ສປປລາວໄດ້ປະຕິເສດຕໍ່ລາຍງານປະຈຳປີຂອງກະຊວງການຕ່າງປະເທດສະຫະຣັດອາເມຣິກາ
2006.09.19
ສປປລາວ ໄດ້ປະຕິເສດຕໍ່ລາຍງານປະຈຳປີຂອງກະຊວງການຕ່າງປະເທດສະຫະຣັດທີ່ກ່າວວ່າ ຍັງມີການ ລ່ວງລະເມີດສິດເສຣີພາບໃນການນັບຖືສາສນາຢູ່ໃນບາງເຂດຂອງລາວ ທັງໆ ທີ່ຣັຖທັມມະນູນຂອງລາວ ໄດ້ໃຫ້ການຄ້ຳປະກັນກ່ຽວກັບສິດເສຣີພາບດັ່ງກ່າວນີ້.
ທ່ານຢົ້ງ ຈັນທະລັງສີ ໂຄສົກກະຊວງການຕ່າງປະເທດ ສປປລາວ ກ່າວໃນມື້ວັນອັງຄານນີ້ວ່າ ການຕີຣາຄາຂອງລາຍງານກະຊວງການຕ່າງປະເທດສະຫະຣັດນັ້ນ ເປັນການຕີຣາຄາຕາມລຳພັງ ແຕ່ພຽງຝ່າຍດຽວ ແລະຖືວ່າເປັນການແຊກແຊງເຂົ້າໃຈກິຈການພາຍໃນຂອງລາວ ທ່ານ ກ່າວກ່ຽວ ກັບເຣື່ອງນີ້ວ່າ:
ບົດລາຍງານປະຈຳປີຂອງສະຫະຣັດອາເມຣິກາ ວ່າດ້ວຍເລື້ອງສິດເສຣິພາບທາງດ້ານການ ເຊື່ອຖືສາສນາ ແມ່ນເປັນການກະທຳຝ່າຍດຽວ ຂອງປະເທດນຶ່ງປະເທດດຽວ ເປັນການກະທຳທີ່ແຊກແຊງ ຕໍ່ກິຈການພາຍໃນ ແລະເປັນການທີ່ ຕີລາຄາປະເທດອື່ນ ໂດຍຝ່າຍດຽວ ໂດຍອັຕະນິສັຍຂອງຕົນ ແຕ່ທີ່ສຳຄັນທີ່ສຸດ ແມ່ນເປັນການແຊກແຊງ ເຂົ້າໃນກິຈການພາຍໃນ ຂອງປະເທດອື່ນ.
ລາຍງານປະຈຳປີຂອງກະຊວງການຕ່າງປະເທດສະຫະຣັດ ວ່າດ້ວຍສິດເສຣີພາບໃນການເຊື່ອຖືສາສນາ ແຈ້ງວ່າ ໃນບາງເຂດພວກເຈົ້າໜ້າທີ່ທ້ອງຖິ່ນຂອງລາວ ຍັງບໍ່ໃຫ້ການຜ່ອນຜັນແກ່ພວກທີ່ນັບຖືສາສນາ ກຸ່ມນ້ອຍ ໂດຍສະເພາະແລ້ວແມ່ນສາສນາຄຣິສຕ໌ນິກາຍໂປຣແຕັສຕັງ ຫຼື EVANGELICAL CHRISTIANS ທີ່ລາຍງານ ເວົ້າວ່າ ໄດ້ມີການຈັບກຸມຄຸມຂັງພວກທີ່ນັບຖືສາສນາຄຣິສຕ ໌ຫລືຂົ່ມຂູ່ໃຫ້ພວກເຂົາເຈົ້າ ປະສາສນາດັ່ງກ່າວ ຖ້າບໍ່ດັ່ງ ນັ້ນຈະຖືກໄລ່ໜີຈາກບ້ານ.
