ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນບົດກ່ອນນີ້ ເຮົາໄດ້ຮູ້ເຖິງສາຍເຫດ ທີ່ສຍາມເຂົ້າຄອບຄອງລາວ ທັງ 3 ອານາຈັກແລ້ວ ແລະຫຼັງຈາກຢຶດຄອງໄດ້ແລ້ວ ສຍາມກໍເລີ້ມກວາດຕ້ອນ ຣາຊດອນລາວ ຊຶ່ງເປັນການອົບພະຍົບ ຍ້າຍຖິ່ນຂອງຄົນລາວ ສູ່ສຍາມ ຄັ້ງຍິ່ງໃຫຍ່ທີ່ສຸດໃນປະວັດສາດ ເພາະມີທັງການເຂົ້າໄປ ເພີ່ງບາຣະມ ີຂອງກະສັດສຍາມ ແລະການຖືກກວາດຕ້ອນ ເປັນຊະເລີຍເສິກ. ແລະສັປະດານີ້ ຈະໄດ້ກ່າວເຖິງ ຈຸດປະສົງ ຂອງການກວາດຕ້ອນ ຄົນລາວຂອງສຍາມ
(ສຽງເສບດົນຕຼີ ຫຼື ແຄນກໍໄດ້)
ຈຸດປະສົງຂອງການກວາດຕ້ອນຄົນລາວ ຈາກວຽງຈັນ ເຂົ້າສູ່ສຍາມນັ້ນ ມີຢູ່ 2 ສາຍເຫດ ສາຍເຫດທຳອິດ ກໍຄື ເປັນຍ້ອນວ່າ ອານາຈັກ ວຽງຈັນ ມີເມືອງເລັກ ເມືອງນ້ອຍມາຂຶ້ນນຳຫຼາຍສິບເມືອງ ຈຶ່ງເຮັດໃຫ້ວຽງຈັນມີຜູ້ຄົນ, ຊ້າງ, ມ້າ ແລະສະບຽງອາຫານຫຼາຍ ຊຶ່ງແຕ່ກ່ອນ ທີ່ຍັງບໍ່ທັນໄດ້ວຽງຈັນນັ້ນ ພຣະເຈົ້າກຣຸງທົນບູຣີ ກໍເຄີຍຈະຜູກມິດ ກັບວຽງຈັນ ເພື່ອຈະອາໄສວຽງຈັນ ໃຫ້ເປັນແຫຼ່ງສນັບສນູນ ໃນການທຳສົງຄາມ ກັບພະມ້າ. ແຕ່ພໍໄດ້ວຽງຈັນແລ້ວ ເນື່ອງຈາກວຽງຈັນ ຢູ່ຫ່າງໄກ ຈາກກຣຸງທົນບູຣີຫຼາຍ ແລະວຽດນາມ ກໍຍັງໃຫ້ການສນັບສນູນ ອຸປກາຣະແກ່ເຈົ້າ ສິຣິບຸນຍະສານ ເຈົ້າເມືອງວຽງຈັນ ໂດຍໃຫ້ລີ້ໄພ ຢູ່ໃນວຽດນາມ ດັ່ງນັ້ນ ພຣະເຈົ້າກຣຸງທົນບູຣີ ກໍຈຶ່ງມີນະໂຍບາຍ ທີ່ຈະຕັດກຳລັງວຽງຈັນ ເພື່ອໃຫ້ລ້າຫຼ່ອຍລົງ ຈຶ່ງຕ້ອງກວາດຕ້ອນ ປະຊາຊົນຊາວວຽງຈັນ ລົງໄປຢູ່ສຍາມ ເປັນຈຳນວນ ຫຼາຍຫມື່ນຄົນ.
ນອກຈາກນີ້ແລ້ວ ຍັງໃຫ້ທຳລາຍ ສະບຽງອາຫານ ແລະມ້າງເພຮົ້ວສວນ ໄຮ່ນາ ອີກນຳ ເພື່ອເປັນການປ້ອງກັນ ບໍ່ໃຫ້ເ ຈົ້າສິຣິບຸນຍະສານ ກັບມາຢຶດເມືອງວຽງຈັນຄືນ ແລະບໍ່ໃຫ້ເອົາວຽງຈັນ ເປັນທີ່ໝັ້ນໄດ້ອີກຕໍ່ໄປ.
