ເຣື້ອງທີ່ເກັບບັນທຶກໄວ້
2022-07-28
ອົງການ ສະຫະປະຊາຊາຕ ເພື່ອການພັທນາ ປະຈໍາລາວ ລະບຸວ່າ ແມ່ຍິງຫຼາຍກວ່າ 30% ແລະ ສ່ວນໃຫຍ່ ເປັນແມ່ຍິງຊົນເຜົ່າ ປະເຊີນບັນຫາ ຄວາມຮຸນແຮງ ໃນຄອບຄົວ, ແຕ່ມີພຽງ 2% ເທົ່ານັ້ນ ທີ່ແຈ້ງຕໍ່ເຈົ້າໜ້າທີ່.
2022-07-27
ບັນຫາເດັກນ້ອຍ ແມ່ຍິງລາວ ສ້າງຄອບຄົວ ກ່ອນວັຍຜູ້ໃຫຍ່ ຊຶ່ງກາຍເປັນ ຜົລກະທົບຫຼາຍດ້ານ ໂດຍສະເພາະ ດ້ານຈິຕໃຈ ແລະຮ່າງກາຍ ຂອງເດັກທີ່ຍັງບໍ່ພ້ອມຈະມີລູກ ກາຍເປັນບັນຫາ ສັງຄົມ ອີກຮູບແບບນຶ່ງ ອີງຕາມຂໍ້ມູນ ຈາກສູນກາງ ສະຫະພັນ ແມ່ຍິງລາວ.
2022-07-21
ສລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ພາຍໃຕ້ຫົວຂໍ້ “ຫົນທາງສູ່ຄວາມໝັ້ນຄົງ ດ້ານປະຊາກອນ” ສນັບສນູນສິທທິ ແລະ ທາງເລືອກສໍາລັບທຸກຄົນ ໃນຂະນະ ບັນຫາການເຂົ້າເຖິງ ການວາງແຜນຄອບຄົວ ແລະ ທາງເລືອກ ແລະ ການຄຸມກໍາເນີດ ຂອງຊາວໜຸ່ມແມ່ຍິ່ງ ຢູ່ເຂດຊົນນະບົດ ຍັງພົບຄວາມທ້າທາຍ ທີ່ຈະບັນລຸ.
2022-07-20
ເນື່ອງໃນວັນຄົບຮອບ 67 ປີ ຂອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຊຶ່ງມີຈຸດປະສົງ ເພື່ອຊຸກຍູ້ ສົ່ງເສີມຖານະບົດບາດ ຂອງແມ່ຍິງລາວ, ແຕ່ໃນປັດຈຸບັນ ແມ່ຍິງລາວຫຼາຍຄົນ ຍັງມີຖານະບົດບາດ ຕົກຕໍ່າຢູ່ ຍັງບໍ່ມີຄວາມຮູ້ ຄວາມສາມາດ ເທົ່າທີ່ຄວນ.
2022-07-19
ຕໍາຣວດເມືອງຮ້ຽມ ແຂວງຫົວພັນ ໄດ້ເຮັດບົດບັນທຶກຢັ້ງຢືນ ກັບແມ່ຍິງລາວທີ່ມີຜົວຈີນ ຢູ່ມາເລເຊັຽ ມາຊັກຊວນຄົນລາວ ທັງຊາຍແລະຍິງ ອາຍຸກາຍ 18 ປີ ຢູ່ບ້ານສາກົກ ເມືອງຮ້ຽມ ໄປເປັນຄົນເສີຣ໌ບເບັຍແລະຂົນສົ່ງເບັຍ ຢູ່ມາເລເຊັຽ ຍ້ອນທາງພໍ່ແມ່ ຜູ້ປົກຄອງ ຢ້ານວ່າລູກຫລານ ຂອງພວກຕົນ ຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ.
2022-07-14
ປັດຈຸບັນໂຮງຮຽນ ກິນນອນຊົນເຜົ່າ ສວນຫຼວງ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ເຊິ່ງມີນັກຮຽນ 600 ປາຍຄົນ ຕ້ອງການຄວາມຊ່ອຍເຫຼືອ ຈາກຜູ້ໃຈບຸນ ຍ້ອນໂຮງຮຽນດັ່ງກ່າວ ຍັງຂາດເຂີນອາຫານການກິນ, ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ ແລະ ທຶນການສຶກສາຕ່າງໆ ຈໍານວນຫຼາຍ.