ລາຍງານເວົ້າວ່າ ໃນຕົ້ນປີ 2006 ນີ້ ພໍ່ບ້ານຄົນນຶ່ງຢູ່ແຂວງອຸດົມໄຊໄດ້ຢຶດເອົາດິນຂອງພວກທີ່ນັບຖື ສາສນາຄຣິສຕ໌ຫລາຍໆຄອບຄົວ ຂະນະທີ່ຢູ່ແຂວງສາຣະວັນ ຜູ້ທີ່ນັບຖືສາສນາຄຣິສຕ໌ຄົນນຶ່ງໄດ້ຖືກກັກ ບໍຣິເວນນັບ ແຕ່ວັນທີ 1 ເມສາປີ 2006 ນີ້ເປັນຕົ້ນມາຍ້ອນບໍ່ຍອມປະສາສນາ ແລະຢູ່ແຂວງບໍຣິຄຳໄຊ ມີຊາວມົ້ງ 27 ຄົນ ຊຶ່ງ ສ່ວນໃຫຍ່ແລ້ວເປັນເດັກນ້ອຍໄດ້ຖືກຈັບ ລາຍງານຂອງສະຫະຣັດ ໄດ້ອ້າງ ບາງແຫລ່ງຂ່າວ ທີ່ເວົ້າວ່າ ຊາວມົ້ງເຫລົ່າ ນີ້ນັບຖືສາສນາຄຣິສຕ໌ ແລະພວກເຂົາເຈົ້າອາດຖືກຈັບ ຍ້ອນຄວາມເຊື່ອທາງສາສນາ. ກ່ຽວກັບການບີບບັງຄັບໃຫ້ມີ ການປະສາສນານີ້ ທ່ານຢົ້ງເວົ້າວ່າ ບໍ່ເປັນຄວາມຈິງ. ທ່ານກ່າວກ່ຽວກັບເຣື່ອງນີ້ວ່າ:
ຖ້າຫາກວ່າ ມີການບີບບັງຄັບໃຫ້ປະຊາຊົນ ປະລະສາສນານິ ມັນຊິມີເບາະ ແປວ່າຮອດຊາວພຸທຮອດ 4 ລ້ານຄົນ ຄຣາໂຕຣິກ ມີຮອດແຕ່ 4 ຫມື່ນກວ່າຄົນ ແລ້ວພວກໂປຣແຕັສຕັງ ຫາກໄປເກີດມີເຖິງ 6 ຫມື່ນ ກວ່າຄົນ ແລະກໍສາສນາອື່ນໆ.
ພ້ອມດຽວກັນນີ້ ທ່ານຢົ້ງຍັງໄດ້ກ່າວປະຕິເສດວ່າ ຢູ່ໃນ ສປປລາວ ບໍ່ມີນັກໂທດທາງສາສນາ ແລະ ເຈົ້າໜ້າທີ່ທ້ອງຖິ່ນຂອງລາວກໍບໍ່ໄດ້ກະທຳຫຍັງຜິດ ແລະການຈັບກຸມອາດໄດ້ມີຂຶ້ນແທ້ ແຕ່ບໍ່ແມ່ນຈັບໃນ ເຣື່ອງສາສນາ ເປັນການຈັບໃນຄວາມຜິດດ້ານອື່ນ. ທ່ານຢົ້ງກ່າວກ່ຽວກັບເຣື່ອງນີ້ວ່າ:
ຢູ່ໃນໜົດດິນແດນປະເທດລາວນິ ບໍ່ນັກໂທດທາງສາສນາ ແລະແຕ່ລະເທື່ອຊຶ່ງວ່າມີການກ່າວຫາ ພວກຂ້າພະເຈົ້າ ກະໄດ້ມີການກວດສອບເບິ່ງຄືນ ແລະລົງເມື່ອຮອດຜູ້ທີ່ຖືກກ່າວຫາ ຢູ່ໃນກໍຣະນີໃດ ຊຶ່ງວ່າແມ່ນທາງພວກກຸ່ມທີບໍ່ດີກະເຈົ້າໄດ້ກ່າວຫາ ພວກຂ້າພະເຈົ້າ ລົງໄປຮອດທ້ອງຖິ່ນດິນນາກະເຈົ້າ ຖາມອຳນາດການປົກຄອງ ພວກນີ້ລ້ວນແລ້ວແຕ່ແມ່ນ ພວກກະທຳຜິດກົດໝາຍເລື້ອງອື່ນພຸ້ນ.