ສຳລັບລາວໂຊ່ງ ຫຼື ລາວໂສ່ງດຳ ຫຼືໄທດຳ ທີ່ຢູ່ໃນແຄວ້ນ ສິບສອງຈຸໄທ ຊຶ່ງສຍາມໄດ້ກວາດຕ້ອນ ເຂົ້າສູ່ສຍາມ ສະໄໝກຣຸງທົນບູຣີ ພ້ອມກັນກັບຄົນລາວນັ້ນ ກໍຍ້ອນວ່າ ແຄວ້ນສິບສອງຈຸໄທ ຂອງຄົນໄທດຳນັ້ນ ມັກຈະຕົກ ເປັນຫົວເມືອງຂຶ້ນ ຂອງປະເທດອື່ນ ຢູ່ເລື້ອຍໆ ຖ້າບໍ່ເປັນຫົວເມືອງຂຶ້ນ ຂອງລາວ ກໍເປັນຂອງຈີນ ຫຼືບໍ່ດັ່ງນັ້ນ ກໍເປັນຂອງວຽດນາມ ສັບປ່ຽນກັນໄປ ຈົນດິນແດນແຄວ້ນສິບສອງຈຸໄທ ໄດ້ຊື່ວ່າ “ເມືອງສາມສ່ວຍຟ້າ” ຫຼື “ເມືອງສາມຝ່າຍຟ້າ” ດັ່ງນັ້ນ ສຍາມກໍຈຶ່ງໄດ້ກວາດຕ້ອນຄົນໄທດຳ ຈາກແຄວ້ນສິບສອງຈຸໄທໄປນຳ ໂດຍອ້າງວ່າ ເພື່ອຄວາມປອດໄພ ຂອງຄົນໄທດຳ ເພາະວ່າແຄວ້ນສິບສອງຈຸໄທ ຂອງຄົນໄທດຳ ຕັ້ງຢູ່ມໍ່ກັບວຽດນາມ ແລະມັກຈະເກິດ ສົງຄາມກັນຢູ່ເລື້ອຍໆ ພຣະເຈົ້າກຣຸງທົນບູຣີ ຈຶ່ງສັ່ງໃຫ້ກວາດຕ້ອນ ຄົນໄທດຳ ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ ແລະຈັດຫາຖິ່ນ ທີ່ຢູ່ໃຫ້ຢູ່ແຂວງ ເພັຊບູຣີ ຂອງສຍາມ.
(ສຽງເສບດົນຕຼີ ຫຼື ແຄນກໍໄດ້)
ສາຍເຫດອັນທີ່ສອງ ທີ່ເຮັດໃຫ້ສຍາມ ຕ້ອງກວາດຕ້ອນຄົນລາວ ເຂົ້າສູ່ສຍາມກໍຄື ພຣະເຈົ້າກຣຸງທົນບູຣີ ຕ້ອງການຈະໄດ້ກຳລັງຄົນ ເພື່ອເອົາໄປທົດແທນ ພົນລະເມືອງສຍາມ ທີ່ເສັຽຊີວິດຈາກສົງຄາມ.
ໃນ ປີ ຄ.ສ. 1767 ຊຶ່ງເປັນປີ ທີ່ກຣຸງສີອະຢຸດທະຍາ ຂອງສຍາມໄດ້ເສັຽ ໃຫ້ແກ່ພະມ້າ ນັ້ນ ນອກຈາກສຍາມ ຈະເສັຽກຳລັງຄົນ ໄປຢ່າງຫຼວງຫຼາຍ ໃນສົງຄາມແລ້ວ ປະຊາຊົນ ອີກສ່ວນນຶ່ງ ໄດ້ເສັຽຊີວິດ ຍ້ອນວ່າອຶດຢາກ ເພາະຂາດເຂີນ ອາຫານການກິນ ເຮັດໃຫ້ແຕ່ລະເມືອງ ເຫຼືອປະຊາຊົນຢູ່ໜ້ອຍ ແລະແມ່ນແຕ່ສົງຄາມ ຍາດຊິງເອົາຫົວເມືອງລາວ ເອງສຍາມກໍຕ້ອງສູນເສັຽ ກຳລັງຄົນໄປຢ່າງຫຼວງຫຼາຍ ເຊັ່ນກັນ.
ດັ່ງນັ້ນ ພຣະເຈົ້າກຣຸງທົນບູຣີ ຈຶ່ງຕ້ອງກວາດຕ້ອນ ແລະຮິບໂຮມຜູ້ຄົນ ໃຫ້ເຂົ້າໄປ ຢູ່ກຣຸງທົນບູຣີ ໃຫ້ອັ່ງແໜ້ນຂຶ້ນ ໃຫ້ພຽງພ ໍແລະສົມກັບການຈະເປັນບ້ານເປັນເມືອງ.
