທີປົກຄອງດ້ວຍລະບອບປະຊາທິປະໄຕ
- ທັສນະຂອງອະດີດຜູ້ນຳລາວທ່ານນື່ງກ່ຽວກັບ 30ປີ ຂອງຣະບອບ ການປົກຄອງຄອມມິວນິສລາວ
- ລາຍງານປະຈຳປີກ່ຽວກັບອິສຣະພາບດ້ານສາສນາໃນໂລກ ຂອງກະຊວງການຕ່າງປະເທດສະຫະຣັດສຳລັບປີ 2005
- ຊາວ Italian ໄດ້ຈັດວັນລະລຶກຄົບຮອບ 6 ປີ ຂອງ ຂະບວນການລາວເພື່ອສິດທິມະນຸດ 26 ຕຸລາ ປີ 1999
- ສະພາສູງໄດ້ຮັບຮອງເອົາ ທ່ານ John Roberts ໃຫ້ດຳຣົງຕໍາແໜ່ງ ຫົວໜ້າສານສູງສຸດ ສະຫະຣັຖ ຕາມການສເນີ ຂອງປະທານາທິບໍດີ Bush
- ສັພະຍາກອນບາງຢ່າງຂອງລາວກຳລັງຈະດັບສູນໄປ
- ຣັຖບານ ສປປລາວ ຍ່ອມຮັບວ່າການຊໍ້ຣາດບັງລວງ ມີຫຼາຍເພີ້ມຂື້ນໃນວົງການພັກລັດ
- ຄວາມຄິດເຫັນຂອງຄະນະລູກເມັຽນັກໂທດການເມືອງ ສັມະນາກອນຕໍ່ວັນຄົບຮອບ 30 ປີ ຂອງຣະບອບປົກຄອງ ຄອມມິສນິດລາວ
- ຣາຍງານຜົລການປະຕິບັດດ້ານສິດທີມະນຸດ ຂອງຣັຖະບານສປປລາວໃນລະຍະ 30 ປີທີ່ຜ່ານມາ
- ທ່ານມົ້ງຫວາເປັນນຶ່ງໃນຈຳນວນ ຊາວມົ້ງລາວທີ່ບ້ານຮ້ວຍນ້ຳຂາວໄດ້ໃຫ້ ສຳພາດຕໍ່ RFA ກ່ຽວກັບຊາຕາກັມ ຂອງຊາວເຜົ່າມົ້ງ
- ຊາວເຜົ່າມົ້ງລາວທີ່ບ້ານຫ້ວຍນ້ຳຂາວຈະສືບຕໍ່ໄດ້ຮັບ ຄວາມຊ່ອຍເຫືຼອທາງດ້ານມະນຸສທັມຈົນກວ່າບັນຫາ ດັ່ງກ່າວໄດ້ຮັບການແກ້ໄຂ
- ປະຕິກິຣິຍາຕອບໂຕ້ອັນຮຽບດ່ວນຂອງປະຊາຊົນລາວ ໃນປະເທດຝຣັ່ງເສດຕໍ່ຣັຖບານຜເດັດການຄອມມິວນິສລາວ ກ່ຽວກັບການຂ້າລ້າງເຜົ່າພັນຊາວມົ້ງທີ່ຫລີ້ຊ່ອນໃນປ່າ ຢູ່ໃນປະເທດລາວ
- ສື່ມວນຊົນໃນ ສປປລາວ