ລາຍງານຂອງກະຊວງການຕ່າງປະເທດສະຫະຣັດແຈ້ງໃຫ້ຊາບຕື່ມວ່າ ຢູ່ທີ່ແຂວງບໍ່ແກ້ວ ເຈົ້າໜ້າທີ່ປະຈຳບ້ານ ຄົນນຶ່ງໄດ້ຈູດໂບດຂອງສາສນາຄຣິສຕ໌ແລະຈັບຜູ້ນຳຂອງກຸ່ມສາສນາດັ່ງກ່າວ 6 ຄົນ ໃນທ້າຍປີ 2005, 5 ຄົນໃນຈຳນວນດັ່ງກ່າວໄດ້ຖືກປ່ອຍໃນເວລາຕໍ່ມາ ແຕ່ຜູ້ນຶ່ງໄດ້ເສັຽຊີວິດ ຂະນະທີ່ ພວມຖືກສົ່ງໄປຍັງໂຮງໝໍທະຫານ.
ລາຍງານເວົ້າວ່າ ການຈຳກັດຮັດແຄບທີ່ມີມາເປັນເວລາດົນນານ ໃນການປະຕິບັດງານສາສນາກາໂຕລິກ ຢູ່ໃນພາກເໜືອຂອງລາວນັ້ນໄດ້ປ່ອຍໃຫ້ພວກທີ່ນັບຖືສາສນາກາໂຕລິກທີ່ມີຈຳນວນບໍ່ຫລາຍ ໃນ ແຂວງ ໄຊຍະບຸຣີ ບໍ່ແກ້ວ ແລະຫລວງນ້ຳທາ ຕ້ອງໄດ້ດຳເນີນການຕາມລຳພັງ ແນວໃດກໍຕາມ ລາຍງານເວົ້າວ່າ ໃນຮອບນຶ່ງປີຜ່ານມາ ນີ້ມີຮ່ອງຮອຍຫລາຍໆຢ່າງສະແດງໃຫ້ເຫັນວ່າ ທາງການລາວ ໄດ້ຜ່ອນຜັນ ຫລາຍຂຶ້ນ ໃນການຄວບຄຸມປະຊາຄົມກາໂຕລິກຢູ່ໃນເຂດພາກເໜືອ ໂດຍທີ່ທາງການລາວໄດ້ອະນຸຍາດ ໃຫ້ພຣະສັງຄະຣາດຈາກສັງຄະມົນມົນຫລວງພະບາງ ເດີນທາງໄປຢ້ຽມຢາມ ແລະປະກອບພິທີ ທາງ ສາສນາ ໃຫ້ແກ່ຊາວກາໂຕລິກທີ່ຢູ່ຢ່າງກະຈັດກະຈາຍໃນພາກເໜືອຫຼາຍ ຂຶ້ນແຕ່ກໍຍັງຈຳກັດການເດີນທາງ ຂອງເພີ່ນຢູ່ ແລະພ້ອມດຽວກັນກໍບໍ່ປາກົດວ່າໄດ້ມີການບວດຄຸນພໍ່ຂອງສາສນາກາ ໂຕລິກເລີຍຢູ່ໃນເຂດ ພາກເໜືອຂອງລາວ ຂະນະທີ່ໃນທ້າຍປີ 2005 ສາສນາກາໂຕລິກຢູ່ສັງຄະມົນທົນວຽງຈັນໄດ້ ວາງແຜນ ທີ່ຈະບວດຄຸນພໍ່ຢູ່ທີ່ແຂວງບໍຣິຄຳໄຊ ໃນຂັ້ນຕົ້ນຣັຖບານໄດ້ຂັດຂວາງ ແຕ່ຕໍ່ມາໃນເດືອນມິຖຸນາປີ 2006 ນີ້ ການບວດດັ່ງກ່າວໄດ້ຮັບອະນຸຍາດໃຫ້ມີຂຶ້ນໄດ້.
