ເຣື້ອງທີ່ເກັບບັນທຶກໄວ້
2023-09-29
ແຂວງສວັນນະເຂດ ມີແຜນງົບປະມານ ໃຫ້ເງິນອຸດໜູນຄຣູອາສາສມັກ ໃນສົກຮຽນ 2023-2024 ນີ້, ຕໍ່າສຸດເດືອນລະແຕ່ 1.2-1.5 ລ້ານກີບ, ຈະເຣີ່ມປະຕິບັດ ຕັ້ງແຕ່ເດືອນຕຸລາ 2023 ນີ້ໄປ ເຊິ່ງອາດສາມາດຊ່ວຍເຮັດໃຫ້ ຫລຸດການຂາດແຄນຄຣູສອນ ໄດ້ໃນລະດັບນຶ່ງ.
2023-09-26
ທາງການລາວ ມີແຜນສ້າງແຮງຈູງໃຈ ໃຫ້ນັກຮຽນ, ນັກສຶກສາ ໂດຍການຕຣຽມປັບປຸງຫຼັກສູດໃໝ່ ຂະນະທີ່ ສາເຫດ ທີ່ເຮັດໃຫ້ຈຳນວນ ນັກຮຽນ-ນັກສຶກສາ ຫລຸດລົງຫລາຍ ເປັນຍ້ອນບັນເສຖກິຈ, ຄວາມທຸກຍາກ, ການບໍ່ມີວຽກເຮັດ ຫຼັງຈາກຮຽນຈົບ ແລະເງິນເດືນອໜ້ອຍ, ບໍ່ສາມາດປະຄອງ ຄ່າຄອງຊີບໄດ້.
2023-09-25
ບັນຫານັກຮຽນປະລະການຮຽນ, ຈຳນວນນັກສຶກສາ ໃນມະຫາວິທຍາໄລ ຫຼຸດລົງ ໃນແຕ່ລະປີ ເປັນໂຈດ ຫຼື ຄຳຖາມ ທີ່ທ້າທາຍ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫາຄຳຕອບ, ໃນຂະນະທີ່ ບັນຫາເສຖກິຈ ອາດເປັນສ່ວນນຶ່ງ ໂດຍສະເພາະ ການຮຽນທີ່ບໍ່ສາມາດຕອບໂຈດ ທາງເສຖກິຈ ໃຫ້ຫຼາຍຄອບຄົວໄດ້.
2023-09-25
ຕຳຣວດ ນະຄອນບານ ຂອງໄທຍ ບຸກຄົ້ນຮ້ານຄາຣາໂອເກະ ເຂດບາງກອກນ້ອຍ, ບາງກອກ (ກຸງເທບ) ຊຶ່ງສາມາດຈັບນາງ ກັນລະຍາ ຂຸນພຣະເທບ, ເຈົ້າຂອງຮ້ານຄາຣາໂອເກະ ເນື່ອງຈາກເຈົ້າໜ້າທີ່ ກວດພົບວ່າ ພາຍໃນຮ້ານມີເດັກຍິງສາວ ຊາວລາວ ຈາກແຂວງຈຳປາສັກ ອາຍຸ 14-15 ປີ ໃຫ້ບໍຣິການ.
2023-09-22
ວິທຍາໄລລາຊາ ແຂວງອຸດົມໄຊ ແລະສະຖາບັນບໍຣິຫານ ທຸຣະກິຈຊານຕົງ ຂອງຈີນ ພົວພັນຮ່ວມມືກັນ ແລະ ພ້ອມດຽວກັນນັ້ນ ທາງຝ່າຍຈີນ ໄດ້ໃຫ້ທຶນນັກສຶກສາລາວ ໄປຮຽນວິຊາສະເພາະຢູ່ຈີນ ເຊິ່ງເຮັດໃຫ້ນັກຮຽນມີຄວາມກະຕືລື້ລົ້ນ ຫຼາຍຂຶ້ນ.
