ໜັງສືພິມວຽງຈັນໃໝ່ກ່າວໂຈມຕີວິທຍຸເອເຊັຽເສຣີໃນການໃຊ້ແຫລ່ງຂ່າວທີ່ບໍ່ປະສົງອອກນາມນັ້ນວ່າເປັນລູກໄມ້ເກົ່າເພື່ອເສກສັນປັ້ນແຕ່ງຂ່າວແລະຂາດຈັນຍາທັມນັກຂ່າວ
2007.09.07
ສເນິໂດຍ: ໄພສານ
ໜັງສືພິມວຽງຈັນໃໝ່ອອນໄລນ໌ ສະບັບທີ່ອອກໃນວັນອັງຄານທີ 10 ມົກກະຣາ ໄດ້ກ່າວໂຈມຕີວິທຍຸເອເຊັຽ ເສຣີ ໂດຍອ້າງວ່າໄດ້ຮັບຈົດໝາຍຈາກທ່ານຜູ້ອ່ານ ຖາມເຖິງເຣື່ອງການໃຊ້ແຫລ່ງຂ່າວບໍ່ປະສົງອອກນາມນັ້ນວ່າ ມີຄວາມເຊື່ອຖືໄດ້ໜ້ອຍຫຼາຍປານໃດ ແລະມີການປະຕິບັດກັນຢູ່ບໍໃນວົງການສື່ມວນຊົນທົ່ວໄປ?
ຈຸດສຳຄັນທີ່ວຽງຈັນໃໝ່ໄດ້ແນໃສ່ກໍແມ່ນລາຍງານຂ່າວຂອງເອເຊັຽເສຣີກ່ຽວກັບການຕັດສິນຂອງສານລາວ. ບັນນາທິການຂອງວຽງຈັນໃໝ່ເວົ້າວ່າ ຈຸດປະສົງຂອງເອເຊັຽເສຣີໃນການໃຊ້ແຫຼ່ງຂ່າວທີ່ບໍ່ປະສົງອອກນາມ ນັ້ນກໍຍ້ອນເອເຊັຽເສຣີເປັນຜູ້ເສກສັ້ນປັ້ນແຕ່ງຂ່າວຂຶ້ນມາເພື່ອຫລອກລວງຜູ້ຟັງ ຊຶ່ງເຕັກນິກດັ່ງກ່າວນີ້ທ່ານບັນນາທິ ການວຽງຈັນໃໝ່ສັ່ງສອນວ່າ ເປັນລູກໄມ້ເກົ່າທີ່ລ້າສມັຍ ແລະເປັນການກະທຳທີ່ຂາດຈັນຍາທັມນັກຂ່າວ. ການໃຊ້ແຫລ່ງຂ່າວທີ່ບໍ່ປະສົງອອກນາມນີ້ ; ບໍ່ແມ່ນຂອງໃໝ່ ; ໃນວົງການສື່ມວນຊົນຂອງໂລກທັງນີ້ກໍເພື່ອປົກປ້ອງ ແຫລ່ງຂ່າວບໍ່ໃຫ້ໄດ້ຮັບອັນຕະລາຍຫລັງຈາກທີ່ໄດ້ໃຫ້ຂ່າວໄປແລ້ວ ; ໂດຍສະເພາະໃນບັນດາປະເທດ ຜະເດັດການ ທີ່ບໍ່ຍອມຮັບຟັງຄວາມຄິດຄວາມເຫັນ ທີ່ແຕກຕ່າງໄປຈາກທັສນະຂອງທາງການ. ການໃຊ້ແຫລ່ງຂ່າວທີ່ບໍ່ປະສົງ ອອກນາມນີ້ ກໍເພື່ອເປີດເຜີຍຂໍ້ມູນທີ່ປິດລັບຕ່າງໆ ຫລືຂ່າວບໍ່ດີທີ່ບໍ່ມີຜູ້ໃດກ້າເວົ້າ ; ເຊັ່ນໃນກໍຣະນີການສໍ້ຣາດບັງຫລວງ ແລະການກະທຳທີ່ບໍ່ຖືກບໍ່ຕ້ອງຂອງເຈົ້າໜ້າທີ່. ; ຕົວຢ່າງນຶ່ງຢູ່ສະຫະຣັດອະເມຣິກາ ; ໃນການ ໃຊ້ແຫລ່ງຂ່າວ ທີ່ບໍ່ປະສົງອອກນາມເມື່ອບໍ່ດົນຜ່ານມານີ້ ກໍຄືນັກຂ່າວຄົນນຶ່ງຍອມຕິດຄຸກ ແຕ່ບໍ່ຍອມເປີດເຜີຍແຫລ່ງຂ່າວຂອງຕົນ ໃຫ້ເຈົ້າໜ້າທີ່ຮູ້ ຊຶ່ງເປັນຂ່າວໃຫຍ່ຣະດັບໂລກ.