ລາຍງານຂອງກະຊວງການຕ່າງປະເທດສະຫະຣັດ ທີ່ນຳອອກເຜີຍແຜ່ໃນວັນທີ 15 ກັນຍາຜ່ານມານີ້ ຍັງຊີ້ໃຫ້ເຫັນວ່າ ການຄວບຄຸມຂອງຣັຖບານກາງຕໍ່ການກະທຳຂອງເຈົ້າໜ້າທີ່ທ້ອງຖິ່ນນັ້ນ ບໍ່ມີຄວາມ ເຂັ້ມແຂງພຽງ ພໍແລະໃນບາງກໍຣະນີເຈົ້າໜ້າທີ່ທ້ອງຖິ່ນ ຮອດບໍ່ຮູ້ນະໂຍບາຍຂອງຣັຖບານ ໃນເຣື່ອງຕ່າງໆ ເຊັ່ນນະໂຍບາຍການເຊື່ອ ຖືສາສນາ ເຈົ້າໜ້າທີ່ສູນກາງແນວລາວສ້າງຊາດ ຊຶ່ງໄດ້ເດີນທາງໄປຍັງເຂດ ທີ່ມີບັນຫາ ໃນເຣື່ອງສາສນາເພື່ອຊີ້ແຈງ ໃຫ້ພວກເຈົ້າໜ້າທີ່ທ້ອງຖິ່ນຊາບກ່ຽວກັບນະໂຍບາຍ ແລະ ຣະບຽບການຕ່າງໆ ຂອງຣັຖບານ. ສ່ວນໃຫຍ່ແລ້ວຜແນກ ກິຈການສາສນາຂອງສູນກາງແນວລາວ ສ້າງຊາດ ໄດ້ແນະນຳໃຫ້ເຈົ້າໜ້າທີ່ທ້ອງຖິ່ນຫຼືເຈົ້າໜ້າທີ່ແຂວງຊອກຫາຊ່ອງ ທາງແກ້ໄຂບັນຫາຂັດແຍ້ງ ດ້ວຍໂຕເອງ ແລະໃຫ້ສອດຄ່ອງກັບດຳຣັດເລກທີ 92 ທັບ ນ.ຍ.
ລາຍງານຂອງກະຊວງການຕ່າງປະເທດສະຫະຣັດເວົ້າວ່າ ທາງການ ສປປລາວ ໄດ້ໃຊ້ດຳຣັດເລກທີ 92 ທັບ ນ.ຍ. ນີ້ ເປັນເອກກະສານຫລັກທາງດ້ານກົດໝາຍໃນການຕີຄວາມໝາຍກ່ຽວກັບຣະບຽບການ ຕ່າງໆວ່າ ດ້ວຍການນັບຖືສາສນາ ຊຶ່ງໃນບາງກໍຣະນີການຕີຄວາມໝາຍຍັງບໍ່ຈະແຈ້ງ ຄືວ່າ ເຖິງແມ່ນ ດຳຣັດ ເລກທີ 92 ທັບ ນ.ຍ. ອະນຸຍາດໃຫ້ມີການພິມປື້ມສາສນາ ທີ່ບໍ່ແມ່ນສາສນາພຸດ ແລະ ກໍນຳເຂົ້າ ເອກກະສານ ທາງສາສນາຈາກຕ່າງ ປະເທດໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດຈາກສູນກາງແນວລາວສ້າງຊາດ ກ່ອນ. ຂະນະດຽວກັນ ທາງສູນກາງແນວ ລາວສ້າງຊາດພັດບໍ່ອະນຸຍາດໃຫ້ສາສນາຄຣິສຕ໌ ແລະສາສນາ ບາຮາຍ ພິມເອກກະສານທາງດ້ານສາສນາ ເຖິງແມ່ນ ທັງສອງກຸ່ມສາສນາດັ່ງກ່າວ ໄດ້ຂໍອະນຸຍາດ ຈາກທາງການລາວ ມາໄດ້ຫລາຍໆປີແລ້ວ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ພວກ ທີ່ເຫລື້ອມໃສໃນສາສນາ ໄດ້ ພາກັນ ລັກລອບເອກກະສານທາງສາສນາເຂົ້າມາໃນລາວ ທັງໆໄດ້ປະເຊີນກັບການຖືກ ຈັບກຸມ ດັ່ງໃນກໍຣະນີຊາວຄຣິສຕຽນຫລາຍໆຄົນຖືກຈັບທີ່ຂົວມິຕພາບຍ້ອນພະຍາຍາມລັກເອົາຄຳພິໄບເບີ້ລ ເຂົ້າມາ ໃນລາວ.
