ສາເຫດສຳຄັນບາງປະການທີ່ເຮັດໃຫ້ເດັກນ້ອຍແລະແມ່ຍິງລາວຕົກເປັນເຫຍື້ອ ຂອງພວກຄ້າມະນຸດກໍເນື່ອງຈາກລາວມີຊາຍແດນຕິດຈອດກັບຫລາຍປະເທດ ແລະພັທນາຊ້າ


2007.09.07

ໜັງສືພິມປະຊາຊົນ ສະບັບທີ່ອອກໃນວັນທີ 14 ມີນານີ້ແຈ້ງວ່າ ຍ້ອນລາວເປັນປະເທດທີ່ມີຊາຍແດນຕິດ ກັບຫລາຍ ປະເທດ ມີການພັທນາຊ້າ ແຕ່ກົງກັນຂ້າມປະເທດໃກ້ຄຽງພັດມີການຂຍາຍໂຕຢ່າງກວ້າງຂວາງໂດຍສະເພາະທາງ ດ້ານເສຖກິດແລະສັງຄົມ ເປັນຕົ້ນແມ່ນໄທ ຊຶ່ງເປັນປະເທດທີ່ມີຄວາມຄ້າຍຄືກັນໃນຫລາຍດ້ານກັບລາວ ເຊັ່ນໃນດ້ານ ວັທນະທັມ ຮີດຄອງປະເພນີແລະພາສາປາກເວົ້າ.

ພ້ອມດຽວກັນການແຜ່ກະຈາຍທາງດ້ານຂໍ້ມູນຂ່າວ ສານ ການສົ່ງເສີມແນວຄວາມຄິດກ່ຽວກັບຊີວິດທີ່ສົມບູນແບບ ຕົວຢ່າງວ່າ: ການຊົມໃຊ້ວັດຖຸສິ່ງຂອງທີ່ສວຍງາມ ໄດ້ຮັບວັທນະທັມສມັຍໃໝ່ ສິນຄ້າບໍຣິໂພກແລະອື່ນໆທີ່ມີການ ຂຍາຍໂຕຢ່າງກວ້າງຂວາງ.

ປະຊາຊົນເວົ້າວ່າ ໃນ ທາງກົງກັນຂ້າມ ຂະນະທີ່ຈຳນວນປະຊາກອນໃນລາວນັບມື້ນັບເພີ້ມຂຶ້ນ ໃນແຕ່ລະປີເຖິງ2.8% ແຕ່ຄວາມຕ້ອງ ການທາງດ້ານຕລາດແຮງງານພັດມີຈຳກັດ. ໃນນັ້ນຄ່ານິຍົມໃນດ້ານການຊົມໃຊ້ວັດຖຸຟູມເຟືອຍພີ້ມຂຶ້ນ ການຊອກ ຫາໂອກາດແລະເລືອກອາຊີບນັບມື້ນັບຫລາຍຂຶ້ນ ເພື່ອຢາກຫາລາຍໄດ້ມາຊ່ອຍຄອບຄົວ ໂດຍສະເພາະ ແມ່ນກຸ່ມ ວັຍໜຸ່ມ ຊຶ່ງໄດ້ກາຍເປັນຊ່ອງຫວ່າງເຮັດໃຫ້ກຸ່ມຄົນບໍ່ດີຈຳນວນນຶ່ງສວຍໂອກາດແລະໃຊ້ເງື່ອນໄຂດັ່ງກ່າວ ຕົວະຍົວະ ຫລອກລວງເອົາພວກໜຸ່ມນ້ອຍເຫລົ່ານີ້ໄປຕົກເປັນເຫຍື້ອຂອງການຄ້າມະນຸດ ໂດຍສະເພາະແມ່ນແມ່ຍິງ ແລະເດັກ ນ້ອຍ.

ລາຍງານຂອງປະຊາຊົນບໍ່ໄດ້ສເນີວິທີແກ້ໄຂຕໍ່ບັນຫາດັ່ງກ່າວນີ້ແຕ່ປະການ ມີແຕ່ເຕືອນໃຫ້ພວກໜຸ່ມນ້ອຍມິສະຕິຣະວັງ ໂຕເພື່ອບໍ່ໃຫ້ຕົກເປັນເຫຍື້ອຂອງພວກຄ້າມະນຸດ.

ອີງຕາມລາຍງານຂອງກະຊວງການຕ່າງປະເທດສະຫະຣັດສະບັບທີ່ອອກໃນຕົ້ນເດືອນນີ້ແຈ້ງວ່າລາວເປັນ ທັງແຫລ່ງທີ່ ມາ ແລະໃນບາງກໍຣະນີແຕ່ບໍ່ຫລາຍແມ່ນຖືກໃຊ້ເປັນທາງຜ່ານໃນການຄ້າມະນຸດ. ຈຸດໝາຍປາຍທາງ ສ່ວນໃຫຍ່ກໍ ແມ່ນປະເທດໄທ. ລາຍງານຂອງກະຊວງການຕ່າງປະເທດສະຫະຣັດ ທີ່ອ້າງການສຶກສາຫວ່າງບໍ່ດົນ ຜ່ານມານີ້ແຈ້ງ ວ່າ ຈຳນວນພວກທີ່ຕົກເປັນເຫຍື້ອຂອງການຄ້າມະນຸດຈາກລາວນັ້ນແມ່ນມີຫລາຍກວ່າທີ່ຄິດໄວ້ໃນ ເມື່ອກ່ອນ ສ່ວນ ໃຫຍ່ແມ່ນມີອາຍຸຣະຫວ່າງ 15 ຫາ 30 ປີ.

ລາຍງານເວົ້າວ່າປະມານ 7% ຂອງໂຕຢ່າງທີ່ເກັບກຳຈາກປະຊາຊົນ ໃນ 3 ແຂວງພາກໃຕ້ຂອງລາວໄດ້ລັກລອບໄປ ເຮັດວຽກເຮດການຢູ່ໄທຫລືຕົກເປັນເຫຍື້ອຂອງກຸ່ມການຄ້າມະນຸດ ແລະ 55% ຂອງຈຳນວນດັ່ງກ່າວແມ່ນເປັນແມ່ຍິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.