ພາລະໜ້າທີຂອງວິທຍຸເອເຊັຽເສຣີກໍຄືເກັບກຳແລະລາຍງານຂ່າວຕ່າງໆໂດຍສະເພາະຂ່າວທີ່ຮັບຟັງ ບໍ່ໄດ້ໂດຍສື່ມວນຊົນ ຂອງທາງການລາວດັ່ງໜັງສືພິມວຽງຈັນໃໝ່ແລະຂ່າວການຕັດສິນຂອງສານລາວ ທີ່ບໍ່ໄດ້ຮັບໃຊ້ຜົນປະໂຫຍດຜູ້ທຸກຜູ້ຍາກນັ້ນ ກໍເປັນຂ່າວນຶ່ງທີ່ສື່ມວນຊົນລາວບໍ່ໄດ້ເອີ່ຍເຖິງ. ; ຄວາມວິຕົກກັງວົນກ່ຽວກັບຣະບົບສານຂອງລາວນີ້ແມ່ນໄດ້ສແດງອອກໃຫ້ເຫັນ ຢູ່ໃນລາຍງານຂ່າວ ຂອງສື່ມວນຊົນ ຕ່າງປະເທດໃນການຕັດສິນແບບຮວບຮັດຕັດຕອນນັກຂ່າວທີ່ຖືກຈັບຢູ່ລາວ.
ລາຍງານຂອງກະຊວງການຕ່າງປະເທດສະຫະຣັດສະບັບທີ່ອອກໃນເດືອນກຸມພາ ; ປີ  2005 ; ກ່າວເຖິງຄວາມບໍ່ເປັນອິສຣະ ຂອງຣະບົບຕຸລາການລາວວ່າ ຣະບົບການຍຸຕິທັມຂອງລາວ ; ແມ່ນຢູ່ພາຍໃຕ້ອິດທິພົນ ; ຂອງຝ່າຍບໍຣິຫານ, ; ນິຕິບັນຢັດ ແລະພັກປະຊາຊົນປະຕິວັດລາວ ເປັນຣະບົບ ທີ່ມີການຄໍຣັບຊັ່ນ ແລະບໍ່ໄດ້ຄ້ຳປະກັນ ; ສິດທິຂອງປະຊາຊົນ ; ໃນການຟ້ອງຮ້ອງ ຫລືດຳເນີນຄະດີ. ຄວາມວິຕົກກັງວົນທີ່ວ່າ ໄດ້ສະທ້ອນ ໃຫ້ເຫັນໃນຄຳຖແລງຂອງ ທ່ານໄຊສົມພອນ ພົມວິຫານ ປະທານ ຄະນະກັມມາທິການຕ່າງປະເທດຂອງສະພາແຫ່ງຊາດລາວໃນຄຳຖແລງປິດ ກອງປະຊຸມສະພາ ເມື່ອບໍ່ດົນຜ່ານມານີ້. ທ່ານໄຊສົມພອນກ່າວກ່ຽວກັບເຣື່ອງນີ້ວ່າ:
ສຽງ: “ຄວາມເຊື່ອໝັ້ນຂອງສັງຄົມຕໍ່ລະບົບຍຸຕິທັມ ຍັງບໍ່ທັນສູງເທົ່າທີ່ຄວນ ການເຄົາຣົພແລະປະຕີບັດຕໍ່ກົດໝາຍ ບໍ່ທັນເຂັ້ມງວດ ; ການແກ້ໄຂບາງກໍຣະນີ ແລະການແກ້ໄຂ ອື່ນໆຍັງຊັກຊ້າແກ່ຍາວ ການອຸທອນຫຼືຂໍລົບລ້າງໄປຍັງຂັ້ນເທິງ ມີທະເຍີດເພີ້ມຂື້ນ ມາດຕະການສະກັດກັ້ນການລວງລະເມີດລະບຽບກົດໝາຍ ຍັງເຮັດບໍ່ທັນດີເທົ່າທີ່ຄວນ ການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຍັງບໍ່ທັນສັກສິດ.”
ການທີ່ວຽງຈັນໃໝ່ກ່າວວ່າ ຂ່າວການຕັດສິນຂອງສານລາວທີ່ເອເຊັຽເສຣີໄດ້ສເນີໄປນັ້ນເປັນຂ່າວທີ່ເສກສັນ ປັ້ນແຕ່ງຂຶ້ນມາ ຄົງບໍ່ຖືກຕ້ອງ ເພາະແມ່ນແຕ່ທ່ານໄຊສົມພອນກໍຍັງເປັນຫ່ວງໃນປະຕິບັດຄຳພິພາກສາ ຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ບໍ່ມີຜົນສັກສິດ.