ການກວາດຕ້ອນຄົນລາວນັ້ນ ສຍາມໄດ້ຄິດໄລ່ຕີຣາຄາ ເປັນຢ່າງດີແລ້ວວ່າ ຫາກແມ່ນຄວບຄ ມ ຢ່າງເປັນຣະບົບແລ້ວ ກໍຈະສາມາດ ໃຊ້ປະໂຫຍດຈາກຄົນລາວໄດ້ ຢ່າງຫຼວງຫູາຍ ແລະຕົວຈິງ ກໍປາກົດແລ້ວວ່າ ສຍາມ ໄດ້ປະໂຫຍດ ຈາກຄົນລາວຫຼາຍ ທາງ ຄື ໄດ້ປະໂຫຍດທັງດ້ານການເມືອງ ແລະທາງດ້ານເສດຖະກິດ ອີກດ້ວຍ.
ປະໂຫຍດທາງດ້ານການເມືອງ ທີ່ສຍາມຈະໄດ້ຮັບນັ້ນ ນອກຈາກຈະສາມາດ ໃຊ້ຄົນລາວ ໃຫ້ເປັນກອງກຳລັງ ປ້ອງກັນເມືອງແລ້ວ ຍັງສາມາດເກນ ໃຫ້ຄົບລາວ ໄປເປັນທະຫານ ໄປສູ້ຮົບໄດ້ພ້ອມ ແລະຊະເລີຍລາວ ທີ່ສຍາມໄດ້ໄປນັ້ນ ພຣະເຈົ້າກຣຸງທົນບູຣີ ໄດ້ຍົກໃຫ້ເປັນກຳລັງ ຂອງແມ່ທັບ ນາຍກອງຂອງສຍາມ ເປັນການ ຕອບແທນ ຄວາມດີຄວາມຊອບ ແລະຊະເລີຍເສິກເຫຼົ່ານັ້ນ ກໍໄດ້ເປັນກຳລັງສຳຄັນ ຂອງແມ່ທັບ ນາຍກອງ ຂອງສຍາມສືບຕໍ່ມາ.
ທາງດ້ານເສດຖະກິດ ຊະເລີຍລາວ ໄດ້ເປັນແຮງງານສຳຄັນ ໃນການເພີ່ມຕື່ມ ຜົລຜລິດ ທາງດ້ານກະເສດ ເຊັ່ນ ການທຳນາ. ເນື່ອງຈາກວ່າ ໃນສະໄໝ ພຣະເຈົ້າກຣຸງທົນບູຣີນັ້ນ ໄດ້ເກິດສະພາບ ເສດຖະກິດຕົກຕ່ຳ ຢ່າງທີ່ສຸດ ເຂົ້າກໍຍາກ-ໝາກກໍແພງ ດັ່ງທີ່ (ເມີຊິເອີ ຄໍ) ບາດຫຼວງ ພຣະນັກສອນສາສນາຄຣິສຕ໌ ຊຶ່ງເຂົ້າໄປຢູ່ ກຣຸງທົນບູຣ ີໃນປີ ຄ.ສ. 1769 ໄດ້ຂຽນເຖິງ ສະພາບເສດຖະກິດ ທີ່ຕົກຕໍ່າ ໃນກຣຸງທົນບູຣີ ໃຫ້ຮູ້ວ່າ ຣູປະທັມຕົວຈິງ ຂອງສະພາບ “ເຂົ້າຍາກ-ໝາກແພງ” ນັ້ນ ເປັນແນວໃດ. ພຣະໃນສາສນາຄຣິສຕ໌ ທ່ານນັ້ນ ໄດ້ຂຽນໄວ້ວ່າ ເຂົ້າສານ ທີ່ຂາຍກັນໃນຕລາດນັ້ນ ທະນານນຶ່ງ ຫຼື ເທົ່າກັບ 1 ລິດ ຄິດເປັນເງິນເຖິງ 2 ຫຼຽນເຄິ່ງ.
ແລະພຣະສອນສາສນາຄຣິສຕ໌ຜູ້ດຽວກັນນັ້ນ ຍັງໄດ້ຂຽນອີກຕື່ມວ່າ ຄົນທີ່ຫາລ້ຽງຊີວິດ ດ້ວຍການຮັບຈ້າງນັ້ນ ເຖິງແມ່ນວ່າຈະດຸໝັ່ນຂະຢັນພຽນເທົ່າໃດກໍຕາມ ຄ່າແຮງງານທີ່ໄດ້ຮັບນັ້ນ ແມ່ນແຕ່ຈະຊື້ອາຫານສຳລັບກຸ້ມຕົວຜູ້ດຽວກໍທັງຍາກ ດ້ວຍເຫດນີ້ ຣາສດອນຊາວສຍາມ ຈຶ່ງທຸກຍາກແລະເດືອດຮ້ອນຢ່າງທີ່ສຸດໃນເວລານັ້ນ.