ທ່ານ JOHN HANDFORD ທູດພິເສດຂອງສະຫະຣັດທີ່ຮັບຜິດຊອບກ່ຽວກັບສິດເສຣີພາບໃນການ ນັບຖືສາສນານາໆຊາດ ກ່າວຕໍ່ເອເຊັຽເສຣີວ່າ ໃນລະຍະ 3-4 ປີຜ່ານມານີ້ລາວໄດ້ປັບປຸງສິດເສຣີພາບ ໃນການນັບ ຖືສາສນາຢ່າງໃຫຍ່ຫລວງ ໂດຍໄດ້ແກ້ໄຂບັນຫາຕ່າງໆຄ້າຍຄືກັນກັບທີ່ເກີດຂຶ້ນ ໃນວຽດນາມ ເຊັ່ນບັນຫາການບັງຄັບ ໃຫ້ປະຊາຊົນປະສາສນາ ການປິດສະຖານທີ່ປະກອບພິທີທາງສາສນາ ແຕ່ ຂະນະດຽວກັນທ່ານທູດ HANDFORD ກໍກ່າວວ່າ ບັນຫາເຫລົ່ານີ້ໄດ້ກັບຄືນມາປາກົດໃຫ້ເຫັນອີກຢູ່ລາວ.
ທ່ານວ່າໃນປີນີ້ບໍ່ເປັນຈັ່ງບຸນ ບັນຫາບາງຢ່າງໄດ້ກັບຄືນມາປາກົດໃຫ້ເຫັນອີກ ເຊັ່ນການບັງຄັບ ໃຫ້ປະ ສາສນາ ທ່ານເຊື່ອວ່າໃນປັດຈຸບັນນີ້ ມີນັກໂທດທາງສາສນາ 5 ຄົນ ແລະຢູ່ລາວມີສອງ-ສາມເຂດ ທີ່ເປັນປໍຣະປັກ ຕໍ່ການນັບຖືສາສນາໂດຍສະເພາະແລ້ວແມ່ນສາສນາຄຣິສຕ໌ ເຊັ່ນໂຕຢ່າງທີ່ແຂວງສວັນນະເຂດ ທີ່ໄດ້ສ້າງຄວາມ ວິຕົກກັງວົນໃຫ້ແກ່ສະຫະຣັດໃນເວລານີ້.
ສປປລາວ ແມ່ນນຶ່ງໃນຈຳນວນ 6 ປະເທດຢູ່ໃນເອເຊັຽທີ່ຖືກຈັດວ່າ ໄດ້ລ່ວງລະເມີດສິດເສຣີພາບ ໃນການເຊື່ອຖືສາສນາໃນປີນີ້ ນອກຈາກຈີນ, ພະມ້າ, ເກົາຫລີເໜືອ ແລະວຽດນາມ ທີ່ຖືກຈັດຢູ່ໃນບັນຊີ ລາຍຊື່ປະເທດ ທີ່ໄດ້ລ່ວງລະເມີດສິດເສຣີພາບໃນນັບຖືສາສນາຢ່າງຮ້າຍແຮງ ຫລືທີ່ເອີ້ນກັນເປັນພາສາ ອັງກິດວ່າ COUNTRIES OF PARTICULAR CONCERN.