2023-09-21
ວິທຍາໄລຄຣູ ດົງຄໍາຊ້າງເປີດຮັບສມັກ ນັກຮຽນຈົບຊັ້ນ ມ.7 ໃນວັນທີ 06 ກັນຍາ 2023 ທີ່ຜ່ານມາ ຈົນມາຮອດປັດຈຸບັນ ໄດ້ນັກຮຽນບໍ່ຄົບ ຕາມໂຕເລຂທີ່ກະຊວງສຶກສາທິການ ແລະ ກິລາໄດ້ກຳນົດໃຫ້ ປະຈຳສົກຮຽນ 2023-2024 ຍ້ອນນັກຮຽນ ບໍ່ຢາກຮຽນຄຣູ.
2023-09-11
ເນື່ອງໃນວັນສາກົລ ແຫ່ງການຮຽນຮູ້ໜັງສື 8 ກັນຍາ ຄົບຮອບ 58 ປີ ຣັຖບານລາວ ໃຫ້ຄວາມສໍາຄັນຕໍ່ການສຶກສາ ແຕ່ມາຮອດປີ 2023 ຢູ່ຫຼາຍແຂວງ ຍັງມີນັກຮຽນຊັ້ນອະນຸບານ ຫາ ຊັ້ນມັທຍົມ ບໍ່ຮູ້ໜັງສືຈໍານວນຫຼາຍ ທັງກຸ່ມຊົນເຜົ່າ ແລະ ກຸ່ມລາວລຸ່ມ (ຄົນລາວ) ໃນເຂດຫ່າງໄກສອກຫຼີກ.
2023-09-08
ກະຊວງສາທາຣະນສຸຂ, ສະຫະພາບຢູໂຣບ ແລະ ຢູນິເຊຟ ຣາຍງານວ່າ ເດັກນ້ອຍລາວອາຍຸ 5 ປີລົງມາ ມີອັດຕຣາ ການຂາດສານອາຫານ ແລະເຮັດໃຫ້ຄວາມສູງ ບໍ່ໄດ້ມາຕຖານ ເຊິ່ງມີຈຳນວນ ເພີ່ມຂຶ້ນ 4% ຈາກ 33% ຂຶ້ນມາເປັນ 37% ຂອງຈຳນວນເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ທັງໝົດພາຍໃນປະເທດ.
2023-09-08
ມີແຈ້ງການ ເຣື່ອງການໂຄສະນາ ທຶນການສຶກສາຂອງບັນດາ ບໍຣິສັດ, ບຸກຄົນ ແລະ ນິຕິບຸກຄົນທີ່ບໍ່ເປັນທາງການ ໂດຍມີເນື້ອໃນລະບຸວ່າ ປັດຈຸບັນ, ມີບັນດາຜູ້ບໍ່ຫວັງດີໂຄສະນາ ຊວນເຊື່ອ ຜ່ານທາງເຟສບຸກຄ໌ ໃນການລະດົມເອົານັກສຶກສາ ໄປຮຽນຕໍ່ຢູ່ປະເທດຈີນ ຈຶ່ງໃຫ້ລະວັງ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ.
2023-09-01
ເຈົ້າໜ້າທີ່ ເຣີ່ມຕິດຕາມການເຄື່ອນໄຫວ ຂອງຢູທູບເບີ້ຣ໌ ຊາວເກົາຫລີໃຕ້ກຸ່ມນຶ່ງ ທີ່ເຂົ້າມາຖ່າຍວິດີໂອ ເດັກນ້ອຍລາວ ຢູ່ເຂດບ້ານນາ ເມືອງງອຍ ໂດຍສະເພາະ ເດັກນ້ອຍເພດຍິງ ທີ່ອາຍຸຕໍ່າກວ່າ 18 ປີ ກ່ຽວກັບການໃຊ້ຊີວິດ ປະຈໍາວັນ ແລ້ວນໍາໄປເຜີຍແຜ່ທາງສື່ສັງຄົມອອນລາຍນ໌ ລວມທັງມີຄວາມໃກ້ຊິດ ກັບເດັກນ້ອຍນໍາດ້ວຍ.