ຍ້ອນແນວນີ້ ພຣະເຈົ້າກຣຸງທົນບູຣີ ຈຶ່ງໄດ້ແກ້ບັນຫາ ເສດຖະກິດ ໂດຍການເພີ່ມຜົນຜລິດ ທາງການກະເສດ ໃຫ້ພໍກັບການບໍຣິໂພກ ແຕ່ເນື່ອງຈາກວ່າ ທາງຣັດຖະບານ ໄດ້ເກນຄົນຈຳນວນ ຫຼວງຫຼາຍໄປສູ້ຣົບ ໃນສົງຄາມ ໃນຊ່ວງ ຕັ້ງກຣຸງທົນບູຣີ ຂຶ້ນເປັນເມືອງຫຼວງ ຂອງສຍາມໃຫມ່ໆ ທັງຕ້ອງສູ້ຣົບ ກັບຄົນສຍາມນຳກັນ ທີ່ຕັ້ງເປັນຈຸຕ່າງໆ, ແລະການສູ້ຣົບກັບພະມ້າ ແລະສົງຄາມ ທາງຫົວເມືອງລ້ານນາ ຈຶ່ງທຳໃຫ້ຂາດເຂີນ ແຮງງານໃນການຜລິດ ແລະກໍ່ໃຫ້ເກິດບັນຫາ ເຂົ້າຍາກໝາກແພງ ຕາມມາ.
ພຣະເຈົ້າກຣຸງທົນບູຣີ ໄດ້ແກ້ໄຂບັນຫາ ຄວາມອຶດຢາກ ເຂົ້າຍາກ-ໝາກແພງ ສະເພາະໜ້າ ໂດຍການຊື້ເຂົ້າ ແຈກຢາຍ ໃຫ້ຣາສດອນ ແລະຍັງໄດ້ ໃຫ້ຂຸນນາງຂ້າຣາຊການ ຄຸມໄພ່ພົນອອກໄປ ທຳນາເປັນຄັ້ງຄາວ ໄດ້ແກ່ ໃນປີ ຄ.ສ. 1778 ແລະ ຄ.ສ. 1786 ອີກດ້ວຍ.
ນອກຈາກນີ້ແລ້ວ ພຣະເຈົ້າກຣຸງທົນບູຣີ ຍັງໄດ້ແກ້ໄຂບັນຫາ ການຂາດເຂີນ ອີກຢ່າງນຶ່ງ ຄື ການເກນເອົາເຂົ້າສານ ຈາກຫົວເມືອງຕ່າງໆ ໃຫ້ສົ່ງເຂົ້າໄປ ໃນກຣຸງທົນບູຣີ ຫຼືຖ້າເມືອງໃດບໍ່ມີເຂົ້າ ກໍໃຫ້ສົ່ງເງິນໄປແທນ ໂດຍຄິດໄລ່ ເຂົ້າເປືອກກວຽນນຶ່ງ ຄິດເປັນເງິນ 20 ບາດ ແລະກວຽນເຂົ້າສານ ຄິດເປັນເງິນ 40 ບາດ.
ເມື່ອການຂາດເຂີນເຂົ້າ ແລະສະບຽງອາຫານ ຂອງສຍາມ ມີຄວາມຮຸນແຮງ ເຖິງ ຂະໜາດນັ້ນ ຈຶ່ງເຮັດໃຫ້ການກວາດຕ້ອນ ຊະເລີຍເສິກ ຈາກສົງຄາມ ໂດຍສະເພາະ ຊະເລີຍຄົນລາວ ຊຶ່ງຊ່ຽວຊານ ໃນການທຳນາ ຈຶ່ງຮຸນແຮງຕາມໄປດ້ວຍ.
(ສຽງເສບດົນຕຼີ ຫຼື ແຄນກໍໄດ້)
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະກ່າວເຖິງເລື້ອງ … ບ້ານເມືອງທີ່ສຍາມ ຈັດໃຫ້ຄົນລາວ ທີ່ຖືກກວາດຕ້ອນໄປຢູ່ນັ້ນ ມີທີ່ໃດແດ່. ສຳລັບສັປະດານີ້ ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າວຽງໄຊ ຜູ້ສເນີ, ສະບາຍດີ.