ລາຍງານຂອງອົງການຂ່າວ AFP ທີ່ອອກໃນວັນທີ 16 ກັນຍາຜ່ານມາ ຊຶ່ງໄດ້ອ້າງຄຳເວົ້າຂອງທ່ານ HANDFORD ທີ່ກ່າວວ່າ ອາດຈະຈັດເອົາຢ່າງນ້ອຍ 1 ໃນຈຳນວນ 6 ປະເທດທີ່ກ່າວມານີ້ ເຂົ້າໄວ້ໃນບັນຊີລາຍ ຊື່ປະເທດທີ່ໜ້າເປັນຫ່ວງໃນການລ່ວງລະເມີດສິດເສຣີພາບທາງສາສນາຢ່າງຮ້າຍແຮງ.
ຂ່າວທີ່ກ່ຽວຂ້ອງ
ບົວວິຈານ
- ບັນຫາໄພສັງຄົມຕ່າງໆ ; ໃນ ; ສປປລາວ
- ນາຍພົນວັງປາວໄດ້ກ່າວຕອບໂຕ້ຕໍ່ຄຳກ່າວຫາຂອງ ທ່ານຫ້ຽມພົມມະຈັນທີ່ວ່າທ່ານເປັນຕົ້ນເຫດເຮັດໃຫ້ ຊາວມົ້ງຫລັ່ງໄຫລເຂົ້າໄປປະເທດໄທຢ່າງຕໍ່ເນື່ອງ.
- ຖານະບົດບາດຂອງສື່ມວນຊົນຂອງລາວ
- ປະຊາຊົນລາວສ່ວນຫຼາຍບໍ່ໄດ້ໃຫ້ຄວາມສົນໃຈ ໃນການເລືອກຕັ້ງ
- ປະຊາຊົນລາວບໍ່ມີສ່ວນເລືອກເອົາຜູ້ນຳໂດຍກົງ
- ຄວາມແຕກຕ່າງໃນການເລືອກຕັ້ງ ຣະຫວ່າງ ສປປລາວ ແລະໄທ
- ຄະນະຣັຖມົນຕຣີກະຊວງທະບວງກົມຕ່າງໆໃຫ້ຄຳຣາຍງານໃນກອງປະຊຸມໃຫຍ່, ເວົ້າສະເພາະແຕ່ຜົລສຳເຣັດ ແຕ່ບໍ່ມີການຣາຍງານເຖິງຄວາມລົ້ມເຫລວ ແຕ່ຢ່າງໃດເລີຍ
- ສາເຫດສຳຄັນບາງປະການທີ່ເຮັດໃຫ້ເດັກນ້ອຍແລະແມ່ຍິງລາວຕົກເປັນເຫຍື້ອ ຂອງພວກຄ້າມະນຸດກໍເນື່ອງຈາກລາວມີຊາຍແດນຕິດຈອດກັບຫລາຍປະເທດ ແລະພັທນາຊ້າ
- ໜັງສືພິມວຽງຈັນໃໝ່ ; ກ່າວໂຈມຕີວິທຍຸເອເຊັຽເສຣີ ; ໃນການ ໃຊ້ແຫລ່ງຂ່າວ ; ທີ່ບໍ່ປະສົງອອກນາມນັ້ນວ່າເປັນລູກໄມ້ເກົ່າ ເພື່ອເສກສັນປັ້ນແຕ່ງຂ່າວ ; ແລະຂາດຈັນຍາທັມນັກຂ່າວ
- ຊາວລາວຈຳນວນນຶ່ງ ; ທັງຢູ່ໃນແລະນອກປະເທດລາວ ບໍ່ເຫັນພ້ອມນຳການປ່ຽນຊື່ຖນົນ ; ແລະເມືອງໃຫ້ເປັນຊື່ ຂອງທ່ານໄກສອນ ; ພົມວິຫານ
- ສຳພາດ ; ຍານາງ ; ວະນິດາ ; ເທພສຸວັນ
- ສະພາຍູໂຣບ ; ລົງມະຕິກ່າວປະນາມການລວງຣະເມີດ ສິດທິມະນຸດໃນລາວ