ບົດວິຈານ
- ຊາວລາວຈຳນວນນຶ່ງ ; ທັງຢູ່ໃນແລະນອກປະເທດລາວ ບໍ່ເຫັນພ້ອມນຳການປ່ຽນຊື່ຖນົນ ; ແລະເມືອງໃຫ້ເປັນຊື່ ຂອງທ່ານໄກສອນ ; ພົມວິຫານ
- ສປປລາວ ; ໄດ້ປະສົບຜົນສຳເຣັດແຜນການພັດທະນາ ຫລາຍຢ່າງ ; ແຕ່ກໍຍັງມີຫລາຍບັນຫາເສຖະກິດ
- ສຳພາດ ; ຍານາງ ; ວະນິດາ ; ເທພສຸວັນ
- ສະພາຍູໂຣບ ; ລົງມະຕິກ່າວປະນາມການລວງຣະເມີດ ສິດທິມະນຸດໃນລາວ
- ສຳພາດ ; ຍານາງ ; ວານິດາ ; ເທພຊຸວັນ ; ກ່ຽວກັບ ການດຳເນີນງານແລະຜົລງານຂອງຂະບວນການລາວ ເພື່ອສິດທິມະນຸດ
- ປະທານາທິບໍດີບຸສຍ້ອງຍໍໄຕ້ຫວັນແລະເກົາຫລີໄຕ້ ວ່າເປັນປະເທດທີປົກຄອງດ້ວຍລະບອບປະຊາທິປະໄຕ
- ທັສນະຂອງອະດີດຜູ້ນຳລາວທ່ານນື່ງກ່ຽວກັບ 30ປີ ຂອງຣະບອບ ການປົກຄອງຄອມມິວນິສລາວ
- ລາຍງານປະຈຳປີກ່ຽວກັບອິສຣະພາບດ້ານສາສນາໃນໂລກ ຂອງກະຊວງການຕ່າງປະເທດສະຫະຣັດສຳລັບປີ 2005
- ຊາວ Italian ໄດ້ຈັດວັນລະລຶກຄົບຮອບ 6 ປີ ຂອງ ຂະບວນການລາວເພື່ອສິດທິມະນຸດ 26 ຕຸລາ ປີ 1999
- ສະພາສູງໄດ້ຮັບຮອງເອົາ ທ່ານ John Roberts ໃຫ້ດຳຣົງຕໍາແໜ່ງ ຫົວໜ້າສານສູງສຸດ ສະຫະຣັຖ ຕາມການສເນີ ຂອງປະທານາທິບໍດີ Bush
- ສັພະຍາກອນບາງຢ່າງຂອງລາວກຳລັງຈະດັບສູນໄປ
- ຣັຖບານ ສປປລາວ ຍ່ອມຮັບວ່າການຊໍ້ຣາດບັງລວງ ມີຫຼາຍເພີ້ມຂື້ນໃນວົງການພັກລັດ
- ຄວາມຄິດເຫັນຂອງຄະນະລູກເມັຽນັກໂທດການເມືອງ ສັມະນາກອນຕໍ່ວັນຄົບຮອບ 30 ປີ ຂອງຣະບອບປົກຄອງ ຄອມມິສນິດລາວ
- ຣາຍງານຜົລການປະຕິບັດດ້ານສິດທີມະນຸດ ຂອງຣັຖະບານສປປລາວໃນລະຍະ 30 ປີທີ່ຜ່ານມາ
- ທ່ານມົ້ງຫວາເປັນນຶ່ງໃນຈຳນວນ ຊາວມົ້ງລາວທີ່ບ້ານຮ້ວຍນ້ຳຂາວໄດ້ໃຫ້ ສຳພາດຕໍ່ RFA ກ່ຽວກັບຊາຕາກັມ ຂອງຊາວເຜົ່າມົ້ງ
- ຊາວເຜົ່າມົ້ງລາວທີ່ບ້ານຫ້ວຍນ້ຳຂາວຈະສືບຕໍ່ໄດ້ຮັບ ຄວາມຊ່ອຍເຫືຼອທາງດ້ານມະນຸສທັມຈົນກວ່າບັນຫາ ດັ່ງກ່າວໄດ້ຮັບການແກ້ໄຂ
- ປະຕິກິຣິຍາຕອບໂຕ້ອັນຮຽບດ່ວນຂອງປະຊາຊົນລາວ ໃນປະເທດຝຣັ່ງເສດຕໍ່ຣັຖບານຜເດັດການຄອມມິວນິສລາວ ກ່ຽວກັບການຂ້າລ້າງເຜົ່າພັນຊາວມົ້ງທີ່ຫລີ້ຊ່ອນໃນປ່າ ຢູ່ໃນປະເທດລາວ
- ສື່ມວນຊົນໃນ ສປປລາວ
- ການເມືອງ ລາວ ພາຍໃຕ້ ຄໍາໄຕ ສີພັນດອນ ພາກ 2
- ການເມືອງ ລາວ ພາຍໃຕ້ ຄໍາໄຕ ສີພັນດອນ ພາກ 3
- ການເມືອງ ລາວ ພາຍໃຕ້ ຄໍາໄຕ ສີພັນດອນ ພາກ 4