ເຣື້ອງທີ່ເກັບບັນທຶກໄວ້
2023-02-28
ນັບແຕ່ປີ 2018 ເປັນຕົ້ນມາ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ດຳເນີນການ ຈັດສົ່ງຄົນງານລາວໄປເຮັດວຽກໄລຍະຍາວ 3-5 ປີ ຕາມລະບຽບການຈ້າງງານຕ່າງຊາຕ ຢູ່ ເກົາຫລີໃຕ້ ເປັນຈຳນວນ 1,119 ຄົນ, ໃນນີ້ເປັນເພດຍິງພຽງ 79 ຄົນ ຫລື ບໍ່ຮອດ 8%.
2023-02-21
ມີເດັກນ້ອຍຢ່າງໜ້ອຍ 1.72 ແສນຄົນ ໃຊ້ແຮງງານ ແລະຈຳນວນເດັກ ທີ່ຖືກນຳໃຊ້ແຮງງານເຫຼົ່ານີ້ ສ່ວນຫຼາຍເປັນເດັກ ທີ່ເຮັດວຽກ ໃນຂແນງການ ດ້ານການກະເສດ ໂດຍສະເພາະການເຂົ້າໄປຊ່ອຍ ພໍ່-ແມ່ ເຮັດວຽກພາຍໃນສວນກ້ວຍ ຂອງນັກລົງທຶນຊາວຈີນ ເປັນຕົ້ນ.
2023-02-17
ຜະດຸງຄັນ ຖືວ່າມີຄວາມສຳຄັນ ໃນການຊ່ວຍໃຫ້ແມ່ ແລະເດັກນ້ອຍ ປອດໄພ ໂດຍປັດຈຸບັນນີ້ ທົ່ວປະເທດ ມີ 3,000 ປາຍຄົນເທົ່າ ທີ່ຮຽນຈົບສາຍຜະດຸງຄັນ ແລະ ຈຳນວນດັ່ງກ່າວ ບໍ່ພຽງພໍກັບຄວາມຕ້ອງການ ທີ່ເພີ່ມຂຶ້ນຫຼາຍ ສໍາລັບຊ່ອຍເຫຼືອ ແມ່ແລະເດັກ.
2023-02-16
ໃນໄລຍະ 3 ປີມານີ້ ທາງການລາວ ຫຼຸດຈຳນວນຣັຖກອນ ລົງເລື້ອຍໆ ເຊິງຄຣູກໍໄດ້ຮັບຜົນກະທົບ ຈຶ່ງເຮັດໃຫ້ຄຣູອາສາສມັກ ລາອອກຫຼາຍຂຶ້ນ ສົ່ງຜົລໃຫ້ຈຳນວນຄຣູ ໃນທົ່ວປະເທດ ບໍ່ພຽງພໍ ດ້ວຍເຫດນີ້ ບັນຫາອື່ນໆທີ່ກ່ຽວພັນ ກັບການສຶກສາ ແລະນັກຮຽນ ຕາມມາຕິດໆ ເຊັ່ນຄຣູຜູ້ນຶ່ງ ຕ້ອງຮັບຜິດຊອບ ສອນຫຼາຍຫ້ອງເປັນຕົ້ນ.
2023-02-06
ການປະລະ ການຮຽນ ຍ້ອນຂາດຄຣູສອນ ຕາມໂຮງຮຽນຫຼາຍແຫ່ງ ໃນທົ່ວປະເທດລາວ ມີສາເຫດສ່ວນນຶ່ງ ມາຈາກການລາອອກ ຂອງຄຣູອາສາສມັກ ແລະການຢຸດຮຽນດົນ ສົ່ງຜົລກະທົບ ຕໍ່ການພັທນາຊັບພະຍາກອນມະນຸສ ຢູ່ລາວ.
2023-02-03
ທີ່ຜ່ານມາ ຂແນງການທີ່ກ່ຽວຂ້ອງ ຕັ້ງແຕ່ສູນກາງຫາຂັ້ນທ້ອງຖິ່ນ ເຮັດວຽກປົກປ້ອງ ແລະຊ່ອຍເຫຼືອເດັກນ້ອຍ ເຮັດວຽກແບບບໍ່ລວມສູນ, ຂາດທັກສະຄວາມຮູ້ ໃນການປົກປ້ອງ ແລະຊ່ອຍເຫຼືອເດັກນ້ອຍ ທາງການລາວ ຈຶ່ງມີແຜນ ສ້າງຄວາມເຂັ້ມແຂງ ລະບົບປົກປ້ອງເດັກນ້ອຍ ເພື່ອຊ່ວຍເຫຼືອເດັກນ້ອຍ.