- ສຳພາດ ; ຍານາງ ; ວານິດາ ; ເທພຊຸວັນ ; ກ່ຽວກັບ ການດຳເນີນງານແລະຜົລງານຂອງຂະບວນການລາວ ເພື່ອສິດທິມະນຸດ
- ປະທານາທິບໍດີບຸສຍ້ອງຍໍໄຕ້ຫວັນແລະເກົາຫລີໄຕ້ ວ່າເປັນປະເທດທີປົກຄອງດ້ວຍລະບອບປະຊາທິປະໄຕ
- ທັສນະຂອງອະດີດຜູ້ນຳລາວທ່ານນື່ງກ່ຽວກັບ 30ປີ ຂອງຣະບອບ ການປົກຄອງຄອມມິວນິສລາວ
- ລາຍງານປະຈຳປີກ່ຽວກັບອິສຣະພາບດ້ານສາສນາໃນໂລກ ຂອງກະຊວງການຕ່າງປະເທດສະຫະຣັດສຳລັບປີ 2005
- ຊາວ Italian ໄດ້ຈັດວັນລະລຶກຄົບຮອບ 6 ປີ ຂອງ ຂະບວນການລາວເພື່ອສິດທິມະນຸດ 26 ຕຸລາ ປີ 1999
- ສະພາສູງໄດ້ຮັບຮອງເອົາ ທ່ານ John Roberts ໃຫ້ດຳຣົງຕໍາແໜ່ງ ຫົວໜ້າສານສູງສຸດ ສະຫະຣັຖ ຕາມການສເນີ ຂອງປະທານາທິບໍດີ Bush
- ສັພະຍາກອນບາງຢ່າງຂອງລາວກຳລັງຈະດັບສູນໄປ
- ຣັຖບານ ສປປລາວ ຍ່ອມຮັບວ່າການຊໍ້ຣາດບັງລວງ ມີຫຼາຍເພີ້ມຂື້ນໃນວົງການພັກລັດ
- ຄວາມຄິດເຫັນຂອງຄະນະລູກເມັຽນັກໂທດການເມືອງ ສັມະນາກອນຕໍ່ວັນຄົບຮອບ 30 ປີ ຂອງຣະບອບປົກຄອງ ຄອມມິສນິດລາວ
- ຣາຍງານຜົລການປະຕິບັດດ້ານສິດທີມະນຸດ ຂອງຣັຖະບານສປປລາວໃນລະຍະ 30 ປີທີ່ຜ່ານມາ
- ທ່ານມົ້ງຫວາເປັນນຶ່ງໃນຈຳນວນ ຊາວມົ້ງລາວທີ່ບ້ານຮ້ວຍນ້ຳຂາວໄດ້ໃຫ້ ສຳພາດຕໍ່ RFA ກ່ຽວກັບຊາຕາກັມ ຂອງຊາວເຜົ່າມົ້ງ
- ຊາວເຜົ່າມົ້ງລາວທີ່ບ້ານຫ້ວຍນ້ຳຂາວຈະສືບຕໍ່ໄດ້ຮັບ ຄວາມຊ່ອຍເຫືຼອທາງດ້ານມະນຸສທັມຈົນກວ່າບັນຫາ ດັ່ງກ່າວໄດ້ຮັບການແກ້ໄຂ
- ປະຕິກິຣິຍາຕອບໂຕ້ອັນຮຽບດ່ວນຂອງປະຊາຊົນລາວ ໃນປະເທດຝຣັ່ງເສດຕໍ່ຣັຖບານຜເດັດການຄອມມິວນິສລາວ ກ່ຽວກັບການຂ້າລ້າງເຜົ່າພັນຊາວມົ້ງທີ່ຫລີ້ຊ່ອນໃນປ່າ ຢູ່ໃນປະເທດລາວ